ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ

- 56673154 263161195024363828 n - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ
- kitchen vibe - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ

ໂດຍ: ມຶກ​ບໍ່​ແຫ້ງ

ເຖິງວ່າ​ໃນ​ປັດ​ຈຸ​ບັນ ​ອັດ​ຕາ​ສ່ວນ​ມີ​ລົດ​ສ່ວນ​ຕົວ​ຈະ​ເພີ່ມ​ຂຶ້ນ ແຕ່​ລົດ​ໂດຍ​ສານ​ທາ​ລະ​ນະ ຍັງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິງ ໃນ​ການ​ໄປ​ຫາ​ສູ່​ກັນ ແຕ່​ມາດ​ຕະ​ຖານ​ປັດ​ຈຸ​ບັນ ພວກ​ເຮົາ​ຈະປັບ​ປຸງ​ແນວ​ໃດ?

- Visit Laos Visit SALANA BOUTIQUE HOTEL - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ
- Visit Laos Visit SALANA BOUTIQUE HOTEL - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ

ການ​ເກີດ​ອຸ​ປະຕິ​ເຫດ​ລົດ​ເມ​ຕົກ​ຂົວ ໃນ​ວັນ​ທີ 20 ເມ​ສາ 2019 ທີ່​ຜ່ານ​ມາ ເຂດ​ງູ​ນ້ອຍ-ງູ​ໃຫຍ່ ເມືອງ​ປາກ​ກະ​ດິງ ແຂວງ​ບໍ​ລິ​ໄຊ ເຊິ່ງ​ພາ​ໃຫ້​ເກີດ​ມີ​ຜູ້​ບາດ​ເຈັບຈຳ​ນວນຫລາຍ ແລະ​ເສຍ​ຊີ​ວິດ​ຮອດ 6 ຄົນ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ຕົກ​ໃຈກັບ​ການ​ເກີດ​ເຫດ​ທີ່​ຮ້າຍ​ແຮງນີ້ ແລະ ພາຍ​ລຸນ​ມາ ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່ ຈຶ່ງ​ຮູ້​ວ່າອຸ​ປະຕິ​ເຫດດັ່ງ​ກ່າວ ແມ່ນ ເກີດ​ຈາກ​ການ​ລັບ​ໃນ ຂອງ​​​ໂຊ​​ເຟີ ນັ້ນ​ເອງ, ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ ທີ່​ປະ​ຊາ​ຊົນ​ຈຳ​ນວນຫລາຍ​ໄດ້​ສູນ​ເສຍ​ຊີ​ວິດ ແລະ​ບາດ​ເຈັບຈາກ​ສາ​ເຫດທີ່​ສາ​ມາດ​ປ້ອງ​ກັນ​ໄດ້​ຄື​ດັ່ງ​ກ່າວ.

ໃນ​ໄລ​ຍະ​ຜ່ານ​ມາ ການ​ເກີດ​ອຸ​ປະຕິ​ເຫດ​ຂອງ​ລົດ​ເມ​ສາຍ​ໃຕ້ ກໍ​ມັກ​ເກີດ​ຂຶ້ນ​ເລື້ອຍໆ ສະ​ເລ່ຍ​ແລ້ວ ປີ​ໜຶ່ງ​ກໍ​ບໍ່ຫລຸດ ສອງ-ສາມ ຄັ້ງ ເຊິ່ງ​ເຮັດ​ໃຫ້ ປະ​ຊາ​ຊົນ​ເຮົາ ຜູ້​ນຳ​ໃຊ້​ລົດ​ເມ​ໂດຍ​ສານ ມີ​ຄວາມ​ຫວາດ​ຫວັ່ນ ແລະ​ມີ​ຄວາມ​ສ່ຽງ.

ເຊື່ອ​ວ່າຫລາຍ​ຄົນ​ຄົງ​ໄດ້​ໃຊ້​ການ​ບໍ​ລິ​ການ ລົດ​ເມ​ໂດຍ​ສານ​ຢູ່​ບ້ານ​ເຮົາ​ບໍ່ຫລາຍ​ກໍ​ໜ້ອຍ, ການ​ເກີດ​ອຸ​ປະຕິ​ເຫດ ຫລາຍ​ເທື່ອ​ທີ່​ຜ່ານ​ມາ ກໍ​ອາດ​ມີຫລາຍ​ສາ​ເຫດ, ຄວາມ​ຜິດ​ພາດ​ຂອງໂຊ​​ເຟີ, ເຕັກ​ນິກ​ລົດ​ບໍ່​ຮັບ​ປະ​ກັນ, ສະ​ພາບ​ເສັ້ນ​ທາງ, ຂາດ​ລະ​ບຽບ ການ​ຄຸ້ມ​ຄອງ ທີ່​ຮັດ​ກຸມ​ເປັນ​ຕົ້​ນ.

ພວກ​ເຮົາ​ຮັບ​ຮູ້​ວ່າ ມາດ​ຖານ ຄຸນ​ສົມ​ບັດ​ ແລະ​ຄວາມ​ພ້ອມ​ຂອງ​​​ໂຊ​​ເຟີ​ລົດ​ເມ ຈຳ​ນວນຫລາຍນັ້ນ ຍັງ​ບໍ່​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ຢ່າງ​ຈິງ​ຈັງ, ເປັນ​ດຳ​ມະ​ດາ ທີ່​ພວກ​ເຮົາ​ຈະ​ເຫັນ ​​ໂຊ​​ເຟີ​ລົດ​ເມ ບ້ານ​ເຮົາ ລົມ​ໂທ​ລະ​ສັບ ໃນ​ເວ​ລາ​ຂັບ​ຂີ່, ເລັ່ງ​ໄວ ຕາມ​ໃຈ ເພື່ອ​ຍາດ​ແຍ່ງ​ລູກ​ຄ້າ​ກັນ, ​ບາງ​ກໍ​ລະ​ນີ ທີ່ຮ້າຍ​ແຮງ​ໄປ​ກວ່ານັ້ນ ຍັງ​ດຶ່ມ​ສິ່ງ​ມຶນ​ເມົາ​ກໍ​ມີ, ສະ​ພາບ​ຮ່າງ​ກາຍບໍ່​ພ້ອມ (ອິດ​ເມື່ອຍ, ນອນບໍ່​ພຽງ​ພໍ ແລະ​ອື່ນໆ) ກໍ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ເກີດ​ອຸ​ປະຕິ​ເຫດ.

ພ້ອມນັ້ນ, ໂດຍ​ສ່ວນ​ໃຫ​ຍ່ແລ້ວ ລົດ​ເມ​ໂດຍ​ສານ​ຂະ​ໜາດ​ກາງ ຫາ ໃຫຍ່​ຢູ່​ບ້ານ​ເຮົາ ຍັງ​ເປັນ​ລົດ​ມືສອງ​ນຳ​ເຂົ້າ ທີ່​ນຳ​ໃຊ້​ງານ​ໜັກ ແຕ່​ອາດ​ຂາດ​ການກວດ​ກາ​ເຕັກ​ນິກ​ຢ່າງ​ລະ​ອຽດ ກໍ​ເປັນ​ສາ​ເຫດ​ໜຶ່ງ​ທີ່ບໍ່​ຄວນ​ເບິ່ງ​ຂ້າມ. ດັ່ງ​ທີ່​ຮູ້ ສະ​ພາບ​ເສັ້ນ​ທາງ ຍັງ​ບໍ່​ຮັບ​ປະ​ກັນ 100% ເພາະ​ບາງ​ບ່ອນ ມີ​ບວກ​ຂຸມ ໂດຍ​ສ​ະ​ເພາະ ຍາມ​ຝົນ ເມື່ອ​ແລ່ນ​ຍາມ​ກາງ​ຄືນ ບວກ​ໃສ່ ຄວາມ​ປະ​ມາດ​ຂອງ​​​ໂຊ​​ເຟີ​ແລ້ວ ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ເຂົ້າ​ໄປ​ອີກ.

ການ​ບັນ​ທຸກ ຜູ້​ໂດຍ​ສານ ແລະ​ເຄື່ອງ​ຂອງ ທີ່​ເກີນ​ມາດ​ຖານ​ຄວາມ​ປອດ​ໄພ​ນັ້ນ ຍັງ​ມີ​ໃຫ້​ເຫັນ​ທົ່ວ​ໄປ ຕົວ​ຢ່າງ ເມື່ອ​ຊ່ວງ ກ່ອນ ແລະ ຫຼັງ ການ​ສະ​​ເຫລີ​ມ​ສະຫລອງ​ປີ​ໃໝ່​ລາວ ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຈົ່ມ​ວ່​າ ຢ່າງ​ອຶກ​ກະ​ທຶກ ເພາະ​ລົດ​ເມ​ຫລາຍ​ຄັນ ຈາກ 45 ບ່ອນ​ນັ່ງ ເປັນ 60-70 ບ່ອນ​ນັ່ງ​ກໍ​ມີ, ເຕັມ​ເທົ່າ​ໃດ ກໍ​ບໍ່​ພໍ ແລະ ໜ່ວຍ​ງານ​ທີ່​ຮັບ​ຜິດ​ຊອບ ກໍ​ມີ​ແຕ່​ເວົ້າ​ເລື່ອງ​ການ ຄວບ​ຄຸມ​ລາ​ຄາ ໂດຍ​ສານ ແຕ່ບໍ່​ໄດ້​ເຄັ່ງ​ຄັດ​ເລື່ອງ​ຄວາມ​ປອດ​ໄພ ເຊັ່ນ ການ​ບັນ​ທຸກຫລາຍ​ເກີນ​ໄປ ແລະ​ອື່ນໆຊ້ຳ.

ຈາກ​ບັນ​ດາ ບັນ​ຫາ​ທີ່​ກ່າວ​ມານັ້ນ ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ພວກ​ເຮົາ​ຕ້ອງ ຍົກ​ສູງ​ມາດ​ຖານ ການ​ບໍ​ລິ​ການ ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ​ໃນ ສ​ປ​ປ​ລາວ, ບໍ່​ສະ​ເພາະ​ແຕ່​ການ​ໂດຍ​ສານ​ຂອງ​ລົດ​ເມ ສາຍ​ໃຕ້ ຫຼື ເໜືອ ແຕ່​ຮວມ​ທັງ​ການ​ໂດຍ​ສະ​ສານ ສາ​ທາ​ລະ​ນະ​ແບບ​ອື່ນ​ນຳ ເພື່ອ​ເພີ່ມ​ຄວາ​ມ​ປດກ​ໄພ ໃຫ້​ປະ​ຊາ​ຊົນ ສາ​ມາດ​ໄວ້​ວາງ​ໃຈ. ຖ້າ​ປ່ອຍ​ປະ​ໃຫ້​ເປັນ​ໄປ​ຕາມ​ສະ​ພາບ​ດັ່ງ​ປັດ​ຈຸ​ບັນ ພວກ​ເຮົາ​ກໍ​ບໍ່​ອາດ​ແປກ​ໃຈ ຖ້າ​ຫາກ​ມີ​ອຸ​ປະຕິ​ເຫດ ຂອງ​ລົດ​ໂດຍ​ສານ ທີ່​ມີ​ຄົນ​ເຈັບ ຫຼື ຕາຍ​ອີກ.  

- 5 - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ
- 3 - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ
- 4 - ຍົກ​ມາດ​ຖານ ລົດ​ໂດຍ​ສານ​ລາວ