ປະທານາທິບໍດີ ປູຕິນ ຢາກຟື້ນຟູຄືນການເຈລະຈາ 6 ຝ່າຍ ກ່ຽວກັບນິວເຄຼຍຢູ່ແຫລມເກົາຫລີ

- 201306979 - ປະທານາທິບໍດີ ປູຕິນ ຢາກຟື້ນຟູຄືນການເຈລະຈາ 6 ຝ່າຍ ກ່ຽວກັບນິວເຄຼຍຢູ່ແຫລມເກົາຫລີ
- kitchen vibe - ປະທານາທິບໍດີ ປູຕິນ ຢາກຟື້ນຟູຄືນການເຈລະຈາ 6 ຝ່າຍ ກ່ຽວກັບນິວເຄຼຍຢູ່ແຫລມເກົາຫລີ

      ວິທະຍຸ​ກະຈາຍສຽງ NHK ຍີ່ປຸ່ນ ​ໄດ້​ນຳ​ສະ​ເໜີ​ຄຳ​ໃຫ້ການ​ຂອງ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຄົນ​ໜຶ່ງ​ຂອງຣັດ​ເຊຍ​ວ່າ: ປະທານາທິບໍດີ ປູ​ຕິນ ​ໄດ້​ມີ​ແນວ​ຄິດ​ຢາກ​ຟື້ນຟູ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ​ຄືນ​ໃໝ່ ​ໃນ​ໂອກາດ​ທ່ານ​ພົບ​ປະ​ກັບ​ຜູ້ນຳ ກິມ ຈ໋ອງອຸນ ​ໃນ​ວັນ​ທີ 25/4 ນີ້.

      ຣັດ​ເຊຍ ​ໄດ້​ແຈ້ງ​ໃຫ້ ສະຫະລັດ​ອາ​ເມ​ລິ​ກາ ​ແລະ ຈີນ ຕໍ່​ກັບ​ແນວ​ຄິດ​ດັ່ງກ່າວ​ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີ ປູຕິນ ຢາກຟື້ນຟູຄືນການເຈລະຈາ 6 ຝ່າຍ ກ່ຽວກັບນິວເຄຼຍຢູ່ແຫລມເກົາຫລີ

      ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ນິວ​ເຄຼຍຂອງ ສປປ ​ເກົາຫລີ ​ໂດຍ​ແມ່ນ​ຈີນ​ເປັນ​ຜູ້​ລິ​ເລີ່​ມ​ແຕ່​ປີ 2003 ນັ້ນ ລວມມີ ສະຫະລັດ​ອາ​ເມ​ລິ​ກາ, ສປປ ​ເກົາຫລີ, ຈີນ, ຍີ່ປຸ່ນ, ສ.​ເກົາຫລີ ​ແລະ ຣັດ​ເຊຍ.

     ຍ້ອນ​ການ​ຂັດ​ແຍ່ງ​ລະຫວ່າງ ສະຫະລັດ​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ກ່ຽວ​ກັບ​ການ​ຄວບ​ຄຸມ ​ແລະ ຢຸດຕິ​ໂຄງການ​ພັດທະນາ​ນິວ​ເຄຼຍຂອງ​ພຽງ​ຢາງ​ນັບ​ມື້​ເຄັ່ງ​ຕຶງ ຈຶ່ງ​ເຮັດ​ໃຫ້ການ​ເຈລະຈາ​ຖືກ​ຢຸດຕິ​ມາ​ແຕ່​ເດືອນ 12/2018.

      ປະທານາທິບໍດີ ປູ​ຕິນ ​ເວົ້າວ່າ: ບັນຫາ​ນິວ​ເຄຼຍຂອງ ສປປ ​ເກົາຫລີ ຄວນ​ຈະ​ໄດ້​ປຶກສາ​ຫາລື 6 ຝ່າຍ​ຄືນ​ໃໝ່. ຜູ້ນຳຣັດ​ເຊຍ ​ໄດ້​ມີ​ຄວາມ​ພະຍາຍາມ​ເພີ່ມ​ທະວີ​ບົດບາດ​ຂອງ​ຕົນ​ໃນ​ບັນຫາ​ນີ້.

       ປະທານາທິບໍດີ ປູ​ຕິນ ​ແລະ ຜູ້ນຳ ສປປ ​ເກົາຫລີ ກິມ ຈ໋ອງອຸນ ​ໄດ້​ພົບ​ປະສຸ​ດຍອດ​ຄັ້ງທຳ​ອິດ ຢູ່​ວະ​ລາ​ດິວົສຕົກ ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ.

      ກອງ​ປະຊຸມ​ສຸດ​ຍອດ ຣັດ​ເຊຍ-ສປປ ​ເກົາຫລີ ​ແມ່ນ​ເວົ້າ​ເຖິງ​ຫລາຍ​ບັນຫາ ​ແຕ່​ໃນ​ນັ້ນບັນຫາ​ປອດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ​ ​ແລະ ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ແມ່ນ​ບັນຫາ​ສຳຄັນ ​ແລະ ຕົ້ນຕໍ.

       ຜູ້​ຊ່ວຍ​ວຽກ​ຂອງ​ນະຄອນຫລວງ​ແກຣມ​ແລັງ Yuri Ushakov ​ໃນ​ວັນ​ທີ 23/4 ​ໄດ້​ເວົ້າຕໍ່​ນັກ​ຂ່າວ​ວ່າ: “ບັນຫາ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ” ອາດ​ຈະ​ເປັນ​ຫົວ​ຂໍ້​ໃຫຍ່​ໃນ​ການ​ສົນທະນາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ ກິມ ​ແລະ ປູ​ຕິນ ​ໃນ​ຄັ້ງນີ້.

      “​ໃນ​ຊຸມ​ເດືອນ​ຜ່ານ​ມາ, ສະພາບ​ການ​ຢູ່​ແຫລມ​ເກົາຫລີ​ໄດ້​ມີ​ຄວາມ​ສະຫງົບ, ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ຄວາມ​ພະຍາຍາມ​ຂອງ ສປປ ​ເກົາຫລີ ​ໃນ​ການ​ຢຸດຕິ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ແລະ ປິດ​ປະຕູ​ເຂດ​ທົດ​ລອງ​ອາວຸດ​ນິວ​ເຄຼຍ. ຣັດ​ເຊຍ​ມີ​ຄວາມ​ມຸ່ງ​ໝາດ​ປາຖະໜາ​ຢາກ​ປະກອບສ່ວນ​ເຮັດ​ໃຫ້​ບັນຫາ​ນີ້​ດີ​ຂຶ້ນ” ຜູ້​ຊ່ວຍ​ນະຄອນຫລວງ​ແກຣມ​ແລັງ​ກ່າວ.

      ທ່ານ Ong Nobuo Shimotomai ສາ​ສະ​ດາ​ຈານ​ດ້ານ​ການ​ເມືອງ​ຂອງຣັດ​ເຊຍ ມະຫາວິທະຍາ​ໄລ Kanagawa, ການ​ເຈລະຈາ​ຫລາຍ​ຝ່າຍ​ຕາມ​ແນວ​ຄິດ​ຂອງ​ປະທານາທິບໍດີ ປູ​ຕິນ ນັ້ນ ອາດ​ຈະ​ຊ່ວຍ​ແກ້​ໄຂ​ບັນຫາ​ທາງ​ຕັນ​ລະຫວ່າງ ສະຫະລັດ​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ​ໃນ​ປັດຈຸບັນ​ໄດ້.

      ການ​ພົບ​ປະສຸ​ດຍອດ​ສອງ​ຄັ້ງລະຫວ່າງ ປະທານາທິບໍດີ ​ໂດ​ນັລ ທຣຳ ​ແລະ ຜູ້ນຳ ສປປ ​ເກົາຫລີ ບໍ່​ໄດ້​ຮັບ​ຜົນສຳ​ເລັດ. ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍບໍ່​ມີ​ຄວາມ​ຄືບ​ໜ້າ ຍ້ອນ​ສອງ​ຝ່າຍ​ມີ​ທັດສະນະ​ແຕກ​ຕ່າງ​ກັນ.

      ທ່ານ Shimotomai ສັງ​ເກດ​ວ່າ: ການ​ພົບ​ປະສຸ​ດຍອດ ລະຫວ່າງ ປູ​ຕິນ ​ແລະ ກິມ ຈ໋ອງອຸນ ​ແມ່ນ​ຊ່ວງ​ໄລຍະ​ທີ່​ເໝາະ​ສົມ​ໃຫ້​ທ່ານ ປູ​ຕິນ ຫັນ​ສະຖານະ​ການ​ໃໝ່.

     “ພາຍຫລັງ​ສະຫະພາບ​ໂຊ​ວຽດລົ້ມລະລາຍ, ປະທານາທິບໍດີ Boris Yeltsin ສະໜັບສະໜູນ ສ.​ເກົາຫລີ ປຽບ​ສະ​ເໝືອນ​ກັບ​ວ່າ​ເປັນ​ຄູ່​ຮ່ວມ​ມື​ຂອງຣັດ​ເຊຍ ​ແຕ່​ວ່າ ປະທານາທິບໍດີ ປູ​ຕິນ ຢາກ​ພົວພັນ​ກັບ ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ​ໃຫ້​ເທົ່າ​ທຽມ​ກັນ. ທ່ານ ປູ​ຕິນ ມີ​ໂອກາດ​ດີ​ທີ່​ຈະ​ແກ້​ໄຂ​ບັນຫາ​ນີ້​ໄດ້”. ສາ​ສະ​ດາ​ຈານ Shimotomai ກ່າວ.

      ທ່ານ ສາ​ສະ​ດາ​ຈານ Shimotomai ​ໃຫ້​ທັດສະນະ​ວ່າ: ການ​ພົບ​ປະ​ເຈລະຈາ​ຫລາຍ​ຝ່າຍ​ແມ່ນ​ໂອກາດ​ໃຫ້​ຍີ່ປຸ່ນ​ມີ​ການ​ປະກອບສ່ວນ​ຫລາຍ​ຂຶ້ນກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ.

            # ລູກ​ເມືອງ​ພວນ, https://www.google.la 28/4

- 4 - ປະທານາທິບໍດີ ປູຕິນ ຢາກຟື້ນຟູຄືນການເຈລະຈາ 6 ຝ່າຍ ກ່ຽວກັບນິວເຄຼຍຢູ່ແຫລມເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!