ເຮເດນ ຍອດນັກກິລາລົດຈັກແຊ໊ມໂລກ ໂມໂຕຈີພີ ເສຍຊີວິດແລ້ວ
May 23, 2017 - 4:10 PM




ເຮເດນ ໄດ້ຮັບາດເຈັບບໍລິ ເວນສະໝອງ ແລະ ໜ້າອົກຢ່າງ ຮ້າຍແຮງ ຫຼັງຖືກລົດຕຳຂະນະ ທີ່ຂີລົດຖີບຮຽກຄວາມສົມບູນ ກ່ອນຖືກສົ່ງໂຮງໝໍຣິມິນີ. ກ່ອນ ຈະຍ້າຍໄປຮັກສາອາການທີ່ໂຣງໝໍ ເມົາຣິຊິໂອ ບູຟາລິນີ ໂດຍມີ ອາການສາຫັດ.
ຈົນຫຼ້າສຸດ ຫຼັງຈາກຜ່ານໄປ 5 ມື້ ເຮເດນ ບໍ່ສາມາດຍື້ຊີວິດໄດ້ ກ່ອນຈະເສຍຊີວິດລົງແລ້ວ ທ່າມ ກາງຄວາມເສົ້າຂອງ ໂຣສ ແມ່ ຂອງລາວ, ແຈັກກີ້ ຄູ່ໝັ້ນ ແລະ ທອມມີ ນ້ອງຊາຍ ລວມໄປເຖິງ ກອງເຊຍທີ່ໃຫ່ກຳລັງໃຈຢູ່ໂຮງ ໝໍ.
ສຳລັບ ເຮເດນ ເລີ່ມຕົ້ນເຂົ້າ ສູ່ວົງການນັກກິລາລົດຈັກໃນປີ 2003 ຕັ້ງແຕ່ອາຍຸ 21 ປີ ແລະ ເຄີຍຄວ້າແຊ໊ມໂລກມາໃນປີ 2006 ທີ່ເອົາຊະນະ ວາເລນຕິໂນ ຄູປັບຕະຫຼອດການຄົນ ອິຕາລີ ທີ່ ຄວ້າແຊ໊ມໂລກມາ 5 ສະໄໝ ກ່ອນຈະຜັນໂຕມາແຂ່ງ ເວິລຊຸບ ເປີໄບໃນປີ 2016 ໂດຍລະດູການ ນີ້ ເຮເດນ ຢູ່ອັນດັບ 13 ແຕ່ລາວ ຈະບໍ່ກັບມາແຂ່ງໄດ້ອີກຄັ້ງ ພ້ອມ ກັບປິດຕຳນານລົງທ່າມກາງ ຄວາມເສຍໃຈຂອງຄົນທັງໂລກ.