ຄວາມເຊື່ອເລື່ອງການຟັງເທສະໜາພະເຫວດສັນດອນ
ໂດຍ: ຄຳພຸດ ເທບພະນົມ
ເມື່ອກ້າວຢ່າງເຂົ້າສູ່ເດືອນສີ່ລາວກ່ອນຈະເຖິງບຸນສົງການຫລາຍທ່ານ ຫລາຍຄົນອາດຍັງນຶກເຖິງພາບບັນຍາກາດຄວາມຄຶກ ຄື້ນມ່ວນຊື່ນທັງອີ່ມອົກອີ່ມໃຈ ໃນປະເພນີບຸນພະ ເຫວດ ທີ່ຈັດຂຶ້ນຢູ່ຕາມບ້ານຂອງຕົນໃນແຕ່ລະທ້ອງຖິ່ນບຸນ ດັ່ງກ່າວນີ້ຖືເປັນຮີດທີ 4 ຂອງລາວເຮົາຢ່າງແທ້ຈິງ ດ້ວຍເຫດຜົນວ່າ ບຸນພະເຫວດເປັນປາງບຸນໃຫຍ່ທີ່ ສືບທອດ ປະຕິບັດກັນມາແຕ່ ບູຮານນະການ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກ ມວນຊົນເປັນຈຳນວນຫລວງຫລາຍ, ເຊິ່ງມັນສະແດງ ອອກເຖິງຄວາມສັດທາອັນ ແຮງກ້າ ແລະ ຄວາມສາມັກ ຄີອັນຍິ່ງໃຫຍ່ລະຫວ່າງອອກຕົນຍາດໂຍມພາຍໃນບ້ານ ກັບພະສົງສາມະເນນພາຍ ໃນວັດ ຈຶ່ງມີອີກຊື່ໜຶ່ງວ່າ “ບຸນມະຫາຊາດ”. ໃຈຄວາມທີ່ເປັນການສານອັນສຳຄັນ ຂອງບຸນພະເຫວດກໍຄືການ ຟັງເທສະໜາເລື່ອງ ພະເຫວດ ສັນດອນຊາດົກຈຳນວນ 13 ກັນ (ຕອນ)ໃຫ້ຈົບມື້ໜຶ່ງວັນດຽວ.
ຊາວລາວນັບແຕ່ເໜືອ ຮອດໃຕ້ ເຊື່ອວ່າ: ການເຮັດ ບຸນໃນປາງບຸນນີ້ແລ້ວຈະເກີດອານິສົງອັນຍິ່ງໃຫຍ່ເໝືອນດັ່ງພະເຫວດສັນດອນ ແລະຖ້າຟັງເທສະໜາໃຫ້ ຈົບພາຍໃນມື້ໜຶ່ງວັນດຽວ ກໍຈະໄດ້ເກີດໃນຍຸກພະສີອະລິຍະເມດໄຕໃນພາຍພາກ ໜ້າ. ຄວາມເຊື່ອດັ່ງກ່າວນີ້ສືບເນື່ອງມາຈາກເທສະໜາເລື່ອງ “ພະມາໄລ” ທີ່ ເລົ່າເຖິງພະມາໄລຜູ້ໄດ້ບັນ ລຸທຳວິເສດເປັນອໍລະຫັນຢູ່ ໃນຍຸກຫລັງພຸດທະການປະ ມານ 500 ກວ່າປີ, ພະມາໄລມີໂອກາດໄດ້ໄປສຳຜັດກັບ ເມືອງນະຮົກທີ່ເຕັມໄປດ້ວຍ ຄວາມທຸກທໍລະມານທີ່ເກີດ ຈາກການກະທຳຕອນຍັງ ເປັນມະນຸດ, ຝູງສັດນະຮົກໄດ້ຂໍໃຫ້ພະມາໄລຊ່ວຍບອກ ຍາດພີ່ນ້ອງຂອງຕົນເຮັດ ບຸນອຸທິດຫາ ພະມາໄລ ຈຶ່ງ ໄດ້ກັບມາເລົ່າສູ່ຍາດພີ່ນ້ອງຟັງ ແລະ ເຫັນວ່າເປັນຄວາມ ຈິງ ຈົນສາມາດຊ່ວຍໃຫ້ພົ້ນ ຈາກໂທດກຳນັ້ນໄດ້. ໄລຍະຕໍ່ມາ ພະມາໄລກໍໄດ້ຂຶ້ນໄປຢ້ຽມຢາມສະຫວັນ ແລະ ມີ ໂອກາດພົບກັບໂພທິສັດອະ ລິຍະເມດໄຕ ຜູ້ທີ່ຈະລົງມາຕັດສະຮູ້ພາຍພາກໜ້າອັນເຕັມໄປດ້ວຍຄວາມສະໜຸກ ສຸກສະບາຍ ໄຮ້ຄວາມທຸກ ກັງວົນນານາປະການ. ພະມາໄລຈຶ່ງຖາມວ່າ ຖ້າບຸກຄົນໃດຢາກເກີດໃນຍຸກນັ້ນຕ້ອງເຮັດບຸນແນວໃດ ແລະ ໄດ້ຄຳຕອບວ່າ: “ຕ້ອງຟັງພະເຫວດສັນດອນຊາດົກໃຫ້ຈົບພາຍໃນມື້ໜຶ່ງວັນດຽວ” ອັນນີ້ຄືມູນເຫດແຫ່ງ ການເຮັດບຸນພະເຫວດສັນ ດອນ. ແຕ່ຫລາຍຄົນກໍສົນໃຈຕໍ່ໄປວ່າ: ຖ້າຟັງຈົບແລ້ວຈະໄດ້ໄປເກີດໃນຍຸກພະສີອະລິຍະເມດໄຕແທ້ບໍ່? ເຮັດໃຫ້ຫລາຍຄົນຫລົງເຊື່ອໂດຍບໍ່ໄດ້ຄຳນຶງເຖິງເຫດຜົນ, ເຮັດໃຫ້ມີປາກົດການຟັງຊື່ໆ ແຕ່ບໍ່ຮູ້ເລື່ອງລາວ ແລະ ຂາດນຳໄປປະຕິບັດ ແລະ ບໍ່ເກີດຜົນໃນທາງທີ່ດີເທົ່າທີ່ຄວນ.
ໃນຄວາມເປັນ ຈິງແລ້ວການເກີດໃນຍຸກພະສີອະລິຍະເມດໄຕ ຫລື ເກີດໃນຍຸກປັດຈຸບັນກໍລ້ວນແຕ່ມີຄວາມສຳ ຄັນ ແລະ ການເຮັດບຸນພະເຫວດສັນດອນກໍເປັນສິ່ງ ທີ່ດີໃນປັດຈຸບັນ ແລະ ອະນາຄົດຖ້າຫາກເຮົາຟັງເລື່ອງພະເຫວດສັນດອນແລ້ວນຳ ເອົາມາປະພຶດປະຕິບັດໃຫ້ ເກີດດອກອອກຜົນໃນປັດຈຸບັນເພາະວ່າ ເລື່ອງພະເຫວດສັນດອນ ເປັນເລື່ອງທີ່ ອຸດົມສົມບູນດ້ວຍຄະຕິທຳ ຄຳສອນໃນທາງພຸດທະສາສະໜາກ່ຽວກັບການດຳລົງຊີວິດ ໂດຍການເອົາຕົວລະຄອນພະເຫວດສັນດອນ ເປັນແບບຢ່າງຄື: ການມີຈິດໃຈເອື້ອເຟື້ອເຜື່ອແຜ່, ຮູ້ຈັກບໍລິຈາກແບ່ງປັນບັນເທົາທຸກຕໍ່ຄົນອື່ນກໍຄືສັງຄົມສິ່ງນີ້ ເອີ້ນວ່າ “ການໃຫ້ທານ”. ຮູ້ຈັກປະຕິບັດຕົນໃຫ້ຖືກຕ້ອງ ທຳນອງຄອງທຳ ບໍ່ເຮັດຜິດຮີດຄອງປະເພນີ, ບໍ່ຜິດລະ ບຽບກົດໝາຍບ້ານເມືອງ ສິ່ງນີ້ເອີ້ນວ່າ “ການຮັກສາສິນ”. ການເຮັດຄວາມດີຢ່າງສະ ໝໍ່າສະເໝີ ຮູ້ຈັກວາງຕົນຕາມລະບຽບກົດໝາຍມີຈິດສຳນຶກໃນແນວທາງຄິດສ້າງສັນແບ່ງປັນຄວາມຮູ້ທີ່ມີຕໍ່ຄົນອື່ນເພື່ອຫວັງຢາກໃຫ້ສັງ ຄົມໄດ້ພັນທະນາກ້າວໄປສູ່ ຄວາມຈະເລີນ ສິ່ງນີ້ເອີ້ນວ່າ “ພາວະນາ” ສິ່ງເຫລົ່ານີ້ເປັນຫົວໃຈຫລັກຂອງພຸດທະສາສະໜາ ແລະ ເປັນພື້ນຖານຄວາມດີທັງໝົດຂອງສັງຄົມມະນຸດ.
ຖ້າຫາກທຸກຄົນ ສາມາດປະຕິບັດໄດ້ ກໍຈະເຮັດໃຫ້ປະເທດຊາດບ້ານເມືອງເຕັມໄປດ້ວຍຄວາມສຸກສະຫງົບ, ປາສະຈາກສົງຄາມຄວາມວຸ່ນວາຍ ແລະ ຍູທ່າງພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ຈະເລີນສີວິໄລເທື່ອລະກ້າວ.