ໄລຍະສະຫລອງບຸນປີໃໝ່ລາວ ມີປະກົດການຫຍໍ້ທໍ້ເກີດຂຶ້ນຫລາຍ
ກົມຕຳຫລວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນໄລຍະສະຫລອງບຸນປີໃໝ່ລາວ ພສ 2562 ນັບແຕ່ວັນທີ 13-16 ເມສາ ນີ້, ທົ່ວປະເທດ ມີປาກົດການຫຍໍ້ທໍ້ເກີດຂຶ້ນ 15 ເລື່ອງ, ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 14 ເລື່ອງ, ກັກຕົວຜູ້ຕ້ອງຫາມາດຳເນີນຄະດີໄດ້ 22 ຄົນ, ພົ້ນເດັ່ນແມ່ນຄະດີຄາຕະກຳ ເກີດຂຶ້ນ 5 ເລື່ອງ, ມີຜູ້ເສຍຊີວິດ 4 ຄົນຄື: ຢູ່ແຂວງ ຄຳມ່ວນ ແລະ ສະຫວັນນະເຂດ, ລັກຊັບພົນລະເມືອງ 4 ເລື່ອງ, ທຳຮ້າຍຫ່າງກາຍ 3 ເລື່ອງ, ປຸ້ນຊັບ, ມີອາວຸດເສິກໄວ້ໃນຄອບຄອງ ແລະ ທຳມິດສາຈານ ອື່ນໆອີກ
ກົມຕຳຫລວດສືບສວນ-ສອບສວນ ໃຫ້ຮູ້ວ່າ: ໃນໄລສະຫລອງບຸນປີໃໝ່ລາວ ກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ສຸມໃສ່ວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ ເພື່ອຮັກສາຄວາມສະຫງົບປອດໄພ, ແຕ່ກໍຍັງມີສະພາບຫຍໍ້ທໍ້ເກີດຂຶ້ນ, ຍ້ອນກຸ່ມຄົນບໍ່ດີສວຍໂອກາດທີ່ມວນຊົນມີການສະເຫລີມສະຫລອງ ແລະ ອອກໄປທ່ອງທ່ຽວ ເພື່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ເປັນຕົ້ນແມ່ນບັນຫາລັກຊັບ, ຊີງຊັບ ແລະ ອື່ນໆ, ສະນັ້ນ ໃນຕໍ່ໜ້າ ຈະມີການກວດກາປ້ອງກັນຢ່າງເຂັ້ມງວດ ໂດຍເນັ້ນໃຫ້ ປກສ ກຸ່ມບ້ານ ແລະ ປກສ ບ້ານ ເອົາໃຈໃສ່ເວນຍາມ ແລະ ຮັກສາຄວາມສະຫງົບຕາມຕາມລະບຽບການວາງໄວ້ໃຫ້ເຂັ້ມງວດ,
ໃນໄລຍະດຽວກັນສະເພາະ ຢູ່ ນະຄອນຫລວງວຽງຈັນ ມີຫລາຍຂໍ້ຫ້າມຍັງບໍ່ປະຕິບັດໄດ້, ເປັນຕົ້ນຍັງພົບເຫັນການແກ່ວງຖົງນ້ຳໃສ່ກັນ, ມີການຕັ້ງວົງ, ກຸ່ມແກ້ງຫົດນ້ຳຕາມເສັ້ນທາງ ແລະ ການນຸ່ງຖືຂອງແມ່ຍິງ ມີລັກສະນະໂປ້ເປືອຍ ແລະ ດື່ມສິ່ງມຶນເມົາເກີນຂອບເຂດຄື: ໃນວັນທີ 14 ຫາ 16 ເມສາ ນີ້, ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ລະເມີດກົດຈະລາຈອນຫລາຍກ່ວາ 100 ຄົນ, ຂະນະດຽວກັນ ກໍມີອຸປະຕິເຫດເກີດຂຶ້ນ 20 ກ່ວາກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ, ຖ້າທຽບໃສ່ແຂວງອື່ນໆ ແມ່ນມີສູງ, ສາເຫດຫລັກກໍຍ້ອນການດື່ມສິ່ງມຶນເມົາ, ບວກກັບການຕັ້ງກຸ່ມແກ້ງຫົດນ້ຳຕາມເສັ້ນທາງ ແລະ ຖະໜົນຕ່າງໆ ເກີດຂຶ້ນຫລາຍ ຊຶ່ງພາໃຫ້ການສັນຈອນຕິດຂັດ, ໂດຍສະເພາະແມ່ນຖະໜົນ ສາມແສນໄທ, ຖະໜົນຟ້າງຸ່ມ ແລະ ເຂດເສັ້ນທາງສີໄຄ ທີ່ມີການຫົດນ້ຳ ແລະ ສະຫລອງບຸນປີໃໝ່ບໍ່ຖືກກັບລະບຽບທີ່ວາງໄວ້, ອີກສ່ວນໜຶ່ງກໍຍ້ອນການກວດກາຂອງເຈົ້າໜ້າທີ່ບໍ່ເຂັ້ມງວດ ເຮັດໃຫ້ມີການຝ່າຝືນຂໍ້ຫ້າມ ແລະ ກົດລະບຽບຕ່າງໆ, ດັ່ງນັ້ນ ໃນຕໍ່ໜ້ານີ້ ກຳລັງເຈົ້າໜ້າທີ່ຄວນເອົາໃຈໃສ່ລົງກວດກາ ໃຫ້ເຂັ້ໝງວດຫລາຍຂຶ້ນ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ແລະ ຂໍ້ຫ້າມຕ່າງໆຂອງເຈົ້າໜ້າທີ່.