ບໍລິສັດ ອາລິອັນສ໌ ປະກັນໄພລາວ ດຳເນີນກອງປະຊຸມຕົວແທນທົ່ວປະເທດ ປະຈຳປີ 2019
ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ໄດ້ຈັດກອງປະຊຸມຕົວແທນປະຈຳປີ 2019 ຂຶ້ນທີ່ ຈັງຫວັດອຸດອນທານີ (ປະເທດໄທ) ໂດຍການເປັນປະທານຂອງ ທ່ານ ກີ ອາໂປວີ (Mr. Guy Apovy) ແລະ ທ່ານ ບຸນຖົມ ລໍມະນີ ຄະນະອຳນວຍການ ບໍລິສັດດັ່ງກ່າວ. ພ້ອມດ້ວຍພະນັກງານ ແລະຕົວແທນ ຈໍານວນ 120 ກວ່າຄົນເຂົ້າຮ່ວມ.
ໃນກອງປະຊຸມໄດ້ລາຍງານຕົວເລກການດຳເນີນທຸລະກິດຂອງ ບປລ ໃນສົກປີ 2018 ທີ່ຜ່ານມາເຫັນວ່າລາຍຮັບຈາກການຂາຍປະກັນໄພຜ່ານຕົວແທນໃນຂອບເຂດທົ່ວປະເທດໃນປີ 2018 ແມ່ນຫລຸດລົງປະມານ 7% ແລະ ລາຍຮັບຈາກການປະກັນໄພກໍຫລຸດລົງສ່ວນໜຶ່ງ. ຍ້ອນມີການແຂ່ງຂັນຂອງຕະຫລາດປະກັນໄພສູງຈາກຫລາຍບໍລິສັດ, ສະພາບເສດຖະກິດໂດຍລວມ ແລະ ການຢຸດສະຫງັກຂອງການລົງທຶນໂດຍສະເພາະໃນໂຄງການເຂື່ອນໄຟຟ້າ.
ທ່ານ ກີອາໂປວີ ໄດ້ນໍາສະເໜີຍຸດທະສາດຂອງບໍລິສັດຮອດປີ 2025 ໃນການພັດທະນາເພື່ອຮັກສາຕໍາແຫນ່ງຜູ້ນໍາໃນທຸລະກິດປະກັນໄພ ແລະ ເພີ່ມສັກກະຍະພາບໃນການແຂ່ງຂັນໂດຍມຸ່ງເນັ້ນການປັບປຸງການບໍລິການທີ່ແນ່ໃສ່: ຖືລູກຄ້າເປັນສູນກາງ; ການນໍາໃຊ້ເທັກໂນໂລຍີເຂົ້າມາດໍາເນີນການ ກ້າວສູ່ຄວາມທັນສະໄຫມ ໃນທຸກຂອດວຽກງານ; ຍົກລະດັບຄວາມເປັນມືອາຊີບຂອງບຸກຄະລາກອນທັງພະນັກງານ, ຕົວແທນຂາຍ ແລະ ພະນັກງານສັນຍາແກ້ເຫດອິດສະຫລະ; ຂະຫຍາຍຕາຫນ່າງບໍລິການທັງການຂາຍ, ການແກ້ໄຂອຸປະຕິເຫດ, ອູ່ສ້ອມແປງລົດໃນເຄືອຂ່າຍ, ໂຮງຫມໍ-ຫ້ອງກວດພະຍາດໃນເຄືອຂ່າຍ ເປັນຕົ້ນ. ສຳຫລັບການພັດທະນາຕົວແທນ ບປລ ໄດ້ຊຸກຍູ້ໃຫ້ບັນດາຕົວແທນເພີ່ມສັກກະຍະພາບຂອງຕົນໂດຍຮຽນຮູ້ນໍາໃຊ້ລະບົບ ແລະ ເຄື່ອງມືທັນສະໄຫມທີ່ ບປລ ສະໜອງໃຫ້; ເຂົ້າໃຈຜະລິດຕະພັນແລະນໍາສະເໜີໃຫ້ແກ່ສັງຄົມໃຫ້ຖືກຕ້ອງ; ພັດທະນາທັກສະການຂາຍໃຫ້ການບໍລິການລູກຄ້າດ້ວຍໃຈ ແລະ ເປັນນັກຂາຍມືອາຊີບແທ້ຈິງ.
ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີຂອງຜູ່ຕາງໜ້າ ກົມຄຸ້ມຄອງ, ພັດທະນາ ລັດວິສາຫະກິດ ແລະ ການປະກັນໄພ, ທີ່ໃຫ້ເຫັນສະພາບຕະຫລາດປະກັນໄພທີ່ກໍາລັງມີການແຂ່ງຂັນສູງ ເຊິ່ງປະຈຸບັນມີ 22 ບໍລິສັດທີ່ໄດ້ຮັບອະນຸຍາດໃນການດໍາເນີນທຸລະກິດປະກັນໄພໃນລາວ. ທາງກົມຄຸ້ມຄອງ, ພັດທະນາ ລັດວິສາຫະກິດ ແລະ ການປະກັນໄພ ໄດ້ເຮັດສໍາເລັດການຂຶ້ນທະບຽນຕົວແທນຂອງບໍລິສັດປະກັນໄພຕ່າງໆໄປແລ້ວຫລາຍກວ່າຫ້າຮ້ອຍຕົວແທນ.
ບປລ ຍັງຄົງຮັກສາການເປັນຜູ່ນໍາໃນຕະຫລາດປະກັນໄພ, ມີສ່ວນແບ່ງຕະຫລາດ 57% (2017), ມີຕົວແທນຂາຍ 119 ທ່ານ ແລະ ມີເຄືອຂ່າຍການແກ້ໄຂອຸປະຕິເຫດຄວມຄຸມທົ່ວປະເທດ. ນອກນັ້ນ ບປລ ຍັງມີຄູ່ຮ່ວມທຸລະກິດ, ອູ່ສ້ອມແປງລົດ ແລະໂຮງຫມໍ-ຫ້ອງກວດພະຍາດໃນເຄືອຂ່າຍ ສາມາດໃຫ້ການບໍລິການແກ່ລູກຄ້າເປັນຢ່າງດີໄດ້.