5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ

- 070504 2019 - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ
- kitchen vibe - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ

   1. ລາຊາເງິນຜ່ອນ : ເມື່ອເລີ່ມມີເງິນເດືອນປະຈຳ ບັນດາສະຖາບັນການເງິນຕ່າງໆກໍພ້ອມໃຈກັນຍື່ນຂໍ້ສະເໜີໃຫ້ມີບັດເຄຣດິດໄວ້ໃຊ້ຈ່າຍ ເພື່ອຄວາມສະດວກສະບາຍ ຫລື ໃຊ້ໃນຍາມສຸກເສີນດ້ວຍການອະນຸມັດວົງເງິນທີ່ຫລາຍກ່ວາເງິນເດືອນຫລາຍເທົ່າ ເຮັດໃຫ້ຫລາຍຄົນຕື່ນຕາຕື່ນໃຈ ຢາກໄດ້ສິ່ງຂອງທີ່ຕ້ອງການ, ແຕ່ຖ້າໃຊ້ຈ່າຍເກີນໂຕໄປກັບສິ່ງຂອງຟູມເຟືອຍໂດຍບໍ່ທັນຄິດ ແລະ ຜ່ອນຈ່າຍບໍ່ກົງຕາມກຳນົດ ດອກເບ້ຍກໍຈະເລີ່ມເຮັດວຽກ ແລະ ເພີ່ມຫລາຍຂຶ້ນເລື້ອຍໆ ຈົນກາຍເປັນການເຮັດວຽກໃຊ້ໜີ້ຫລາຍກ່ວາໃຊ້ຊີວິດແບບມີຄຸນນະພາບ.

     2. ຫລົງພາບຊີວິດດີໆໃນໂລກອອນລາຍ : ຄົນເຮັດວຽກເຂົ້າໃໝ່ ຫລາຍຄົນມັກຫລົງເຊື່ອພາບລວງຕາໃນໂລກອອນລາຍຂອງໝູ່ເພື່ອນທີ່ໂພສລົງເຟສບຸກອວດອ້າງເລື່ອງຊີວິດດີໆ, ຮ້ານອາຫານຊື່ດັງ, ໂປຣແກຣມທ່ອງທ່ຽວໂຣແມນຕິກ ຫລື ເຄື່ອງໃຊ້ແບຣນເນມຕ່າງໆ ເຮັດໃຫ້ເກີດຄວາມຢາກໂອ້ອວດໄປນຳເຂົາ ເຖິງຂັ້ນຍອມທຸ້ມເງິນເດືອນໝົດທັງເດືອນ ຫລື ໃຊ້ວິທີທ່ຽວກ່ອນຜ່ອນຕາມຫລັງເພື່ອໃຫ້ໄດ້ມາເຊິ່ງພາບເຫລົ່ານັ້ນ ຍ້ອນຄະຕິທີ່ຍຶດຖືວ່າເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້.

- Visit Laos Visit SALANA BOUTIQUE HOTEL - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ

     3. ໂອ້ອວດຊີວິດເລີດຫລູ : ຄົນເຮັດວຽກຍຸກໃໝ່ຈະມີກະແສນິຍົມການໃຊ້ຊີວິດທີ່ຕ່າງໄປຈາກຄົນຮຸ່ນກ່ອນ ດ້ວຍສັງຄົມ, ຄ່ານິຍົມ ແລະທັດສະນະຄະຕິທີ່ປ່ຽນໄປ ເມື່ອເລີ່ມເຮັດວຽກ ແລະ ຫາເງິນເອງກໍຢາກຈະມີຊັບສິນອັນໃຫຍ່ ເລີ່ມຕົ້ນໂດຍການເປັນລາຊາ ຫລື ລາຊິນີເງິນຜ່ອນ ເຊັ່ນ : ຜ່ອນເຮືອນ, ຜ່ອນຄອນໂດ, ຜ່ອນລົດ, ໃຊ້ຊີວິດສຸດຫລູຫລາ ໂດຍບໍ່ຄຳນຶງເຖິງລາຍຮັບ ຫລື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍຮັບພຽງໜ້ອຍດຽວ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍເມື່ອຄ່າໃຊ້ຈ່າຍຫລາຍເກີນກຳລັງກໍກາຍເປັນເຮືອນ ແລະ ລົດຖືກຍຶດໄປຕໍ່ໜ້າຕໍ່ຕາ ສຸດທ້າຍກໍບໍ່ມີຊັບສິນ ແລະ ບໍ່ມີເງິນທ້ອນ.

     4. ສັງສັນຕະຫລອດ : ຍອມຮັບເລີຍວ່າທຸກເທື່ອທີ່ໄປສັງສັນນັ້ນຕ້ອງໄດ້ເສຍທັງເງິນ ແລະ ສຸຂະພາບ ຖືເປັນພຶດຕິກຳອັນຕະລາຍທີ່ທຳຮ້າຍຄົນເຮັດວຽກມືໃໝ່ມາຫລາຍແລ້ວ ເພາະໃນສັງຄົມຫ້ອງການຈະມີການຮ່ວມສັງສັນກັນສະເໝີ ບາງ ຄົນເສບຕິດການສັງສັນທຸກອາທິດ, ສະຫລອງທຸກມື້ເງິນເດືອນອອກ ສ່ວນມື້ອື່ນໆຄຸນນະພາບຊີວິດຈະຕໍ່າລົງຈົນຕ້ອງນັ່ງກິນຕົ້ມໝີ່  ເພາະແກ້ໄຂຈັບໜ້າໃສ່ຫລັງຈັບຫລັງໃສ່ໜ້າບໍ່ຖືກ.

     5. ຫວັງລວຍທາງລັດ : ຫລາຍຄົນອາດລຶ້ງກັບການໄດ້ເງິນໂດຍບໍ່ຕ້ອງເຮັດວຽກຕັ້ງແຕ່ຍັງຮຽນໜັງສືຢູ່ເພາະຂໍນຳພໍ່ແມ່ ແຕ່ບາງຄົນກໍມາເສຍຄົນຕອນເຮັດວຽກ ໂດຍສະເພາະຜູ້ຊາຍທີ່ມັກການແຂ່ງຂັນທ້າທາຍ ມັກມ່ວນ ຫລື ຫວັງລວຍທາງລັດດ້ວຍການພະນັນ ທັງຫລິ້ນບານ, ຫລິ້ນເລກ, ສ່ຽງດວງ ຍິ່ງເຮັດວຽກມີລາຍຮັບກໍເກີດຢາກຮູ້ຢາກລອງຫລາຍຂຶ້ນເປັນເງົາຕາມໂຕ. ຕອນ ທຳອິດອາດຄິດວ່າລອງສ່ຽງເບິ່ງໜ້ອຍໆເພື່ອຄວາມມ່ວນ, ແຕ່ດົນໄປຊຳ້ພັດເສບຕິດໂດຍບໍ່ຮູ້ໂຕແບບນີ້ກໍເຮັດໃຫ້ໝົດໂຕໄດ້ຄືກັນ.

- 4 - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ
- 3 - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ
- 5 - 5 ພຶດຕິກຳບອກວ່າຊີວິດທ່ານຈະພັງກ່ອນສ້າງໂຕ