ໃບໜ້າໃໝ່ ! ການເມືອງອູແກຣນ ເຊເລນສະກີ ນັກສະແດງຕະຫລົກ ໄດ້ຮັບໄຊຊະນະເລືອກຕັ້ງປະທານາທິບໍດີ


ຜົນສຳຫລວດ ບົ່ງບອກວ່າ: ນັກສະແດງຕະຫລົກ ໄດ້ຮັບໄຊຊະນະຢ່າງຫລວງຫລາຍໃນການເລືອກຕັ້ງປະທານາທິບໍດີຂອງອູແກຣນ. ທັງນີ້ ວ່າທີ່ຜູ້ນຳຄົນໃໝ່ກ່າວວ່າ: ຈະບໍ່ເຮັດໃຫ້ຊາວອູແກຣນຜິດຫວັງ ພ້ອມຈະເຈລະຈາຄວາມຂັດແຍ່ງກັບຣັດເຊຍ.
ການເມືອງອູແກຣນກຳລັງຈະມີການປ່ຽນແປງຄັ້ງສຳຄັນ ເນື່ອງຈາກກຳລັງຈະມີຜູ້ນຳຄົນໃໝ່ ເຊິ່ງເປັນນັກສະແດງຕະຫລົກທີ່ບໍ່ເຄີຍມີປະສົບການທາງການເມືອງ ເຂົ້າມາບໍລິຫານປະເທດ.
ຜົນສຳຫລວດຂອງຫລາຍບ່ອນ ພາຍຫລັງການເລືອກຕັ້ງໃນວັນທີ 21 ເມສາ ລະບຸວ່າ: ທ່ານ ໂວໂລດີເມຍ ເຊເລນສະກີ້ ອາຍຸ 41 ປີ ໄດ້ຮັບໄຊຊະນະເໜືອ ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ້ ເຈົ້າຂອງຕຳແໜ່ງ ຢ່າງຫລວງຫລາຍ 73 ຕໍ່ 25% ແລະ ທ່ານ ເຊເລນສະກີ້ ກໍໄດ້ປະກາດວ່າ: ຈະບໍ່ເຮັດໃຫ້ຊາວອູແກຣນຜິດຫວັງ. ທ່ານ ເຊເລນສະກີ້ ຈະເຂົ້າຮັບຕຳແໜ່ງທ່າມກາງຄວາມຂັດແຍ່ງກັບຣັດເຊຍ ຫລັງຈາກຣັດເຊຍລວມເອົາໄຄຣເມຍເຂົ້າເປັນຂອງຕົນໃນປີ 2014 ແລະ ສະໜັບສະໜູນການກໍ່ຄວາມບໍ່ສະຫງົບທາງຕາເວັນອອກຂອງອູແກຣນ ເຊິ່ງໃນວັນທີ 21 ເມສານີ້ ທ່ານໄດ້ເປີດເຜີຍວ່າ: ມີແຜນຈະເຈລະຈາກັບຣັດເຊຍ ໂດຍການສະໜັບສະໜູນຂອງເອີຣົບຕໍ່ໄປ ແລະ ຈະພະຍາຍາມຊ່ວຍໃຫ້ຊາວອູແກຣນທີ່ຖືກຈັບຢູ່ຣັດເຊຍໄດ້ຮັບການປ່ອຍຕົວ, ສ່ວນທ່ານ ໂປໂຣເຊນໂກ້ ໄດ້ຍອມຮັບການປະລາໄຊ ແລະ ຢືນຢັນວ່າ: ທ່ານຈະບໍ່ເລີກຫລິ້ນການເມືອງ ໂດຍຈະເປັນຝ່າຍຄ້ານທີ່ແຂງແກ່ນໃນສະພາ.