ຍັງສຳຄັນຢູ່ບໍ່ ? ລິເວີພູລ ຕັດສິນໃຈ ອະນາຄົດ ແຊມເບີເລນ


ເດລີ ເມລ ສື່ຂອງອັງກິດ ລາຍງານວ່າ: ຫລັງຈາກ ອາເລັກ ອ໊ອກເລດ-ແຊມເບີເລນ ກັບມາຫລິ້ນໃຫ້ ລິເວີພູລ ແລ້ວນັ້ນ, ລິເວີພູລ ກໍຄິດຈະຕໍ່ສັນຍາກັບລາວ ໂດຍຈະຂະຫຍາຍໄລຍະເວລາຂອງສັນຍາອອກໄປ 1 ປີ.
ລິເວີພູລ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດ ຈະມອບສັນຍາສະບັບໃໝ່ໃຫ້ ອາເລັກ ອ໊ອກເລດ-ແຊມເບີເລນ ກອງກາງຊາວອັງກິດ ຫລັງຈາກລາວຫາກໍກັບມາລົງສະໜາມໃຫ້ທີມຊຸດໃຫຍ່ໄດ້.
ອ໊ອກເລດ-ແຊມເບີເລນ ໄດ້ຮັບບາດເຈັບບໍລິເວນຫົວເຂົ່າຢ່າງຮຸນແຮງໃນເກມ ຢູຟາ ແຊມປ້ຽນລີກ ຮອບຮອງຊະນະເລີດ ນັດທຳອິດ ຂອງລະດູການກ່ອນ ທີ່ຕົ້ນສັງກັດຂອງລາວເປີດບ້ານ ແອນຟິວ ເອົາຊະນະ ອາແອສ ໂຣມ່າ 5-2 ໃນເດືອນເມສາ 2018 ຈົນເຮັດໃຫ້ຕ້ອງພັກເປັນເວລາ 1 ປີ.
ທັງນີ້ ອະດີດນັກເຕະ ອາເຊນອລ ຫາກໍໄດ້ກັບມາລົງຫລິ້ນເກມລະດັບທີມຊຸດໃຫຍ່ໃຫ້ ລິເວີພູລ ເປັນຄັ້ງທຳອິດ ດ້ວຍການຖືກປ່ຽນລົງໄປເປັນຕົວສຳຮອງໃນເກມທີ່ ລິເວີພູລ ເປີດບ້ານ ແອນຟິວ ໄລ່ຖະຫລົ່ມ ຮັດເດີຟິວ ທາວ 5-0 ໃນວັນທີ 26 ເມສາຜ່ານມາ ເຊິ່ງທີມຂອງຜູ້ຈັດການ ເຈີເກັ້ນ ຄລ໊ອບ ກໍຢາກເກັບລາວເອົາໄວ້ກັບທີມຕໍ່ໄປ ຈົນຈະຂະຫຍາຍສັນຍາອອກໄປ 1 ປີ ສົ່ງຜົນໃຫ້ສັນຍາຈະມີຜົນເຖິງປີ 2023.
ເຖິງຢ່າງໃດກໍຕາມ, ບໍ່ແນ່ນອນວ່າ: ອ໊ອກເລດ-ແຊມເບີເລນ ຈະໄດ້ຮັບຄ່າເມື່ອຍເພີ່ມ ຫລື ບໍ່ ຫລັງຈາກຕອນນີ້ລາວຮັບເງິນຄ່າເມື່ອຍອາທິດລະ 120.000 ປອນ.