ສີລັງກາເຕືອນກຸ່ມລະເບີດອີສເຕີ ວາງແຜນກໍ່ເຫດອີກມໍ່ໆນີ້
ເຈົ້າໜ້າທີ່ຄວາມໝັ້ນຄົງສີລັງກາເຕືອນວ່າ: ກຸ່ມຕິດອາວຸດທີ່ພົວພັນເຫດລະເບີດຂ້າຕົວຕາຍຫລາຍເທື່ອໃນວັນອີສເຕີກຳລັງກຽມກໍ່ເຫດອີກໃນມໍ່ໆນີ້ ໂດຍໃຊ້ລົດຕູ້ ແລະ ມືລະເບີດຂ້າຕົວຕາຍທີ່ຈະນຳເຄື່ອງແບບທະຫານມາໃສ່ສວຍຮອຍ.
ຣອຍເຕີລາຍງານໃນວັນທີ 29 ເມສານີ້ ອ້າງໜັງສືທີ່ຫົວໜ້າພະແນກຄວາມໝັ້ນຄົງລະດັບລັດຖະມົນຕີ ເຊິ່ງເປັນໜ່ວຍງານສັງກັດຕຳຫລວດສົ່ງເຖິງສະມາຊິກສະພາ ແລະ ພະແນກຄວາມໝັ້ນຄົງອື່ນໆວ່າ: ອາດມີການກໍ່ເຫດຮ້າຍເທື່ອໃໝ່ອີກ, ຂໍ້ມູນທີ່ກ່ຽວຂ້ອງລະບຸວ່າ: ຄົນຮ້າຍອາດຈະນຳເຄື່ອງແບບທະຫານມາໃສ່ ແລະ ໃຊ້ລົດຕູ້ໃນການກໍ່ເຫດ, ເລັ່ງເປົ້າໝາຍ 5 ຈຸດ ເພື່ອກໍ່ເຫດໃນວັນທີ 5 ຫລື 6 ພຶດສະພາ, ໜຶ່ງໃນນັ້ນຄືເມືອງຢູ່ແຂວງທາງຕາເວັນອອກທີ່ມີຜູ້ເສຍຊີວິດ 27 ຄົນຈາກເຫດລະເບີດຂ້າຕົວຕາຍຢູ່ໂບດແຫ່ງໜຶ່ງໃນວັນອີສເຕີ, ສ່ວນເປົ້າໝາຍອື່ນໆ ຈົດໝາຍໄດ້ລະບຸໄວ້, ສ່ວນລັດຖະມົນຕີສອງທ່ານ ແລະ ສະມາຊິກສະພາສອງທ່ານຢືນຢັນກັບຣອຍເຕີວ່າ: ຮູ້ເລື່ອງຄຳເຕືອນຫລ້າສຸດແທ້.
ເຖິງຢ່າງໃດກໍດີ, ຣອຍເຕີລາຍງານວ່າ: ວັນທີ 28 ເມສາ ບໍ່ມີເຫດຮ້າຍເກີດຂຶ້ນ ແລະ ທາງການໄດ້ເພີ່ມມາດຕະການຮັກສາຄວາມປອດໄພທົ່ວປະເທດ, ຈັບຜູ້ຕ້ອງສົງໄສເປັນກຸ່ມຕິດອາວຸດໄດ້ຈຳນວນໜຶ່ງນັບແຕ່ເກີດລະເບີດຂ້າຕົວຕາຍຢູ່ໂຮງແຮມສາມແຫ່ງ ແລະ ໂບດສາມແຫ່ງໃນວັນທີ 21 ເມສາ ມີຜູ້ເສຍຊີວິດຫລາຍກວ່າ 250 ຄົນ ເປັນຄົນຕ່າງປະເທດ 40 ຄົນ.