ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ

ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ - 6658897 - ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ
ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ - kitchen vibe - ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ

ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຫລາຍຄົນກໍອາດ ຄິດຄືທ່ຽງທຳວ່າ: ຢາກໃຫ້ ພາກສ່ວນມີໜ້າທີ່ຮັບຜິດ  ຊອບໃນການອອກໃບທະບຽນໃຫ້ຜູ້ມີສິດຖືປືນເພື່ອປ້ອງກັນໂຕ ແລະ ມາດຕະການຄຸ້ມຄອງອາວຸດເສິກຢູ່ ປະເທດເຮົາ, ໃຫ້ຮັດກຸມກວ່າເກົ່າ, ພາຍຫລັງເຫັນວ່າ:  ການນຳໃຊ້ອາວຸເສິກໄປໃນທາງ ທີ່ບໍ່ຖືກຕ້ອງນັບມື້ເພີ່ມຂຶ້ນ,  ກໍດັ່ງພາກເຮົາໄດ້ເຫັນຈາກສື່ຕ່າງໆ ສ່ອງແສງມາ, ກິນ ເຫລົ້າເມົາເບຍມາລົດຕຳກັນເລັກໆນ້ອຍໆ ກໍຈັບປືນອອກມາຂູ່ “ມຶງລູກໃຜ, ມຶງເປັນລູກໃຜ, ມຶງແມ່ນລູກໃຜ” ຕ່າງໆນານາ ເກີດຂຶ້ນສ້າງຕົນເປັນຜູ້ເກັ່ງຜູ້ກ້າວ່າມີປືນຄອບຄອງນາຍນັ້ນຖານະນີ້ ຢ່າງອວດອົງທະນົງຕົວ, ບໍ່ຢ້ານໃຜ, ບໍ່ເຄົາລົບລະບຽບ ກົດໝາຍ  ແລະ ເມື່ອມໍ່ໆນີ້ ກໍມີເຫດການຈົກປືນມາຂູ່ປະຊາຊົນຢູ່ບ່ອນຂັດແຍ່ງທີ່ດິນນາໄຮ, ນາໂນ, ຍິ່ງຂຶ້ນຟ້ານາບຂູ່ຜູ້ອື່ນດ້ວຍຄວາມທ້າທາຍໂສກດີແຕ່ຝ່າຍໜຶ່ງ ບໍ່ມີປືນ.

ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ - Visit Laos Visit SALANA BOUTIQUE HOTEL - ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ

ຖ້າມີກໍບໍ່ຮູ້ວ່າເຫດການສະເທືອນຂວັນດັ່ງກ່າວຈະກ້າວໄປເຖິງໃສ ແລະ ກໍຍັງມີ ປາກົດການທີ່ຫວາດກົວອື່ນໆ ເກີດຂຶ້ນໃນຖັນແຖວໄວໜຸ່ມ ຢູ່ຕາມເທັກ, ຕາມບາ, ບາງຄັ້ງກໍເຖິງຂັນເສຍຊີວິດມາຫລາຍລາຍ, ກໍຍ້ອນຄວາມບໍ່ເຂັ້ມງວດໃນການຄຸ້ມຄອງອາວຸດເສິກ.

ມີຫລາຍກໍລະນີໃຫ້ເຫັນ ໃນຈຳນວນຜູ້ມີອາວຸດເສິກ ໄວ້ໃນຄອບຄອງນັ້ນ, ບາງຄົນກໍຍັງບໍ່ທັນເຖິງຖານະຕຳແໜ່ງຖືປືນກັນຕົວເອງ.

ແຕ່ກໍມີປືນຂຶ້ນທະບຽນຄັກແນ່ ແລະ ມີຫລາຍຄົນກໍ ລັກລອບຊື້ເອົາມາຄອບຄອງ ກໍຍັງມີຢູ່ຕໍ່ສະພາບດັ່ງກ່າວ ຈິ່ງຂໍຮຽກຮ້ອງໃຫ້ຂະແໜງມີອຳນາດໃນການຄຸ້ມຄອງ ອາວຸດເສິກຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດກວດຂັ້ນເພື່ອບໍ່ໃຫ້ສິ່ງນີ້ກັບກາຍມາເປັນໄພຂົ່ມຂູ່ຕໍ່ສັງຄົມ ແລະ ຖ້າໃຜລະເມີດກໍຕ້ອງໄດ້ລົງລະບຽບວິໄນໃຫ້ເໝາະສົມ./.

ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ - 6658897 - ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ
(ພາບປະກອບ)

ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ - 5 - ເບິ່ງຄືນການອະນຸຍາດ ໃຫ້ມີອາວຸເສິກຄອບຄຸມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!