ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ

ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - maxresdefault - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ
ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - kitchen vibe - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ

# ລູກ​ເມືອງ​ພວນ

      ໜັງສືພິມ ວໍ​ຊິງ​ຕັນ​ໂພດ ​ໄດ້​ນຳ​ເອົາ​ຄຳ​ຖະ​ແຫລ​ງຂອງ​ກອງທັບ​ອາກາດ​ຂອງ​ອາ​ເມ​ລິ​ກາ ອອກ​ມາ​ເປີດ​ເຜີຍ​ໃນ​ວັນ​ທີ 20 ມີນາ​ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 14 ມີນາ​ນີ້, ​ໄດ້​ມີ​ຝູງ​ບິນ​ຖິ້ມລະ​ເບີດ B-52H 6 ລຳ ​ໄດ້​ບິນ​ອອກ​ຈາກ​ຖານ​ທັບ​ອາກາດ Barksdale, bang Louisiana ມຸ່ງ​ໜ້າ​ໄປ​ຫາ​ຖານ​ທັບ​ອາກາດ​ຂອງ​ອັງກິດ Fairford  ​ເພື່ອ​ເຂົ້າຮ່ວມ​ພາລະກິດ​ຕ່າງໆ​ໃນ​ເອີຣົບ ​ແລະ ວັນ​ທີ 18 ມີນາ ຝູງ​ບິນ​ດັ່ງກ່າວ​ໄດ້​ປະຕິບັດ​ການ​ຝຶກ​ຊ້ອມ​ບິນ​ຜ່ານ​ເຂດ​ຍຸດ​ທະ​ສາດ​ຫລາຍ​ແຫ່ງ, ​ໃນນັ້ນ ມີ​ເຂດ​ທະ​ເລ​ຂອງ​ນັອກ​ແວ, ທະ​ເລ​ບານ​ຕິກ ​ແລະ ທະ​ເລ​ເມ​ດີ​ເຕລາ​ນຽນ.

ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - Visit Laos Visit SALANA BOUTIQUE HOTEL - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ

      ຈຸ​ບິນ B-52 ທີ່​ມາ​ຈາກ​ເກາະ​ກວມ (Guam) ຂອງ​ອາ​ເມ​ລິ​ກາ​ໄປ​ຍັງ​ຖານ​ທັບ Fairford ​ແລ້ວ​ໄດ້​ບິນ​ຝຶກ​ຊ້ອມ​ຢູ່​ເອີຣົບ ​ແລະ ທະ​ເລ​ອິນ​ເດຍ-ປາຊີ​ຟິກ, ຈາກທິດ​ເໜືອ​ຈົນ​ເຖິງ​ທິດຕາ​ເວັນ​ອອກ​ຂອງ​ເກາະ Kamchatka ຕິດ​ກັບຣັດ​ເຊຍ. ການ​ປະຕິບັດ​ການບິນ​ໃນ​ຄັ້ງນີ້​ແມ່ນ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ອາ​ເມ​ລິ​ກາ​ຕໍ່​ກັບ​ພັນທະ​ມິດ ​ແລະ ຄູ່​ຮ່ວມ​ມື ​ເພື່ອ​ປະຕິບັດ​ການ​ຂະຫຍາຍ​ກຳລັງ​ທະຫານ​ໃນ​ທົ່ວ​ໂລກ.

      ​ເປັນຄັ້ງທຳ​ອິດ​ນັບ​ແຕ່​ປີ 1950 ​ເປັນຕົ້ນມາ ທີ່​ອາ​ເມ​ລິ​ກາ​ໄດ້​ນຳ​ເອົາ​ເຮືອບິນ B-52 ​ເຂົ້າມາ​ປະຈຳການ, B-52 ​ແມ່ນ​ເຮືອບິນ​ທີ່​ອອກ​ແບບ​ມາ​ຖິ້ມລະ​ເບີດ​ໄລຍະ​ໄກ​ໂດຍ​ສະ​ເພາະ ​ແລະ B-52 ​ແບບ​ໃໝ່​ຫລ້າ​ສຸດ​ແມ່ນ​ອີງ​ໃສ່​ຮູບ​ແບບ​ຂອງ​ປີ 1962. ພາຍຫລັງ​ສົງຄາມ​ເຢັນ​ສິ້ນສຸດ​ລົງ, ​ເຮືອບິນ​ປະ​ເພດ​ນີ້​ໄດ້​ມີ​ການ​ປັບປຸງ​ພັດທະນາ​ຂຶ້ນຢ່າງ​ຫລວງຫລາຍ ດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ, ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ ທັງ​ໄດ້​ຕິດຕັ້ງສູ​ກສອນ​ໄຟ​ທີ່​ມີ​ຄວາມ​ຊັດ​ເຈນ​ສູງ.

      ການ​ທີ່​ອາ​ເມ​ລິ​ກາ​ສົ່ງ​ເຮືອບິນ B-52 ຈຳນວນ 6 ລຳ​ໄປ​ຍັງ​ເອີຣົບຄັ້ງນີ້ ​ເປັນຄັ້ງ​ໃຫຍ່​ກວ່າ​ໝູ່​ຕະຫລອດ​ໄລຍະ 16 ປີຜ່ານມາ ທີ່​ການ​ພົວພັນ​ອາ​ເມ​ລິ​ກາ ​ແລະ ຣັດ​ເຊຍ​ໄດ້​ກ້າວ​ເຂົ້າສູ່​ຄວາມ​ເຄັ່ງ​ຕຶງ​ໃໝ່.

ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - 3 - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ
ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - 4 - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ
ອາເມລິກາສົ່ງເຮືອບິນຖິ້ມລະເບີດ b-52 ບິນໄປຍັງເອີຣົບ - 5 - ອາເມລິກາສົ່ງເຮືອບິນຖິ້ມລະເບີດ B-52 ບິນໄປຍັງເອີຣົບ