ບານເຕະທິມຊາດສາວລາວ ກູ້ໜ້າກູ້ຕາໃຫ້ປະເທດຊາດ
ໂດຍ: ທິດກ່ຳ
ພວກເຮົາເປັນຄົນລາວທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຄົງໄດ້ເຫັນຜົນງານຂອງນັກກິລາບານເຕະທິມຊາດແມ່ຍິງລາວ ຫລື ວ່າທິມບານເຕະສາວລາວຢູ 19 ໄດ້ສ້າງຜົນງານຢ່າງໂດດເດັ່ນ ແລະ ເພິ່ງພໍໃຈໃນການແຂ່ງຂັນກິລາບານເຕະຢູ່ປະເທດບັງກະລາເທດໃນລາຍການ Bangamato U19 Women’s International Gold Cup 2019 ໂດຍມີ 6 ປະເທດເຂົ້າຮ່ວມຄື: ມົງໂກລີ, ທາຈິກິສະຖານ, ລາວ, ສະຫະລັດອາຣັບເອມີເຣດ, ບັງກະລາເທດ ແລະ ຄີກິສະຖານ, ເຊິ່ງເລີ່ມແຂ່ງຂັນມາແຕ່ວັນທີ 22 ເມສາຫາວັນທີ 3 ພຶດສະພາ 2019 ທີ່ຜ່ານມານີ້ເອງ.
ໃນຮອບທຳອິດ ທິມສາວລາວຊະນະມົງໂກລີ 5 ປະຕູຕໍ່ 0, ນັດທີສອງສາມາດຊະນະທີມທາຈິກິດສະຖານ 6 ປະຕູຕໍ່ 0 ແລະ ຮອບທີສາມຊະນະຄີກິສະຖານ 7 ປະຕູຕໍ່ 1, ລວມສາມນັດມີ 9 ຄະແນນສາມາດເຂົ້າໄປຊິງຊະນະເລີດກັບປະເທດບັງກະລາເທດໃນມື້ວັນທີ 3 ພຶດສະພາຕາມຕາຕະລາງທີ່ມີໄວ້ແລ້ວ.
ແຕ່ໃນຕົວຈິງ, ຕາມແຫລ່ງຂ່າວໄດ້ບອກວ່າຍ້ອນສະພາບອາກາດບໍ່ອຳນວຍເຮັດໃຫ້ເກີດພາຍຸມາບໍ່ເປັນໃຈຜູ້ເປັນເຈົ້າພາບຈັດການແຂ່ງຂັນ ກໍເລີຍປະກາດຍົກເລິກແລ້ວຍິນດີຍົກໃຫ້ທິມຊາດສາວລາວແດນລ້ານຊ້າງເປັນແຊ້ມ ແລະ ບັງກະລາເທດໄດ້ເປັນຮອງແຊ້ມໄປແບບປະລິຍາຍ. ສ່ວນວ່າຜົນປະໂຫຍດຄ່າເມື່ອຍກໍຍິນດີເອົາລາງວັນທີໜຶ່ງກັບລາງວັນທີສອງມາບວກກັນເປັນເທົ່າໃດແລ້ວມາຫານສອງໄດ້ຝ່າຍລະ 2 ໝື່ນໂດລາສະຫະລັດ.
ຕາມທິດກ່ຳເດົາເບິ່ງການແບ່ງປັນໂຫຍດແບບນີ້ກໍແມ່ນເພື່ອຄວາມຮັກ, ຄວາມສາມັກຄີລະຫວ່າງສອງປະເທດ, ໂດຍສະເພາະກໍແມ່ນທິມກິລາເພດຍິງດ້ວຍກັນ ແລະ ອີກປະການໜຶ່ງໃນຖານະບັງກະລາເທດເປັນເຈົ້າພາບຈັດຂຶ້ນ, ໃນການແບ່ງປັນຜົນປະໂຫຍດແບບນີ້ທິດກ່ຳກໍບໍ່ເຄີຍເຫັນມາແຕ່ໜຸ່ມຈົນເຖົ້າ ແຕ່ກໍເຫັນວ່າການແຂ່ງຂັນຄັ້ງນີ້ໄດ້ຈົບລົງໂດຍດີມີຄວາມສາມັກຄີເປັນເລີດ.
ແນວໃດກໍຕາມ, ເທົ່າທີ່ທິດກ່ຳຄິດ ການໄປແຂ່ງຂັນກິລາໃນຄັ້ງນີ້ມັນກໍປຽບເໝືອນການໄປສູ້ເສິກອີກແບບໜຶ່ງ, ທັງເປັນການໄປສະແດງໃຫ້ເຫັນເຖິງສັກກະຍະພາບຂອງນັກຕໍ່ສູ້ລູກໜັງ ແລະ ຍັງສະແດງໃຫ້ເຫັນເຖິງການພັດທະນາດ້ານກິລາບານເຕະຍິງໃນຍຸກ 4.0, ມັນກໍເປັນເລື່ອງທຳມະດາວ່າຖ້າເຮົາຫາກວິເຄາະໃນແງ່ມຸມໜຶ່ງກໍຮູ້ວ່າໃນເມື່ອຄູ່ຕໍ່ສູ້ໄດ້ເຫັນຄວາມເກັ່ງກ້າແຂງແກ່ນຂອງອີກຝ່າຍໜຶ່ງທີ່ຈະສູ້ບໍ່ໄຫວກໍຕ້ອງໄດ້ຍົກທຸງຂາວຫາວິທີທາງອອກເພື່ອຮັກສາທ່າໄດ້ປຽບໃນດ້ານຜົນປະໂຫຍດທີ່ຕົນປະຄັບປະຄອງຢູ່.
ໜັງສືພິມລາວພັດທະນາ ເປັນໜັງສືພິມລາຍວັນທີ່ເດີນໜ້າຮັບໃຊ້ສັງຄົມຕ້ອງຂໍຍ້ອງຍໍຊົມເຊີຍນັກກິລາທິມຊາດຍິງລາວຢູ 19 ທີ່ໄດ້ສ້າງຜົນງານມາໃຫ້ຕົນເອງ ແລະ ລວມໝູ່. ນອກຈາກນັ້ນ, ຍັງສາມາດກູ້ໜ້າກູ້ຕາມາໃຫ້ປະເທດຊາດບ້ານເມືອງ, ຜົນງານທີ່ຍາດມາໄດ້ນີ້ກໍແມ່ນຍ້ອນຄວາມບຸກບືນ, ສູ້ຊົນ, ຕັ້ງໜ້າຝຶກແອບ ແລະ ປະຕິບັດລະບຽບວິໄນຂອງນັກກິລາທຸກຄົນ ແລະ ອີກສິ່ງໜຶ່ງທີ່ບໍ່ຄວນລືມນັ້ນກໍແມ່ນຄະນະນຳ, ຄູຝຶກໄດ້ເສຍສະຫລະນຳພາທິມຊາດຂອງຕົນໄປສູ່ເປົ້າໝາຍ.
ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ໃນຍຸກໂລກາພິວັດ ຫລື ວ່າຍຸກອຸດສາຫະກຳ 4.0 ການແກ້ງແຍ່ງແຂ່ງຂັນກັນໃນການພັດທະນາທຸກດ້ານເປັນວິວັດແຫ່ງການຂະຫຍາຍຕົວຂອງສັງຄົມ, ຂອງພາກພື້ນ ແລະ ຂອງໂລກ, ຖ້າພວກເຮົາບໍ່ພາກັນເບິ່ງກວ້າງເຫັນໄກແລ້ວ ຄວາມດ້ອຍພັດທະນາລ້າຫລັງກໍຈະຄອບງຳປະເທດຊາດບ້ານເມືອງດັ່ງປະຫວັດສາດສາມສີ່ຮ້ອຍປີຜ່ານມາ.
ເພາະສະນັ້ນ, ພວກເຮົາທີ່ເປັນນັກກິລາທິມຊາດຝ່າຍຊາຍເອີກສາມສອກ, ກົ້ນບາກ, ປາກໜວດ ບໍ່ວ່າລຸ້ນໃດ, ລຸ້ນນ້ອຍ, ລຸ້ນໃຫຍ່, ລຸ້ນອາວຸໂສຄວນໄດ້ຄິດຫງຳ ແລະ ນຳເອົາມາເປັນແບບຢ່າງ, ບໍ່ຄວນເຫັນຜົນປະໂຫຍດຂອງຕົນຫລາຍກວ່າສ່ວນລວມ ແລະ ເໜືອກວ່າປະເທດຊາດ.
ການລົ້ມບານເພື່ອຮັບສິນບົນຈາກລາຍການແຂ່ງຂັນລະດັບພາກພື້ນ ແລະ ສາກົນໃດໜຶ່ງ ຫລື ວ່າລະດັບໃດກໍຕາມ ຖືວ່າເປັນການຂາຍໜ້າຂາຍຕາຕົນເອງ ແລະ ປະເທດຊາດ ຕົກໃນເຄື່ອຂ່າຍການສໍ້ລາດບັງຫລວງ, ສໍ້ຫລວງບັງລາດ, ປະຊາຊົນເຂົາຈົ່ມ ແລະ ເສື່ອມສັດທາທັງປວງນັ້ນແລ.