ເລຂາ ສປຊ ເຕືອນວ່າ: ທົ່ວໂລກ ບໍ່ປະຕິບັດຕາມຂໍ້ຕົກລົງຫລຸດໂລກຮ້ອນ
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ເຕືອນວ່າ: ທົ່ວໂລກບໍ່ໄດ້ປະຕິບັດຕາມຕົກລົງກັນໄວ້ໃນການຈຳກັດການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກ.
ທ່ານ ກູເຕີເຣັສ ກ່າວລະຫວ່າງການຢ້ຽມຢາມນູແວນເຊລັງໃນພາລະກິດຢ້ຽມຢາມປາຊີຟິກໃຕ້ ໃນວັນທີ 13 ພຶດສະພາ ເຊິ່ງຖືເປັນຄຳວິຈານທີ່ກະຕຸ້ນໃຫ້ເນັ້ນໜັກເຖິງສະພາບອາກາດປ່ຽນແປງ. ການຢ້ຽມຢາມປາຊີຟິກໃຕ້ ລວມທັງຟິຈີ, ຕູວາລູ ແລະ ວານູອາຕູ ເຊິ່ງເປັນພື້ນທີ່ທີ່ມີຄວາມສ່ຽງໄດ້ຮັບຜົນກະທົບຈາກນ້ຳທະເລໜູນສູງ ມີຂຶ້ນກ່ອນກອງປະຊຸມວ່າດ້ວຍສະພາບອາກາດປ່ຽນແປງ ທີ່ນະຄອນນິວຢ໋ອກຂອງອາເມລິກາ ໃນເດືອນກັນຍາ. ເລຂາທິການ ສປຊ ເນັ້ນເຖິງຄວາມລົ້ມເຫລວໃນການຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມບໍ່ໄດ້ເກີນ 1,5 ອົງສາ ຈາກລະດັບໃນຍຸກກ່ອນປະຕິວັດອຸດສາຫະກຳ.
ເຖິງຢ່າງໃດກໍຕາມ, ທ່ານ ກູເຕີເຣັສ ກ່າວຍ້ອງຍໍນູແວນເຊລັງທີ່ມີບົດບາດສຳຄັນໃນການຊ່ວຍຄວບຄຸມປະລິມານແກັສກາກບອນຕໍ່ໄປ, ເຖິງວ່າປະລິມານການປ່ອຍແກັສເຮືອນແກ້ວທີ່ອອກມາຈາກຂະແໜງອຸດສາຫະກຳຍັງບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ກໍຕາມ, ສ່ວນນາຍົກລັດຖະມົນຕີ ທ່ານ ນາງ ຈາຊິນດາ ອາເດິນ ຂອງນູແວນເຊລັງ ກ່າວວ່າ: ສະພາບໂລກຮ້ອນເປັນບັນຫາທ້າທາຍທີ່ສຸດຂອງປະຊາຄົມໂລກ.