ປັດໄຈຊຸກຍູ້ ແລະ ອຸປະສັກ ໃນການສົ່ງເສີມສິດທິຂອງແມ່ຍິງ
ໂດຍ: ວິເສດ ສະແຫວງສຶກສາ
ບົດຄວາມປະຈຳວັນນີ້ ຍັງຂໍສືບຕໍ່ກ່ຽວກັບບັນຫາສິ່ງທ້າທາຍຕ່າງໆ ທີ່ກະທົບຕໍ່ສິດທິທາງຮ່າງກ່າຍ ແລະ ຈິດ ໃຈຂອງແມ່ຍິງ ຢູ່ຫລາຍປະເທດໃນໂລກໜ່ວຍນີ້ ແລະ ເບິ່ງວ່າຢູ່ຕ່າງແດນນັ້ນເຂົາ ມີວິທີແກ້ໄຂອາຊະກຳທາງເພດ ແລະ ສິ່ງທ້າທາຍເລົ່ານີ້ແນວໃດ? ໂດຍຂໍຍົກຕົວຢ່າງເຊັ່ນ:
ລຶບລ້າງການໄຖ່ບາບຂົ່ມຂືນ: ໃນບາງປະເທດຢູ່ໃນໂລກຍັງມີກົດໝາຍຍົກເວັ້ນໂທດຂົ່ມຂືນຝືນໃຈແມ່ຍິງ ຖ້າຊາຍຜູ້ລົງມືກໍ່ເຫດຫາກ ຕົກລົງປົງໃຈແຕ່ງດອງກັບ ແມ່ຍິງທີ່ ເປັນເຫຍື່ອຂອງຕົນ ເຊິ່ງເອີ້ນກັນໃຫ້ເຂົ້າໃຈງ່າຍໆວ່າ ການ “ໄຖບາບ”.
ເຊິ່ງວ່າກັນວ່າ ການໄຖ່ ບາບຂົ່ມຂືນດ້ວຍວິທີແຕ່ງ ດອງນີ້ປະຕິບັດກັນຫລາຍ ແລະ ເປັນລະບົບໃນບັນດາປະເທດ ມຸສະລິມ ຢູ່ເຂດຕາເວັນອອກ ກາງ ແລະ ອາເຟຣິກາເໜືອ ແຕ່ກໍມີຂ່າວດີວ່ານັບແຕ່ປີ 1999 ຮອດປັດຈຸບັນຫລາຍ ປະເທດໃນພາກພື້ນນີ້ໄດ້ຍົກ ເລິກການໄຖ່ບາບໃຫ້ຜູ້ຊາຍ ທີ່ມີໂທດຄະດີຂົມຂືນເຊັ່ນ: ປະເທດ ເອີຢິບ ໄດ້ຍົກເລີກ ກ່ອນໝູ່ໃນປີ 1999, ມາຣົກ (ໂມໂຣໂກ) ໃນປີ 2014 ຕຸຍ ນິຊີ, ຊອກດານີ (ຈໍແດນ) ແລະ ລີບັງຕ່າງກໍຍົກເລີກໃນປີ 2017.
ປະເທດທີ່ຍັງຮັກສາລະ ບົບໄຖ່ບາບໃຫ້ຜູ້ຊາຍໃນພາກພື້ນນີ້ໄດ້ແກ່: ອີຣັກ, ກູເວດ, ບາເຣນ, ຊີຣີ ແລະ ອານເຊຣີ. ສຳລັບບັນດາປະເທດທີ່ຍົກ ເລີກລະບົບໄຖ່ບາບນັ້ນໄດ້ ອອກກົດໝາຍກຳນົດໃຫ້ການ ຂົ່ມຂືນຝືນໃຈເປັນໂທດທາງ ອາຍາບໍ່ສາມາດໄຖ່ບາບ ດ້ວຍ ວິທີແຕ່ງດອງກັບເຫຍື່ອ ຫລື ດ້ວຍວິທີອື່ນໆ ເດັດຂາດ.
ມາດຕະການລົງໂທດ ຢ່າງເດັດຂາດ: ໃນປັດຈຸບັນມີ ຫລາຍກວ່າ 10 ປະເທດໃນໂລກທີ່ໃຊ້ມາດຕະການເດັດ ຂາດເພື່ອລົງໂທດຜູ້ຂົມຂືນຝືນໃຈເດັກຫລືຂົ່ມຂືນເປັນ ອາຈິນ ບໍ່ຮູ້ເຂັດຫລາບດ້ວຍການຕອນທາງເຄມີ ຫລື ເຮັດ ໝັນໃຫ້ຜູ້ກໍ່ເຫດໝົດປະສິດທິພາບທາງເພດ.
ໃນທ້າຍປີ 2016 ອິນໂດ ເນເຊຍ ໄດ້ຮັບຮອງເອົາກົດໝາຍລົງໂທດຜູ້ຂົມຂືນເດັດ ຍິງດ້ວຍການຕັດອິດສະຫລະພາບຕ່ຳສຸດ 10 ປີ ແລະ ໂທດສູງສຸດດ້ວຍການປະຫານ ຊີວິດນອກຈາກນັ້ນກົດໝາຍຍັງໃຫ້ສິດຜູ້ພິພາກສາ.
ສັ່ງຝັ່ງເຄື່ອງລົງຄື້ນສັນ ຍານໃນຮ່າງກາຍຜູ້ກະທຳຜິດ ທີ່ພົ້ນໂທດແລ້ວແຕ່ຍັງມີທ່າ ອ່ຽງ ທີ່ຈະກໍ່ເຫດຊ້ຳຮອຍອີກ. ດ້ວຍເຄື່ອງຈັບສັນຍານດັ່ງກ່າວ, ເຈົ້າໜ້າທີ່ສາມາດຕິດ ຕາມເປົ້າໝາຍໃນທຸກກໍລະນີການເຄື່ອນໄຫວ. ໜັກໜ່ວງ ແລະ ເດັດຂາດໄປກວ່ານັ້ນ ກົດໝາຍຍັງໃຫ້ສິດຄະນະພິ ພາກສາ ສັ່ງສີດເຄມີ “ທາດ ລົ້ມ” ໃສ່ຜູ້ກະທຳຜິດ ທີ່ບໍ່ຮູ້ ເຂັດຫລາບກໍ່ອາຊະຍາກຳ ທາງເພດ. ອີກປະເທດໜຶ່ງ ໃນອາຊີພວກເຮົາທີ່ມີມາດ ຕະການສີດຢາທາດລົ້ມໃສ່ ຜູ້ກໍ່ອາຊະຍາກຳທາງເພດ ທີ່ຮ້າຍແຮງນັ້ນໄດ້ແກ່ ສ. ເກົາຫລີ.
ສິດທິຂອງແມ່ຍິງໃນ ການຫລຸລູກ: ໃນຕົ້ນປີ 2016, ລັດຖະສະພາ ປະເທດຈີເລ (ຢູ່ ພາກພື້ນ ອາເມລິກາໃຕ້)ໄດ້ ຜ່ານກົດໝາຍໃຫ້ແມ່ຍິງຫລຸ (ແທ້ງ) ລູກໄດ້ໃນເງື່ອນ ໄຂສະເພາະເຊັ່ນ: ແມ່ຍິງທີ່ຖືພາຍ້ອນຖືກຂົ່ມຂືນຜືນໃຈ, ການຖືພາທີ່ບໍ່ສົມບູນ ແລະ ເປັນໄພຕໍ່ຜູ້ເປັນແມ່ ແລະ ກໍລະນີຕົວອ່ອນໄດ້ຮັບການ ຢັ້ງຢືນທາງການແພດວ່າ ບໍ່ສາມາດລອດຊີວິດໄດ້.
ກ່ອນປີ 1989 ການຢຸດການຖືພາ ຫລື ການແທ້ງລູກເຄີຍເປັນເລື່ອງທີ່ຖືກກົດໝາຍ ແຕ່ພາຍຫລັງຈອມຜະເດັດ ການ ປີໂນເຊ ໄດ້ເຮັດລັດຖະປະຫານຢຶດອຳນາດ (ໃນປີ 1973), ກົດໝາຍອະ ນາຍາດດັ່ງກ່າວຖືກລືບ ລ້າງ, ເຮັດໃຫ້ການແທ້ງລູກເປັນ ສິ່ງຜິດກົດໝາຍຈົນມາຮອດ ຕົ້ນປີ 2016.
ສ່ວນຢູ່ປະເທດ ໂປໂລຍ ນັ້ນພັດເຮັດແນວຕົງກັນຂ້າມ ກັບປະເທດ ຈີເລ ຄືທາງການ ໄດ້ອອກກົດໝາຍຫ້າມຢຸດ ຕິການຖືພາ ( ຫລື ແທ້ງລູກ) ບໍ່ວ່າໃນກໍລະນີໃດໆ ກໍຕາມ ເຊັ່ນ ການຖືພາທີ່ເປັນຜົນມາ ຈາກຖືກຂົ່ມຂືນ ຫລື ເມື່ອຮູ້ ວ່າການຖືພາຈະເປັນໄພຕໍ່ຜູ້ ເປັນ ແມ່ ຫລື ມີການຢັ້ງຢືນ ວ່າ ລູກອ່ອນໃນທ້ອງບໍ່ສາ ມາດລອດຊີວິດ.
ກົດໝາຍດ່ັງກ່າວຍັງໄດ້ກຳນົດຫ້າມແທ້ງລູກທີ່ເກີດ ຈາກການມີເພດສຳພັນລະ ຫວ່າງຄົນໃນຄອບຄົວດຽວ ກັນນຳອີກ. ກົດໝາຍນີ້ໄດ້ ປະເຊີນກັບການປະທ້ວງຄັດຄ້ານຢ່າງໜັກຈັດກຸ່ມປົກປ້ອງສິດທິຂອງແມ່ຍິງໃນທົ່ວປະເທດໂປໂລຍ. ຢູ່ປະເທດໂປໂລຍ, ໂບດສາສະໜາກາໂຕລິກມີ ອິດທິພົນສູງ ແລະ ສະໜັບສະໜູນກົດໝາຍຫ້າມແທ້ງລູກ./.