ຄວາມຂັດແຍ່ງທີ່ດິນເບິ່ງຄືວ່ານັບມື້ຮຸນແຮງໂດດເດັ່ນ
ໂດຍ: ທິດກ່ຳ
ໃນປັດຈຸບັນ, ເບິ່ງຄືວ່າສະພາບຄວາມຂັດແຍ່ງດິນດອນຕອນຫຍ້າຢູ່ບ້ານເຮົາ ນັບມື້ຮຸນແຮງໜັກໜ້າ ແລະ ໂດດເດັ່ນຂຶ້ນເລື້ອຍໆ, ຕາມທິດກ່ຳວ່າປາກົດການນີ້ມັນກໍເກີດມາຈາກຫລາຍສາເຫດ. ອັນທີໜຶ່ງ ແມ່ນປະຊາຊົນພົນລະເມືອງໄດ້ເພີ່ມຂຶ້ນຕິກໆ, ການຂັດແຍ່ງຍາດບ່ອນທຳມາຫາກິນ ແລະ ທີ່ຢູ່ອາໄສ ກໍມີອັນຕາມມາ ນັບແຕ່ກໍລະນີນ້ອຍຫາໃຫຍ່. ສາເຫດອັນທີສອງ ແມ່ນເກີດມາຈາກການສ້າງສາພັດທະນາປະເທດຊາດບ້ານເມືອງເຮົາໄດ້ຂະຫຍາຍຕົວໄປເລື້ອຍໆ ບໍ່ວ່າຢູ່ຕົວເມືອງ ແລະ ຊົນນະບົດ ຍ້ອນວ່ານະໂຍບາຍຂອງພັກ ແລະ ລັດຖະບານເຮົາ ໃນການສ້າງສາພັດທະນາປະເທດຊາດແມ່ນເຮັດໃຫ້ຕົວເມືອງກັບຊົນ
ນະບົດຫຍັບເຂົ້າໃກ້ກັນ, ໂຮມບ້ານນ້ອຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຕາມທິດສາມສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ນີ້ຄືປັດໄຈຕົ້ນຕໍຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດໃນພາຍໜ້າ.
ຍ້ອນມີສິ່ງກະຕຸ້ນດັ່ງກ່າວ, ຈຶ່ງເຮັດໃຫ້ຄົນເຮົາຍາດແຍ່ງຈັບຈ່ອງດິນດອນຕອນຫຍ້າຢ່າງແຜ່ລາມອືກກະທຶກ, ຜູ້ໄດ້ໜ້ອຍໄດ້ຫລາຍ, ບາງຄົນໄປທາງໃດກໍມີແຕ່ດິນເພິ່ນ, ຜູ້ມີເງິນກໍຫລັ່ງໄຫລພາກັນໄປຊອກຊື້ດິນນຳປະຊາຊົນ, ຜູ້ມີຖາ
ນະຕຳແໜ່ງທາງສັງຄົມເປັນເຈົ້າເປັນນາຍ ກໍແຂ່ງຂັນກັນໄປຊອກຈັບຈ່ອງເອົາດິນລັດ, ດິນຫລວງ ເປັນກຳມະສິດຂອງຕົນເອງ ແລ້ວກໍມາຂາຍໃຫ້ຜູ້ມີເງິນ (ນາຍທຶນ) ຈົນເຮັດໃຫ້ເນື້ອທີ່ດິນໃນທົ່ວປະເທດແຄບເຂົ້າໃນແຕ່ລະວັນ, ແຕ່ລະເດືອນ, ແຕ່ລະປີ.
ສະຫລຸບແລ້ວ ເນື້ອທີ່ດິນມັນກໍເລີຍໄປໂຮມນຳຜູ້ມີເງິນກັບຜູ້ມີອຳນາດ, ນີ້ລະຄືຂໍ້ເທັດຈິງ ທີ່ພາໃຫ້ເກີດຄວາມຂັດແຍ່ງໃນການຊອກຢູ່ຫາກິນໃນສັງຄົມທີ່ພວມເຫີ່ຫາຄວາມຈະເລີນ ແລະ ເຫີ່ຫາຜົນປະໂຫຍດຈາກຊັບໃນດິນສິນໃນນ້ຳ.
ໃນຫລາຍປີຜ່ານມາ, ມີປະຊາຊົນຈຳນວນຫລວງຫລາຍມີດິນດອນຕອນຫຍ້າກໍໄດ້ຂາຍເອົາເງິນໄປຊື້ລົດມາຂີ່, ເນື້ອທີ່ໄຮ່ນາຮົ້ວສວນທີ່ພໍ່ແມ່ປັນມູນປັນມັງໃຫ້ ກໍເອົາໄປຂາຍຈົນໝົດຈົນສ້ຽງ. ດິນລັດ ແລະ ຜືນປ່າທີ່ຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ ສຸດທ້າຍມານາຍບ້ານກໍເອົາໄປຂາຍດ້ວຍເຫດຜົນວ່າບໍ່ມີທຶນສ້າງໂຮງຮຽນ, ແຕ່ເມື່ອຂາຍດິນໄປແລ້ວສ່ວນເງິນທີ່ໄປສ້າງໂຮງຮຽນມັນມີພຽງຢິບໜຶ່ງ ແລະ ຍັງມີສາລະພັດຢ່າງເລື່ອງບັນຫາທີ່ດິນ ທີ່ມັນຍັງຄົງຄ້າງຫຍຸ້ງເຫຍີງປານເຈັກຂາຍລວດ.
ໃນຕົ້ນເດືອນມີນາທີ່ຜ່ານມາ ກໍໄດ້ເກີດເຫດຍາດດິນກັນຢູ່ບ້ານນາໂນ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນເຮົານີ້ເອງ ຈົນເຖິງຂັ້ນຈົກປືນອອກມາຍິງຂູ່ກັນ ຍັງພໍໄຄແດ່ແຕ່ບໍ່ເຖິງຂັ້ນເກີດເສີກຂີ້ແບ້.
ເທົ່າທີ່ທິດກ່ຳໄດ້ຕິດຕາມກ່ຽວກັບເຫດຜົນ ກໍແມ່ນການຈັດສັນແບ່ງປັນທີ່ດິນໃຫ້ປະຊາຊົນທີ່ຖືກໂຄງການນັ້ນ ມີຜູ້ໄດ້, ຜູ້ບໍ່ທັນໄດ້, ພະນັກງານທີ່ຮັບຜິດຊອບ ແລະ ການຈັດຕັ້ງທີ່ກ່ຽວຂ້ອງຍັງບໍ່ທັນເດັດຂາດ ແລະ ຍັງມີເງື່ອນງຳທາງດ້ານຜົນປະໂຫຍດ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງກັນບໍ່ເລີກບໍ່ແລ້ວ.
ແນວໃດກໍດີ, ຕາມທິດກ່ຳຄິດ ເວົ້າເລື່ອງບັນຫາທີ່ດິນ ໃນອະນາຄົດຕໍ່ໜ້າ ແລະ ຍາວນານ ຖ້າການຈັດຕັ້ງທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຍັງບໍ່ປະຕິບັດຕາມຕົວບົດກົດໝາຍຢ່າງເຄັ່ງຄັດເດັດຂາດແລ້ວ ອາດມີຄວາມຂັດແຍ່ງທະວີຄູນຂຶ້ນຊັກໃຊ້ໃນສັງຄົມບ້ານເມືອງເຮົາ.
ປາກົດການທີ່ໂດດເດັ່ນໃນຫລາຍສິບປີທີ່ຜ່ານມາຄືຜູ້ເປັນເຈົ້າເປັນນາຍມີຖານະຕຳແໜ່ງ, ມີອຳນາດ ໄດ້ຢຶດຈ່ອງເອົາດິນດອນຕອນຫຍ້າຫລວງຫລາຍພາຍມາກ ຈົນເຮັດໃຫ້ຫາງສຽງຂອງສັງຄົມເຂົາວິພາກວິຈານໃນໃຈ, ແຕ່ບໍ່ກ້າເວົ້າອອກມາຢ່າງເປີດເຜີຍ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າຖ້າພາກສ່ວນທີ່ກ່ຽວຂ້ອງນັບທັງອຳນາດການປົກຄອງທ້ອງຖິ່ນ ຍັງປ່ອຍປະຖືເບົາໂຍະຍານເຮັດລັກສະນະໄກ່ເຫັນຕີນງູ, ງູເຫັນຕີນໄກ່ ບັນຫາການຂັດແຍ່ງທີ່ດິນຢູ່ບ້ານເຮົາອາດທະວີຄູນຂຶ້ນຍ້ອນຄວາມເຫລື່ອມລ້ຳຕ່ຳສູງນັ້ນເອງ.