ວັນທີ 1 ພຶດສະພາ “ວັນກຳມະກອນສາກົົນ” ຈຸດເລີ່ມຕົ້ນຈາກສະຫະລັດອາເມລິກາ ແຕ່ສະຫະລັດອາເມລິກາບໍ່ຮ່ວມສະຫຼອງ

- advert banner 728 90 728x90 - ວັນທີ 1 ພຶດສະພາ “ວັນກຳມະກອນສາກົົນ” ຈຸດເລີ່ມຕົ້ນຈາກສະຫະລັດອາເມລິກາ ແຕ່ສະຫະລັດອາເມລິກາບໍ່ຮ່ວມສະຫຼອງ

ໃນປີ 1889 ກຸ່ມກຳມະກອນສາກົນທີ 2 ((Second International, Socialist International) ໄດ້ກຳນົດໃຫ້ວັນທີ 1 ພຶດສະພາຂອງທຸກໆປີເປັນວັນກຳມະກອນ ຫຼື ກຳມະກອນສາກົນ ມີຊື່ເປັນພາສາອັງກິດວ່າ (May Day) ເພື່ອລະນຶກເຖິງເຫດການການຕໍ່ສູ້ເພື່ອສິດທິຂອງກຳມະກອນ ເຫດການຈະລາຈົນ (Haymarket Riot) ໃນຊິກາໂກ ສະຫະລັດອາເມລິກາ ເມື່ອປີ 1886.

ເຫດການດັ່ງກ່າວເລີ່ມຕົ້ນຈາກການນັດໝາຍພັກວຽກຂອງສະຫະພັນກຳມະກອນທີ່ບໍລິສັດ ແມັກຄໍມິກຮາເວສຕິງແມັຊຊີນຄອມປານີ ເຊິ່ງເປັນສ່ວນໜຶ່ງຂອງການປຸກລະດົມລະດັບຊາດເພື່ອຮຽກຮ້ອງໃຫ້ກຳນົດເຂດຂອງຊົ່ວໂມງເຮັດວຽກວັນລະ 8 ຊົ່ວໂມງ.

- 13112830 876106362518757 1355903862128929740 o 696x481 - ວັນທີ 1 ພຶດສະພາ “ວັນກຳມະກອນສາກົົນ” ຈຸດເລີ່ມຕົ້ນຈາກສະຫະລັດອາເມລິກາ ແຕ່ສະຫະລັດອາເມລິກາບໍ່ຮ່ວມສະຫຼອງ

ໃນວັນທີ 3 ພຶດສະພາມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບອີກ 3 ຄົນ ຫຼັງຈາກເຈົ້າໜ້າທີ່ຕໍາຫຼວດໃຊ້ກໍາລັງເຂົ້າປ້ອງກັນເພື່ອປົກປ້ອງກໍາມະກອນທີ່ເຮັດວຽກຫຼັງຈາກປະກາດນັດພັກວຽກຂອງສະຫະພັນ ແລະຂົ່ມຂູ່ກຸ່ມແຮງງານທີ່ພາກັນພັກວຽກ ເພື່ອເປັນການຕໍ່ຕ້ານການໃຊ້ຄວາມຮຸນແຮງຂອງຕຳຫຼວດ ຫົວໜ້າກຳມະກອນໄດ້ເອີ້ນຊຸມນຸມໃນວັນຕໍ່ມາທີ່ຈະຕຸລັດເຮມາເກັດ.

ການຊຸມນຸມຄັ້ງນັ້ນເຈົ້າຄອງຊິກາໂກ (ໃນສະໄໝນັ້ນ) ຄາເຕີ ແຮຣິສັນ (Carter Harrison) ເຊິ່ງເຂົ້າໄປສັງເກດການຊຸມນຸມ ໂດຍເຫັນວ່າເປັນການຊຸມນຸມແບບງຽບສະຫງົບ ແຕ່ເມື່ອແຮຣິສັນ ແລະຜູ້ຊຸມນຸມສ່ວນໃຫຍ່ກັບ ເຈົ້າໜ້າທີ່ຕຳຫຼວດກຸ່ມໜຶ່ງໄດ້ເດີນທາງມາຍັງຈຸດຊຸມນຸມ ອອກຄຳສັ່ງໃຫ້ຜູ້ຊຸມນຸມແຍກຍ້າຍ ແລະມີພວກມືບອນຖິ້ມລະເບີດ ເຮັດໃຫ້ເຈົ້າໜ້າທີ່ຄຳຫຼວດເສຍຊີວິດ 7 ຄົນ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຕຳຫຼວດໄດ້ຍິງປືນໃສ່ຜູ້ຊຸມນຸມໂດຍບໍ່ເລືອກຄົນ  ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ ບາເຈັບເຖິງ 40 ຄົນ ແລະບໍ່ສາມາດຈັບຕົວຜູ້ຖິ້ມລະເບີດໄດ້.

ເຫດການຈະລາຈົນທີ່ແຮມາເກັດເຮັດໃຫ້ເກີດພາວະຢ້ານກົວຕໍ່ບັນດາຜູ້ອົບພະຍົບ ແລະກຳມະກອນ. ໃນທ່າມກາງຄວາມສົນລະວົນນັ້ນ ອໍກັສ ສະປາຍ (August Spies) ຫົວໜ້າກຳມະກອນ ແລະສະມາຊິກຝ່າຍອນາຄິສອີກ 7 ຄົນ ຖືກຕັດສິນວ່າມີຄວາມຜິດຖານກໍ່ຄາຕະກຳ ອ້າງວ່າພວກເຂົາເປັນຜູ້ສົມຮູ້ຮ່ວມຄິດ ຫຼື ໃຫ້ຄວາມຮ່ວມມືກັບຜູ້ກໍ່ການຮ້າຍ ດັ່ງກ່າວນັ້ນ.

- 1 1 - ວັນທີ 1 ພຶດສະພາ “ວັນກຳມະກອນສາກົົນ” ຈຸດເລີ່ມຕົ້ນຈາກສະຫະລັດອາເມລິກາ ແຕ່ສະຫະລັດອາເມລິກາບໍ່ຮ່ວມສະຫຼອງ
- Tiger Head 728x90 - ວັນທີ 1 ພຶດສະພາ “ວັນກຳມະກອນສາກົົນ” ຈຸດເລີ່ມຕົ້ນຈາກສະຫະລັດອາເມລິກາ ແຕ່ສະຫະລັດອາເມລິກາບໍ່ຮ່ວມສະຫຼອງ

ບັນດາປະເທດຕ່າງໆໃນໂລກຕ່າງກໍຍົກຍ້ອງການຕໍ່ສູ້ເພື່ອສິດທິຂອງກຳມະກອນໃນເຫດການຄັ້ງນັ້ນ ແຕ່ສະຫະລັດອາເມລິກາ ໄດ້ມອງວ່າເປັນໄພຄຸກຄາມຂອງພວກອະນາທິປະໄຕ ແລະສັງຄົມນິຍົມໃນປີ 1894 ປະທານາທິບໍດີໃນຕອນນນັ້ນຊື່  Grover Cleveland) ໄດ້ປະກາດໃຫ້ວັນຈັນທຳອິດຂອງເດືອນກັນຍາ ເປັນວັນກຳມະກອນແຫ່ງຊາດ ເຖິງແມ່ນວ່າພວກກຳມະກອນທີ່ມີຫົວຮຸນແຮງພະຍາຍາມຟື້ນການຖືເອົາວັນ ເມເດ (May day) ເປັນວັນກຳມະກອນເປັນໄລຍະ ແຕ່ສະຫະພັນກຳມະກອນສ່ວນໃຫຍ່ໃນສະຫະລັດບໍ່ເຫັນດີ.

“ຄົນພວກນີ້ເຂົາບໍ່ມອງເຫັນຕົວເຂົາເອງວ່າເປັນສ່ວນໜຶ່ງຂອງຂະບວນການສາກົນ” ຈາຄອບ ຣີມິສ (Jacob Remes) ສາສະດາຈານດ້ານປະຫວັດສາດກຳມະກອນຈາກມະຫາວິທະຍາໄລ(State University of New York Empire State College) ກ່າວໄວ້. ຈາກການລາຍງານຂອງ  International Business Times “ພວກເຂົາເປັນກຳມະກອນຜິວຂາວ ມີທັກສະ ຄົນກຸ່ມນີ້ມີຄວາມເປັນອະນຸລັກນິຍົມກວ່າການລວມກຸ່ມຂອງພວກເຂົາເປັນໄປໃນລັກສະນະເພື່ອການປ່ຽນແປງຢ່າງຄ່ອຍເປັນຄ່ອຍໄປ”

ນອກຈາກນີ້ສະຫະລັດອາເມລິກາ ຍັງພະຍາຍາມສ້າງຄວາມຊົງຈຳໃໝ່ໃຫ້ກັບວັນເມເດ ເພື່ອຕໍ່ຕ້ານຝ່າຍຊ້າຍ ແລະ ລັດທິຄອມມູນິດໃນໄລຍະສົງຄາມເຢັນ ເຊິ່ງໃນປີ 1955 ສະພາຄອງເກຣສໄດ້ຜ່ານກົດໝາຍໃຫ້ປະທານາທິບໍດີ Dwight Eisenhower ປະກາດໃຫ້ວັນທີ 1 ພຶດສະພາ ເປັນວັນແຫ່ງຄວາມຈົງຮັກພັກດີ (Loyalty Day) ເພື່ອໃຫ້ໜ່ວຍງານ ແລະພາກປະຊາຊົນສະແດງອອກເຖິງຄວາມຮັກຊາດຢ່າງພ້ອມພຽງ ເຊິ່ງຍັງຄົງເປັນທີ່ຢຶດຖືມາຈົນເຖິງປັດຈຸບັນ.

ຂໍ້ມູນຈາກ: Encyclopedia Britannica, International Business Times

error: Content is protected !!