ລະວັງຖືກຂອງປອມ
ທຸກສິ່ງທຸກຢ່າງທີ່ເກີດຂຶ້ນມາໃນໂລກນີ້ມັນມີຫລາຍອັນພັນຢ່າງ ໂດຍສະເພາະໃນສະໄໝບ້ານເມືອງເຮົາມີການສ້າງສາພັດທະນາ, ວິວັດທະນາການຂອງໂລກກໍນັບມື້ມີການປ່ຽນແປງໄປໃນທາງບວກ ແລະ ລົບ. ນະວັດຕະກຳຂອງຄົນເຮົາທີ່ຜະລິດວັດຖຸສິ່ງຂອງຂຶ້ນມາໃໝ່ໆກໍມີທັງອັນດີ ແລະ ອັນຮ້າຍ. ສະນັ້ນ ເພື່ອຄວາມຢູ່ລອດຂອງຄົນເຮົາກໍຕ້ອງໄດ້ຜະເຊີນໜ້າກັບສິ່ງທ້າທາຍຕ່າງໆທີ່ປາກົດຂຶ້ນໃນສັງຄົມ ແລະ ທຳມະຊາດ. ນີ້ຄືຄວາມເປັນຈິງແຫ່ງການດຳລົງຊີວິດຂອງຄົນເຮົາ.
ອີກສິ່ງໜຶ່ງທີ່ອາດຈະເຮັດໃຫ້ມີຜົນກະທົບ ເຊິ່ງພົວພັນເຖິງຄວາມເປັນອັນຕະລາຍຮ້າຍກາດແກ່ຊີວິດຂອງຄົນເຮົາ ກໍຄືບັນຫາ “ຂອງປອມ”. ເວົ້າເລື່ອງຂອງປອມມາ ຖ້າແມ່ນເປັນວັດຖຸສິ່ງຂອງ ຫລື ເຄື່ອງໃຊ້ສອຍພາຍນອກຍັງພໍໄຄແດ່, ແຕ່ເມື່ອເອີ່ຍເຖິງປະເພດອາຫານການກິນ ແລະ ເຄື່ອງດື່ມແລ້ວຍິ່ງເປັນຕາຢ້ານ ເພາະມັນເປັນອັນຕະລາຍແກ່ຊີວິດຂອງຄົນເຮົາ. ໃນລະຫວ່າງປີ 2015 ໄດ້ມີຄົນບໍ່ດີຜະລິດນ້ຳຫົວເສືອປອມແລ້ວອອກຈຳໜ່າຍແຖວນະຄອນຫລວງວຽງຈັນຈົນສາມາດນຳເອົາຕົວຜູ້ກະທຳຜິດມາລົງໂທດ, ພໍຕົກມາຮອດປັດຈຸບັນ ຖ້າພວກເຮົາຍົກເອົານິ້ວມືມານັບວ່າປະເພດອາຫານ ແລະ ເຄື່ອງດື່ມທີ່ເຫັນວ່າມັນເປັນຂອງປອມນັ້ນມັນມີອັນໃດແດ່ ? ຄຳຕອບກໍຄືມັນມີສາລະພັດຢ່າງ. ຕາມສື່ສັງຄົມອອນລາຍໄດ້ມີການເຜີຍແຜ່ເຫັນວ່າດຽວນີ້ມີຮອດເຂົ້າປອມ, ຜັກປອມ, ລູກຊີ້ນປອມ, ໄຂ່ປອມ ແລະ ເຄື່ອງດື່ມຫລາຍປະເພດກໍມີອັນປອມ. ນອກຈາກທີ່ກ່າວມານີ້ແລ້ວ ປະເພດອາຫານ ແລະ ເຄື່ອງດື່ມ ນັບທັງໝາກໄມ້ຫລາຍຊະນິດຢູ່ຕາມທ້ອງຕະຫລາດກໍມີສານພິດເຈືອປົນ ໂດຍສະເພາະແມ່ນສານກັນບູດ ເຊິ່ງໃນແຕ່ລະປີທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ກວດກາພົບເຫັນ ແລະ ຍຶດເອົາມາທຳລາຍຖິ້ມເປັນຈຳນວນຫລາຍ.
ເມື່ອເວົ້າເຖິງຂອງປອມແລ້ວມັນບໍ່ມີອັນໃດດີຈັກຢ່າງ ລວມໄປເຖິງວັດຖຸ ແລະ ເຄື່ອງໃຊ້ສອຍຕ່າງໆ ຍ້ອນວ່າຂອງປອມນັ້ນເພິ່ນເອີ້ນວ່າວັດຖຸທີ່ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ. ຖ້າຜູ້ໃດນຳໃຊ້ ແລະ ກິນດື່ມເຂົ້າໄປໃນຊີວິດປະຈຳວັນ ບໍ່ໄວກໍຊ້າຕ້ອງມີຜົນກະທົບຕໍ່ຮ່າງກາຍ ແລະ ສຸຂະພາບແນ່ນອນ. ໃນຫລາຍປີຜ່ານມາ ຢູ່ປະເທດເຮົາກໍມີຄົນເຈັບຄົນຕາຍຍ້ອນສານພິດ, ເບື່ອອາຫານໄປແລ້ວຫລາຍຄົນ.
ຕາມເຮົາຄິດ, ເພື່ອຫລີກເວັ້ນການນຳໃຊ້, ການກິນດື່ມຂອງປອມ ເຮົາຈະພາກັນເຮັດແນວໃດ ? ຄຳຕອບກໍຄືເຮົາບໍ່ຄວນນຳໃຊ້ວັດຖຸສິ່ງຂອງທີ່ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ. ສ່ວນວ່າການກິນການດື່ມນັ້ນກໍຕ້ອງໄດ້ມີສະຕິລະວັງ, ໃຫ້ກວດກາເບິ່ງເຄື່ອງໝາຍ, ລະຫັດ, ການນຳໃຊ້, ຫ້າມກິນຂອງເນົ່າຂອງບູດ, ພາກັນຫັນໄປນຳໃຊ້ວັດຖຸສິ່ງຂອງທີ່ມີຄຸນນະພາບ ແລະ ໄດ້ມາດຖານ, ກິນອາຫານທີ່ປອດສານ, ຢູ່ກັບສິ່ງແວດລ້ອມທີ່ປອດໃສ ພະຍາຍາມເຫີນຫ່າງຈາກສິ່ງເສບຕິດ ແລະ ມືນເມົາ ແລ້ວຊີວິດເຮົາຈະຍືນຍົງ. ໃນມະຕິຄັ້ງທີ 10 ຂອງພັກໄດ້ເວົ້າວ່າ: ພັດທະນາກະສິກຳສະອາດຕິດພັນກັບການປຸງແຕ່ງແຕ່ຫົວທີ, ສ້າງໃຫ້ເປັນພື້ນຖານຂອງການພັດທະນາແບບຍືນຍົງ, ຜະລິດສິນຄ້າໃຫ້ຫລາຍຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນມາດຕະຖານຄວາມສະອາດ, ຄວາມປອດໄພ ແລະ ສ້າງມູນຄ່າເພີ່ມໃຫ້ຜົນຜະລິດ, ເສີມຂະຫຍາຍທ່າໄດ້ປຽບຂອງບັນດາທົ່ງພຽງ ແລະ ພູພຽງເຂົ້າໃນການສ້າງຜົນຜະລິດທີ່ໄດ້ລາຄາດີ ແລະ ມີຄວາມສາມາດແຂ່ງຂັນບົນພື້ນຖານການນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ສົ່ງເສີມການຜະລິດແບບຄອບຄົວ, ແບບຟາມ, ແບບຮ່ວມມື, ແບບສະຫະກອນ ແລະ ແບບນິຄົມກະເສດອຸດສາຫະກຳໃນແຕ່ລະເຂດ, ແຕ່ລະບໍລິເວນຢ່າງເໝາະສົມ, ເນັ້ນໜັກການເຮັດກະເສດສຸມ, ຍົກສູງສະມັດຖະພາບ ແລະ ຄຸນນະພາບການຜະລິດໃຫ້ສູງຂຶ້ນ. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງທີ່ດິນກະສິກຳ, ການປັບປຸງດິນໃຫ້ອຸດົມສົມບູນ, ຈັດສັນ ແລະ ນຳໃຊ້ທີ່ດິນໃຫ້ຍືນຍົງ, ພັດທະນາແຫລ່ງນ້ຳ, ຊົນລະກະເສດ ແລະ ພື້ນຖານໂຄງລ່າງ, ຊຸກຍູ້ສົ່ງເສີມການຜະລິດໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງ, ພັດທະນາຊາວກະສິກອນ, ຜູ້ປະກອບການ ແລະ ຖັນແຖວນັກວິຊາການ ເພື່ອຮັບໃຊ້ການຜະລິດທີ່ຊຳນານ ແລະ ປະດິດສ້າງ. ພ້ອມກັນນັ້ນ ກໍດຳເນີນນະໂຍບາຍປົກປ້ອງ ແລະ ສົ່ງເສີມຜະລິດຕະພັນກະສິກຳທີ່ສອດຄ່ອງ ແລະ ສົມເຫດສົມຜົນ.
ສິ່ງທີ່ຍົກມານີ້ລ້ວນແລ້ວແຕ່ໃຫ້ພວກເຮົາພາກັນຫລີກເວັ້ນຈາກຂອງປອມທັງນັ້ນ.