5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ

- 030804 2019 - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ
- kitchen vibe - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ


  ເມື່ອເວລາຍ້ອນຄືນກັບມາບໍ່ໄດ້ມາເບິ່ງ 5 ຫລັກສູດການບໍລິຫານເວລາຢ່າງມີປະສິດທິພາບຕໍ່ໄປນີ້ ເພາະເວລາທີ່ເພິ່ມຂຶ້ນໝາຍເຖິງການເຮັດໃຫ້ທຸກຢ່າງໃນຊີວິດງ່າຍຂຶ້ນ. ທຸກຄົນມີເວລາມື້ລະ 24 ຊົ່ວໂມງເທົ່າກັນ, ແຕ່ຫລາຍຄົນອ້າງວ່າ ບໍ່ມີເວລາ ສ່ວນໜຶ່ງມາຈາກການເຮັດວຽກທີ່ບໍ່ມີລະບົບແບບແຜນ ຫລື ການບໍລິຫານເວລາແບບຜິດໆ ສົ່ງຜົນໃຫ້ຊີວິດຫຍຸ້ງຍາກວຸ້ນວາຍ ສຸດທ້າຍຜົນງານຈຶ່ງບໍ່ມີປະສິດທິພາບເທົ່າທີ່ຄວນ ຮູ້ແບບນີ້ແລ້ວຟ້າວມາເບິ່ງ 5 ວິທີທີ່ຈະເຮັດໃຫ້ເຮົາບໍລິຫານຈັດການເວລາໄດ້ຢ່າງຖືກ ຕ້ອງ ແລະ ເຮັດໃຫ້ຊີວິດງ່າຍຂຶ້ນດີກ່ວາ.

- 040804 2019 1024x683 - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ

     1. ຈັດຕາຕະລາງ : ລອງຄິດເບິ່ງວ່າໃນໜຶ່ງມື້ເຮົາຈະຕ້ອງເຮັດຫຍັງແດ່ ແລ້ວຂຽນກິດຈະກຳຕ່າງໆລົງໄປໃນແຕ່ລະຊ່ວງເວລາ ໂດຍຈັດລຳດັບວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນໄວ້ຊ່ວງເຊົ້າ ແລ້ວວາງວຽກອື່ນໄວ້ໃນຊ່ວງບ່າຍ ກໍຈະຊ່ວຍໃຫ້ເຮົາຈັດການກັບເລື່ອງຕ່າງໆໄດ້ງ່າຍຂຶ້ນ ທັງຍັງເຮັດໃຫ້ບໍ່ພາດທຸກວຽກສຳຄັນນຳ ລອງຄິດເຖິງອາລົມເວລາຈັດຕາຕະລາງຮຽນຕອນອາຍຸຍັງນ້ອຍເບິ່ງ ນັ້ນແມ່ນຫລັກການຄ້າຍຄືກັນ.

- Visit Laos Visit SALANA BOUTIQUE HOTEL - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ

     2. To Do List ລຽງລຳດັບຄວາມສຳຄັນ : ເມື່ອມີລາຍການທີ່ຕ້ອງເຮັດໃນມືແລ້ວ ສິ່ງທີ່ຕ້ອງເຮັດລຳດັບຕໍ່ໄປກໍແມ່ນການເອົາລາຍການເຫລົ່ານັ້ນມາຈັດລຽງຕາມຄວາມສຳຄັນຈາກຫລາຍໄປຫາໜ້ອຍ ແລະ ມີວຽກໃດທີ່ຕ້ອງເຮັດຕໍ່ເນື່ອງແດ່ ເພື່ອເຮັດໃຫ້ເຮົາຮູ້ວ່າແຕ່ລະວຽກຕ້ອງໃຊ້ເວລາຫລາຍໜ້ອຍປານໃດ ແລະ ຄວນຈະທຸ້ມເທແຮງໃຫ້ກັບວຽກແຕ່ລະວຽກອັນໃດຊໍ່າໃດ ໝົດບັນຫາສົ່ງວຽກບໍ່ທັນກຳນົດ ຫລື ບັນຫາການຫລົງລືມໄດ້ຫລາຍກ່ວາ 90%.

     3. ແບ່ງເວລາວຽກ ແລະ ເວລາສ່ວນໂຕ : ນີ້ຖືເປັນເຄັດລັບທີ່ຈະເຮັດໃຫ້ເຮົາສາມາດຈັດການທັງເລື່ອງວຽກ ແລະ ເລື່ອງສ່ວນໂຕໄດ້ດີຂຶ້ນ ໂດຍເມື່ອຮອດບ່ອນເຮັດວຽກກໍໃຫ້ໃຊ້ສະມາທິຈົດຈໍ່ຢູ່ກັບວຽກພຽງຢ່າງດຽວເທົ່ານັ້ນ ຕັດຄວາມຄິດເລື່ອງອື່ນໆອອກໄປໃຫ້ໝົດ ແລະ ຄວນລົມໂທລະສັບສ່ວນໂຕສະເພາະເລື່ອງທີ່ຈຳເປັນ. ໃນທາງກົງກັນຂ້າມ ເມື່ອຢູ່ເຮືອນກໍບໍ່ຄວນເອົາວຽກກັບເມືອນຳ ຍົກເວັ້ນໃນກໍລະນີທີ່ຈຳເປັນແທ້ໆ ເພື່ອໃຊ້ເວລາກັບຄອບຄົວໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້.

     4. ຈັດການກັບວຽກຍາມກ່ອນ: ຫລາຍຄົນມັກຈັດການວຽກງ່າຍໆໃຫ້ແລ້ວກ່ອນເປັນອັນດັບທຳອິດ ກ່ອນທີ່ຈະເຮັດວຽກຍາກ ເພາະວຽກງ່າຍມັກຈະໃຊ້ເວລາໜ້ອຍ ແລະ ບໍ່ຕ້ອງໃຊ້ຄວາມຄິດຫຍັງຫລາຍ, ແຕ່ໃນຄວາມເປັນຈິງແລ້ວ ເຮົາຄວນຈະສະສາງວຽກຍາກໃຫ້ແລ້ວກ່ອນ ເພາະຫລັງຈາກທີ່ວຽກນັ້ນຈົບລົງກໍຈະຮູ້ສຶກຜ່ອນຄາຍ ສະບາຍໃຈ ເຮັດໃຫ້ມີແຮງເຮັດວຽກອື່ນຕໍ່ໄປໄດ້.

     5. ຈັດໃຫ້ມີເວລາພັກຜ່ອນແດ່ : ການພັກຜ່ອນເປັນໜຶ່ງໃນເຄັດລັບບໍລິຫານເວລາໃຫ້ມີປະສິດທິພາບ ເພາະການເຮັດວຽກເປັນເວລາຕິດຕໍ່ກັນດົນໆ ຈະເຮັດໃຫ້ສະໝອງແລະ ສາຍຕາເກີດອາການເມື່ອຍລ້າ ດັ່ງນັ້ນ ຄວນຫາເວລາໃຫ້ຮ່າງກາຍ ແລະ ສະໝອງໄດ້ພັກ ຫລື ພັກສາຍຕາຈາກໜ້າຈໍຄອມພິວເຕີແດ່ ເທື່ອລະປະມານ 5 – 10 ນາທີ ເພື່ອກະຕຸ້ນຄວາມຄິດ ຊ່ວຍໃຫ້ແຮງກາຍແຮງໃຈໃຫ້ຮູ້ສຶກສົດຊື່ນຕື່ນໂຕ ພ້ອມຮັບມືກັບວຽກໃໝ່ຢູ່ສະເໝີ, ແຕ່ການພັກກໍບໍ່ຄວນຈະເຮັດຕະຫລອດ ຫລື ພັກດົນເກີນໄປ ເພາະອາດເຮັດໃຫ້ເສຍເວລາການເຮັດວຽກໄປໂດຍບໍ່ມີປະໂຫຍດ.

- 3 - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ
- 4 - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ
- 5 - 5 ຫລັກການເພື່ອຊ່ວຍທ່ານບໍລິຫານເວລາຢ່າງມີປະສິດທິພາບ