ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ

- 357 - ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ
- kitchen vibe - ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

ມື້ນີ້ຂໍພາທ່ານຜູ້ອ່ານໄປ ເບິ່ງບົດຮຽນທີ່ພົວພັນກັບ ຄອບຄົວຜົວເມຍລູກເຕົ້າວ່າ ຢູ່ບາງປະເທດນັ້ນເພິ່ນມີລະ ບຽບການ ຫລື ນະໂຍບາຍສົ່ງ ເສີມຄຸ້ມຄອງແນວໃດ. ຂໍເລີ່ມ ກ່ຽວກັບນະໂຍບາຍ ສົ່ງເສີມ ຄອບຄົວ “ລູກດົກ” ຢູ່  ອິຕາລີ ກ່ອນ. ໃນຊຸມປີຫລັງໆມານີ້ ທາງການ ອິຕາລີ ມີຄວາມ ກັງວົນໃຈຫລາຍຍ້ອນວ່າ ຈຳ ນວນເດັກເກີດໃໝ່ນັ້ນນັບມື້ ນັບໜ້ອຍລົງ ສ່ວນຈຳນວນ ຜູ້ເຖົ້າຜົມດອກເລົານັ້ນພັດຍຶ່ງຂຶ້ນຈົນຊິລົ້ນປະເທດ.

- Visit Laos Visit SALANA BOUTIQUE HOTEL - ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ

ຍ້ອນແນວນີ້ເອງລັດຖະບານ ອິຕາລີ  ຈຶ່ງໄດ້ກະກຽມ ດ້ານງົບປະມານ ແລະ ນະໂຍ ບາຍດີໆ ເພື່ອສົ່ງເສີມໃຫ້ຄູ່ຜົວເມຍໃຫ້ມີລູກຫລາຍຄົນ. ນະໂຍບາຍສົ່ງເສີມ “ລູກດົກ” ນີ້ກວມເອົາໄລຍະ 3 ປີ ຄືນັບແຕ່ ປີ 2019 ຮອດໝົດປີ 2021.

ໃນຂອບຂອງ 3 ປີນີ້, ຖ້າ ຄູ່ຜົວເມຍໃດສາມາດຜະລິດ ລູກຄົນທີ 3 ໄດ້ກໍຈະໄດ້ຮັບສິ່ງ ຕອບແທນເປັນກອບເປັນ ກຳອີ່ຫລີ ຄືຈະໄດ້ດິນຜະລິດ ກະສິກຳເປັນເວລາ 20 ປີ ໂດຍບໍ່ເສຍຄ່າ. ທີ່ຕ້ອງກຳນົດ ຄ່າຕອບແທນເປັນດິນກະສິ ກຳກໍເພາະວ່າ ນະໂຍບາຍສົ່ງ ເສີມ ລູກດົກເນັ້ນບັນດາຄອບຄົວ ໃນຊົນນະບົດ ເປັນຕົ້ນຕໍ.

ນະໂຍບາຍນີ້ ໃຫ້ຖືກແທ້ ຄວນເອີ້ນວ່າ ໂຄງການ “ທີ່ ດິນແລກລູກ” ອິຕາລີ ມີສະຖິ ຕິການເກີດໜ້ອຍທີ່ສຸດໃນ ທະວິບເອີຣົບ ຄືໃນປີ 2017 ອັດຕາການເກີດມີພຽງ 464.000 ຄົນ ເທົ່ານັ້ນ (ພົນລະເມືອງ ອິຕາລີມີ ຫລາຍ ກວ່າ 60 ລ້ານຄົນ).

ນະໂຍບາຍສົ່ງເສີມລູກ ດົກມີເງື່ອນໄຂຢູ່ວ່າ ລູກຄົນ ທີ່ 3 ທີ່ເກີດລະຫວ່າງປີ 2019-2021 ນັ້ນຕ້ອງ ເປັນ ລູກຄູ່ຜົວເມຍທີ່ແຕ່ງດອງກັນຢ່າງຖືກຕ້ອງຕາມກົດໝາຍ ແທ້ໆ ບໍ່ແມ່ນລູກເຮ່ຍ ຫລື ລູກຂອງຍິງ-ຊາຍທີ່ຕັ້ງໃຈ ໃຫ້ເກີດເພື່ອຈະໄດ້ຮັບນະໂຍບາຍ.

ສ່ວນຄົນຕ່າງປະເທດທີ່ຢາກໄດ້ນະໂຍບາຍດີໆນີ້ນັ້ນ ຕ້ອງເປັນຜູ້ໄດ້ອາໄສຢູ່ ອິຕາລີ ຢ່າງຖາວອນຜ່ານມາແລ້ວ ຢ່າງໜ້ອຍ 10 ປີ. ຢູ່ ສ. ເກົາ ຫລີ ກໍບໍ່ຕ່າງໄປຈາກປະເທດ ອິຕາລີ ທີ່ເວົ້າມາພໍປານ ໃດຄືອັດຕາການເກີດນັບມີໜ້ອຍລົງ.

ດັ່ງນັ້ນລັດຖະບານຂອງປະເທດນີ້ ຈຶ່ງໄດ້ກຳນົດນະໂຍ ບາຍດີໆ ເພື່ອສົ່ງເສີມໃຫ້ຄູ່ ຜົວເມຍມີລູກດົກ. ເພື່ອຮັບປະກັນສະຖຽນລະພາບດ້ານຈຳນວນພົນລະເມືອງໃຫ້ຢູ່ລະຫວ່າງ 51 ລ້ານຄົນນັ້ນອັດ ຕາການເກີດຕ້ອງຢູ່ໃນລະ ດັບ 2.1 ຂອງແມ່ຍິງໃນໄວ ຈະເລີນພັນແຕ່ລະຄົນ.

ສະຖິຕິຊີ້ອອກວ່າ ຈຳນວນລູກ ໂດຍສະເລ່ຍທີ່ແມ່ ຍິງ ສ. ເກົາຫລີ ໃນໄວຈະເລີນ ພັນສາມາດມີໄດ້ນັ້ນ ໄດ້ຫລຸດມາຢູ່ຕົວເລກ 1,05 ໃນປີ 2017 ທຽບກັບ 1,19 ໃນປີ 2008 ແລະ ວ່າອາດຫລຸດ ລົງເປັນ 1,0 ໃນຕໍ່ໜ້າ.

ນະໂຍບາຍຊຸກຍູ້ໃຫ້ຄູ່ ຜົວເມຍມີລູກຫລາຍຄົນເລີ່ມ ຈາກແຜນເພີ່ມເງິນສຳລັບ ການພັກຜ່ອນເພື່ອເບິ່ງແຍງ ລູກເກີດໃໝ່ທີ່ມີຈຳນວນສູງເຖິງ 2,5 ລ້ານວອນຕໍ່ຄົນ (ເທົ່າກັບ 2.200 ໂດລາສະ ຫະລັດ) ສຳລັບໄລຍະ 3 ເດືອນ, ທຽບກັບຈຳນວນ 2 ລ້ານວອນ ທີ່ປະຕິບັດຜ່ານມາ.

ນອກຈາກນັ້ນລັດຖະບານຍັງສົ່ງເສີມໃຫ້ຜູ້ເປັນຜົວພັກວຽກເພື່ອເບິ່ງແຍງລູກໄດ້. ໃນປີ 2008 ຈຳນວນຜົວທີ່ລາພັກເພື່ອເບິ່ງແຍງລູກເກີດໃໝ່ນັ້ນມີຈຳນວນພຽງ 355 ຄົນ ແລະ ໄດ້ເພີ່ມຂຶ້ນເປັນ 12,043 ຄົນໃນປີ 2017./.

- 357 - ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ
(ພາບປະກອບ)

- 5 - ນະ​ໂຍບາຍ​ດີໆ ​ເພື່ອ​ເພີ່ມ​ຈຳນວນ​ພົນລະ​ເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!