ການບໍລິການສາທາລະນະໜ້າເປັນຫ່ວງ

- 56852848 631259907299550 1068365809140629504 n - ການບໍລິການສາທາລະນະໜ້າເປັນຫ່ວງ
- kitchen vibe - ການບໍລິການສາທາລະນະໜ້າເປັນຫ່ວງ

ໂດຍ: ມຶກບໍ່ແຫ້ງ

ການບໍລິການສາທາລະນະແມ່ນບັນຫາພື້ນຖານ ແລະ ເປັນຂອດສຳຄັນທີ່ສຸດຂອງການບໍລິຫານປະເທດ  ແຕ່ພວກເຮົາເຮັດໄດ້ດີລະບໍ ? ການບໍລິການສາທາລະນະແມ່ນບັນດາການບໍລິການຕ່າງໆທີ່ລັດຖະບານເປັນຜູ້ຈັດການ ແລະ ຄຸ້ມຄອງເພື່ອສະໜອງໃຫ້ປະຊາຊົນໄດ້ຮັບຄວາມສະດວກສະບາຍ ເປັນຕົ້ນການບໍລິການທາງດ້ານການປິ່ນປົວສຸຂະພາບ, ການສຶກສາ, ການຂົນສົ່ງສາທາລະນະ ແລະ ຍັງລວມໄປເຖິງການໃຫ້ການບໍລິການຕ່າງໆແກ່ມວນຊົນທີ່ຢູ່ບັນດາຫ້ອງການຕ່າງໆ.

- Visit Laos Visit SALANA BOUTIQUE HOTEL - ການບໍລິການສາທາລະນະໜ້າເປັນຫ່ວງ

ການບໍລິການສາທາລະນະໃນປະເທດເຮົາຍັງຕ້ອງສືບຕໍ່ປັບປຸງຫລາຍແນວຢ່າງຮີບຮ້ອນ ໂດຍສະເພາະຂອດການບໍລິການຕ່າງໆຂອງບັນດາກະຊວງທີ່ໃຫ້ບໍລິການປະຊາຊົນ, ບໍ່ວ່າຂັ້ນຕອນການແລ່ນເອກະສານທີ່ມີຄວາມຊັດເຈນກະທັດຮັດ, ຄ່າທຳນຽມສົມເຫດສົມຜົນ ແລະ ວ່ອງໄວທັນກັບຄວາມຕ້ອງການ.

ການຫລັ່ງໄຫລໄປສະໝັກເຂົ້າເປັນລັດຖະກອນຂອງສະພາແຫ່ງຊາດ ເມື່ອວັນທີ 5 ເມສາ 2019 ທີ່ຜ່ານມາ ໄດ້ສ້າງກະແສທົ່ວສັງຄົມ ໂດຍມີທັດສະນະທີ່ແຕກຕ່າງກັນໄປ. ຄົນຈຳນວນຫລາຍທີ່ມີຄຳເຫັນຜ່ານທາງສື່ສັງຄົມນັ້ນ ສ່ວນໃຫຍ່ຈະເວົ້າວ່າການຈັດການແມ່ນບໍ່ມີຄວາມເປັນລະບຽບຮຽບຮ້ອຍເມື່ອມີຄົນຈຳນວນຫລາຍລຽນຄິວຊື້ຟອມສະໝັກເຂົ້າເປັນລັດຖະກອນ, ປາກົດວ່າການຢາຍບັດຄິວນັ້ນແມ່ນເປັນໄປຢ່າງສົນລະມຸນ, ແບບວ່າໃຜທັນຜູ້ນັ້ນໄດ້ ເຊິ່ງສະແດງເຖິງການຂາດຄວາມເປັນມືອາຊີບ.

ອີກທັດສະນະໜຶ່ງກໍເວົ້າວ່າ ທັງທີ່ຮູ້ແລ້ວວ່າ ໂຄຕາທີ່ຮັບລັດຖະກອນຂອງສະຖາບັນດັ່ງກ່າວມີພຽງແຕ່ 10 ໂຄຕາ ແຕ່ເປັນຫຍັງຄືເປີດໃຫ້ການຂາຍຟອມຫລາຍແທ້ ເຊິ່ງຫລາຍຄົນກໍສົງໄສວ່າ ນີ້ແມ່ນການຊອກຫາລາຍໄດ້ຊື່ໆບໍ່ ? ຖ້າເປັນແນວນັ້ນແທ້ ກໍບໍ່ອາດເໝາະສົມພໍປານໃດ ເພາະຜູ້ມາສະໝັກສ່ວນໃຫຍ່ກໍຍັງເປັນນັກສຶກສາທີ່ຫາກໍຈົບໃໝ່ໆ ເຊິ່ງຍັງບໍ່ມີລາຍຮັບທີ່ແນ່ນອນ.

ຕໍ່ບັນຫາດັ່ງກ່າວ, ຫລາຍຄົນແມ່ນມີທັດສະນະກົງກັນວ່າພວກເຮົາຄວນຫັນການບໍລິຫານຈັດການ ແລະ ຄຸ້ມຄອງເປັນລະບົບອອນລາຍ ຫລື ດີຈີຕອລ (Digital) ແລ້ວ ເພາະເຮົາລົມເລື່ອງການຫັນເປັນການຄຸ້ມຄອງແບບ ອີເລັກໂທຣນິກ (E-governance) ມາດົນສົມຄວນແລ້ວ ເຊັ່ນການເປີດຮັບສະໝັກພະນັກງານໃໝ່ຜ່ານລະບົບອອນລາຍ ທີ່ຜູ້ສົນໃຈສາມາດຍື່ນເອກະສານຂອງຕົນເປັນ ຟາຍ (file) ອີເລັກໂທຣນິກ.

ຮູບແບບການສະໝັກແບບອອນລາຍນີ້ ສາມາດເຮັດໃຫ້ ທັງຜູ້ຮັບຟອມ ແລະ ຜູ້ສົນໃຈສະໝັກ ປະຢັດເວລາ ແລະ ງົບປະມານຢ່າງຫລວງຫລາຍ ແຕ່ກໍສາມາດຄັດຈ້ອນເອົາຄົນທີ່ເໝາະສົມ, ມີຄວາມຮູ້ ຄວາມສາມາດ ມາເຮັດວຽກນຳອົງກອນຂອງຕົນເປັນຢ່າງດີໄດ້ເຊັ່ນກັນ ແລະ ຂະບວນການນີ້ຈະຊ່ວຍໃຫ້ມີຄວາມໂປ່ງໃສຫລາຍຂຶ້ນຕື່ມ.

ໃນປັດຈຸບັນ ກໍມີຫລາຍພາກສ່ວນທີ່ສາມາດຈັດຕັ້ງການບໍລິການລັກສະນະເຊັ່ນນີ້ໄດ້ດີເຊັ່ນ: ກົມກົງສຸນກະຊວງການຕ່າງປະເທດ ເພິ່ນຈະມີຂໍ້ມູນເຮັດໜັງສືຜ່ານແດນຜ່ານທາງເວບໄຊ (website) ທີ່ສາມາດເຂົ້າເບິ່ງລາຍລະອຽດກ່ອນປະກອບເອກະສານ, ເມື່ອມາຍື່ນກໍມີລະບົບທີ່ເປັນລະບຽບພໍສົມຄວນ. ເພາະສະນັ້ນ, ບັນດາອົງການທີ່ກ່ຽວຂ້ອງຂອງພາກລັດເຮົາຄວນມີການສຶກສາ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງຂໍ້ຄົງຄ້າງໃຫ້ດີຂຶ້ນ, ຮັບປະກັນການໃຫ້ການບໍລິການແກ່ປວງຊົນໄດ້ດີກວ່າເກົ່າ.

- 4 - ການບໍລິການສາທາລະນະໜ້າເປັນຫ່ວງ
- 5 - ການບໍລິການສາທາລະນະໜ້າເປັນຫ່ວງ
- 3 - ການບໍລິການສາທາລະນະໜ້າເປັນຫ່ວງ