ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”

- 60066374 280859939527791 2930495068399730688 n - ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”
- kitchen vibe - ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”

      ສະຫະພັນ​ລອຍນ້ຳ​ແຫ່ງ​ຊາດ​ລາວ ຮ່ວມ​ກັບ​ໂຮງຮຽນ​ຝຣັ່ງ ຈັດ​ກິດຈະກຳ​ “ສອນ​ນ້ອງ​ລອຍນ້ຳ” ຂຶ້ນ​ໃນ​ວັນ​ທີ 10 ພຶດສະພາ​ນີ້ ​ໂດຍ​ມີ​ທ່ານ ສົມ​ພູ ພົງສາ ຮອງ​ປະທານ ​ແລະ ທັງ​ເປັນ​ເລຂາທິການ​ຄະນະ​ກຳມະການ​ໂອ​ແລັມປິກ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ນ້ອງ​ນັກຮຽນ 100 ກວ່າ​ຄົນ​ເຂົ້າຮ່ວມ.

      ຄູ​ຝຶກ​ນັກ​ກິລາລອຍນ້ຳທີ​ມຊາດ​ລາວ ​ໃຫ້​ສຳພາດ​ວ່າ: ​ໂຄງການ​ສອນ​ນ້ອງ​ລອຍນ້ຳ ​ເປັນ​ໂຄງການ​ໜຶ່ງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ 5 ປີ​ແລ້ວ ​ເຊິ່ງ​ແຕ່ລະ​ປີ​ຈະ​ຈັດ​ຂຶ້ນ 2 ຄັ້ງຄື: ​ເດືອນ​ພຶດສະພາ​ຫາ​ມິຖຸນາ ​ແລະ ລະຫວ່າງ​ເດືອນ​ກັນຍາ​ຫາ​ເດືອນ​ພະຈິກ ​ເຊິ່ງກິດຈະກຳ​ຄັ້ງນີ້​ເພື່ອ​ແນ​ໃສ່​ຊ່ວຍ​ເດັກນ້ອຍ​ສາມາດ​ຫລີກ​ເວັ້ນບັນຫາ​ຈົມ​ນ້ຳ​ໃຫ້​ຫລຸດ​ລົງ ພ້ອມ​ທັງ​ຮູ້​ວິທີ​ເອົາ​ຕົວ​ລອດ​ໃນ​ນ້ຳ​ໄດ້. ສຳລັບ​ໂຄງການ​ປີ​ນີ້ ທາງ​ຄະນະ​ກຳມະການ​ໄດ້​ເລືອກ​ເອົາ​ເດັກ​ນັກຮຽນ​ອາຍຸ​ແຕ່ 7-11 ປີ ຢູ່​ໂຮງຮຽນ​ປະຖົມ 5 ​ແຫ່ງ​ຄື: ປະສົມ​ສົມບູນ​ໜອງ​ບອນ, ​ໂພນ​ທັນ, ​ໂພນ​ພະ​ເນົາ, ​ໂສກ​ປ່າ​ຫລວງ ​ແລະ ​ໂຮງຮຽນ​ປະຖົມ​ສົມບູນ​ສີສະ​ຫວາດ.

      ດັ່ງນັ້ນ, ທາງ​ສະຫະພັນ​ລອຍນ້ຳ​ແຫ່ງ​ຊາດ​ລາວ ຈຶ່ງ​ຂໍ​ເຊີນຊວນ​ບັນດາ​ໂຮງຮຽນ​ພາກ​ລັດ ຖ້າວ່າ​ໂຮງຮຽນ​ໃດ​ຫາກ​ມີ​ຄວາມ​ສົນ​ໃຈ​ເຂົ້າຮ່ວມ​ໂຄງການ​ດັ່ງກ່າວ ​ແມ່ນ​ສາມາດ​ຕິດ​ຕໍ່​ຫາ​ທີ​ມງານ​ຄູ​ຝຶກ​ສອນ​ທີ່​ຄະນະ​ກຳມະການ​ໂອ​ແລັມປິກ​ແຫ່ງ​ຊາດ​ລາວ​ໄດ້.

- 3 - ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”
- 4 - ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”
- 5 - ນັກຮຽນ 100 ກວ່າຄົນເຂົ້າຮ່ວມໂຄງການ “ສອນນ້ອງລອຍນ້ຳ”