ອາຫານທີ່ມີຄໍລາເຈັນຫລາຍຈາກທຳມະຊາດໂດຍກົງ
ຄໍລາເຈັນ ຊ່ວຍໃຫ້ສຸຂະພາບຜິວງາມ, ສົດໃສ, ອ່ອນກ່ວາອາຍຸ ແລະ ບໍ່ຫ່ຽວຍານ ໃນປະຈຸບັນ ເຮົາສາມາດກິນຄໍລາເຈັນໃນຮູບແບບເມັດ, ຝຸ່ນ ຫລື ຜະລິດຕະພັນເສີມອາຫານ ແຕ່ຈະດີກ່ວາບໍ່ຫາກເຮົາສາມາດກິນອາຫານທີ່ມີຄໍລາເຈັນຈາກທຳມະຊາດໂດຍກົງ ແລະ 10 ອາຫານຕໍ່ໄປນີ້ແມ່ນມີຄໍລາເຈັນຫລາຍທີ່ສຸດ.
1. ປາ : ເປັນແຫ່ລງໂປຣຕິນທີ່ດີ ແລະ ເປັນແຫ່ລງຜະລິດຄໍລາເຈັນ ເຊັ່ນ : ປາທູນ່າ, ປາແຊມມັອນ ໃຫ້ປະໂຫຍດທັງບຳລຸງຜິວ ແລະ ບຳລຸງສຸຂະພາບ.
2. ໝາກອະໂວກາໂດ້ : ຖ້າທ່ານຢາກເລັ່ງການຜະລິດຄໍລາເຈັນໃຫ້ຜິວ ໝາກອະໂວກາໂດ້ກໍເປັນໜຶ່ງໃນໂຕເລືອກທີ່ໜ້າສົນໃຈ ຄຸນສົມບັດທີ່ດີຂອງມັນແມ່ນຊ່ວຍໃຫ້ຜິວຊຸ່ມຊື່ນ, ມີສະເຕຍຣອຍທີ່ຊ່ວຍໃຫ້ທ່ານຕໍ່ສູ້ກັບຮອຍຫ່ຽວຍານ ແລະ ສິວໄດ້. ນອກຈາກນີ້, ຍັງຊ່ວຍປົກປ້ອງຜິວຈາກອະນຸມູນອິດສະລະໄດ້ນຳ.
3. ໄກ່ງວງ : ອຸດົມໄປດ້ວຍຄາໂນຊີນ ຊ່ວຍຂັດຂວາງຂະບວນການແກ່ຊະລາ, ຊ່ວຍຮັກສາຄວາມຫົດຢືດຂອງຜິວ. ນອກນີ້ຍັງມີສັງກະສີຊ່ວຍໃຫ້ຜິວທີ່ແຫ້ງແຕກ ຫລືລອກກັບມາຊຸ່ມຊື່ນຂຶ້ນໄດ້.
4. ວິຕາມິນເຊ : ວິຕາມິນເຊກໍ່ໃຫ້ເກີດພັນທະລະຫ່ວາງກົດອະມິໂນທີ່ຈຳເປັນຕໍ່ການສ້າງຄໍລາເຈັນ. ການກິນວິຕາມິນເຊກັບຄໍລາເຈັນຈະເຮັດໃຫ້ມີປະສິດທິພາບຫລາຍຂຶ້ນໃນການດູແລສຸຂະພາບຜິວ.
5. ຊັອກໂກແລັດ : ຊັອກໂກແລັດເຮັດໜ້າທີ່ເປັນໂຕແທນໃນການຮັກສາສຸຂະພາບຜິວ ການກິນຊັອກໂກແລັດເປັນປະຈຳສາມາດຊ່ວຍຫລຸດຮໍໂມນຄວາມເຄັ່ງຄຽດໄດ້, ແຕ່ຢ່າກິນຫລາຍຈົນເກີນໄປ.
6. ໝາກກອກ : ຜິວທີ່ມີສຸຂະພາບດີເປັນສິ່ງສຳຄັນອັນດັບທຳອິດທີ່ທຸກຄົນຢາກມີ ໝາກກອກດຳ ແລະ ໝາກກອກຂຽວ ເປັນແຫ່ລງຂອງຄໍລາເຈັນທີ່ດີ ສາມາດຊ່ວຍຟື້ນຟູຜິວທີ່ຫ່ຽວຍານໂດຍການຜະລິດຄໍລາເຈັນໃຫ້ກັບຜິວໄດ້ເມື່ອທ່ານກິນ.
7. ຫົວກະຫລົດ : ຜະລິດຄໍລາເຈັນໃຫ້ແກ່ຮ່າງກາຍ ເນື່ອງຈາກມີວິຕາມິນອາ ແລະ ສາມາດຄວບຄຸມການໄຫລວຽນເລືອດ. ນອກຈາກນີ້ ຍັງປ້ອງກັນການສະຫລາຍໂຕຂອງຄໍລາເຈັນ ແລະ ອີລາສຕິນຂອງຜິວໄດ້ນຳ.
8. ຖົ່ວ : ຖົ່ວເຕັມໄປດ້ວຍກົດໄຮຢາລູໂຣນິກ ແລະ ສັງກະສີ ເຊິ່ງມີປະໂຫຍດໃນການກະຕຸ້ນການຜະລິດຄໍລາເຈັນ ແລະ ເລັ່ງສ້າງແຊນໃນຊັ້ນຜິວ. ການກິນຖົ່ວສາມາດເຮັດໃຫ້ຜິວຂອງທ່ານຊຸ່ມຊື່ນ, ຊ່ວຍປ້ອງກັນການກໍ່ໂຕຂອງຮອຍຫ່ຽວຍານ, ຮອຍຕີນກາ ແລະ ສິວ.
9. ຜັກໃບຂຽວ : ຊ່ວຍເພີ່ມການຜະລິດຄໍລາເຈັນໃຫ້ແກ່ຜິວ ພືດສີຂຽວທັງໝົດມີຄລໍໂຣຟິວໃຫ້ສານຕ້ານອະນຸມູນອິດສະລະ ແລະ ຄໍລາເຈັນທີ່ມີປະສິດທິພາບ.
10. ໄຂ່ : ເປັນແຫ່ລງອຸດົມໄປ ດ້ວຍໂປຣຕິນ ແລະ ວິຕາມິນ – ແຮ່ທາດ ນອກເໜືອຈາກນີ້ຍັງມີຄໍລາເຈັນ ແລະ ຊ່ວຍກຳຈັດອະນຸມູນອິດສະລະອອກຈາກຮ່າງກາຍ ທັງຍັງຊ່ວຍເພີ່ມການຜະລິດຄໍລາເຈັນໃຫ້ແກ່ຜິວໄດ້ນຳອີກ.