ສົມເດັດພະເທບພະຣັດຣາຊະສຸດາຮ່ວມສະຫລອງປີໃໝ່ລາວທີ່ສະຖານທູດລາວປະຈໍາໄທ
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562 ຂຶ້ນໃນວັນທີ 11 ເມສາຜ່ານມາ, ໂດຍການເປັນກຽດເຂົ້າຮ່ວມຂອງສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ, ມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ, ພ້ອຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມດ້ວຍບັນຍາກາດມ່ວນຊື່ນ.
ໃນໂອກາດອັນເປັນສິລິມຸງຄຸນນີ້, ໄດ້ມີພິທີບາສີສູ່ຂວັນ ແລະ ຕັກບາດຖວາຍສັງຄະທານຕາມຮີດຄອງປະເພນີ ແລະ ອວຍໄຊໃຫ້ພອນໂຊກດີປີໃໝ່ຊຶ່ງກັນ ແລະ ກັນ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຂຶ້ນກ່າວອວຍພອນປີໃໝ່ ແລະ ອວຍພອນວັນຄ້າຍວັນເກີດແດ່ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຈົ່ງມີພະກະເສມສຳຣານຍິ່ງຍືນນານ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ໄທ ໃຫ້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ. ຈາກນັ້ນກໍຮ່ວມຊົມການສະແດງສິລະປະຕ່າງໆຈາກຄະນະສິລະປະຂອງລາວ ແລະ ໄທ ອັນເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ.