ພາລູກນ້ອຍເດີນທາງໄກຄວນມີເບາະສຳລັບເດັກ (CAR SEAT) ເພື່ອຄວາມປອດໄພໃນການເດີນທາງ
ພໍ່ແມ່ຫຼາຍໆຄົນພາລູກນ້ອຍເດີນທາງໄກ ຢ່າລືມໃຫ້ລູກນັ່ງເບາະສຳລັບເດັກ ເພື່ອຄວາມປອດໄພໃນການເດີນທາງ.
ຄວາມສໍາຄັນ: ຈາກສະຖິຕິສະແດງໃຫ້ເຫັນວ່າ ສາມາດຫຼຸດອັດຕາການຕາຍ ຫຼື ບາດເຈັບໄດ້ເຖິງ 70% ເມື່ອເກີດອຸປະຕິເຫດ, ລົດທຸກຄັນຈຶ່ງຄວນມີ ເບາະສຳລັບເດັກ ເພື່ອປົກປ້ອງຊີວິດຂອງລູກນ້ອຍ.
ສ່ວນຄວາມອັນຕະລາຍຂອງການບໍ່ໃຊ້ເບາະສຳລັບເດັກ (1) ແຮງກະທົບຈະເຮັດໃຫ້ລູກນ້ອຍຫຼຸດອອກຈາກມື ອາດໄປກະທົບແວ່ນ ແລະ ຫຼຸດອອກຈາກນອກລົດໄດ້, (2) ລູກນ້ອຍຖືກຮ່າງກາຍຂອງຜູ້ອູ້ມກະທົບຢ່າງແຮງເຖິງແມ່ນວ່າຜູ້ອູ້ມຈະມີນໍ້າໜັກພຽງ 45 ກິໂລ ແຕ່ເນື່ອງຈາກແຮງຂອງລົດຈະເຮັດໃຫ້ຄືກັບມີຂອງໜັກ 1.360 ກິໂລ ກະທົບມາເທິງຕົວຂອງລູກ.
ເບາະສຳລັບເດັກ: ສາມາດນັ່ງໄດ້ຕັ້ງແຕ່ເດັກນ້ອຍເກີດໃໝ່ ຈົນເຖິງອາຍຸ 4 ປີ (ຫຼື ຕາມກໍານົດອາຍຸຂອງແຕ່ລະຂະໜາດທີ່ໃຊ້) ຫຼັງຈາກນັ້ນກໍຄວນໃຊ້ບ່ອນນັ່ງເສີມສໍາລັບເດັກ (Booster seat) ເຊິ່ງເດັກໃຊ້ໄດ້ຈົນເຖິງອາຍຸ 12 ປີ ຫຼືຕາມຄໍາແນະນໍາຂອງສິນຄ້າ.
ການຕິດຕັ້ງ: ຄວນຕິດຕັ້ງຢ່າງຖືກວິທີ ເທິງເບາະຫຼັງຂອງລົດ ໂດຍຕິດຕັ້ງແບບຫັນຫຼັງ (ໃຫ້ລູກຫັນໜ້າເຂົ້າຫາເບາະ) ໂດຍສະເພາະໃນລູກນ້ອຍ ເພາະສາມາດປ້ອງກັນຫົວ ແລະ ກະດູກສັນຫຼັງຂອງເດັກໄດ້ດີກວ່າ. ປັດຈຸບັນ ສະມາຄົມການແພດຂອງອາເມລິກາແນະນໍາໃຫ້ຕິດຕັ້ງແບບຫັນຫຼັງຈົນເດັກນ້ອຍອາຍຸ 2 ປີ.
ຄໍາແນະນໍາສຳລັບລູກນ້ອຍທີ່ນັ່ງເບາະນັ່ງສຳລັບເດັກເປັນເວລາດົນໆ ຄວນພັກເຊົາລົດທຸກໆ 1-3 ຊົ່ວໂມງ ເພື່ອໃຫ້ລູກອອກມາຢືດເສັ້ນຢືດສາຍ ຢ່າໃຫ້ລູກນັ່ງຕິດຕໍ່ກັນດົນເກີນໄປ.