ທ່ານເປັນຄົນຮັບຜິດຊອບຫລາຍເກີນໄປຫລືບໍ່


– ເຮັດທຸກຢ່າງຄົນດຽວ : ການທີ່ທ່ານຕ້ອງເຮັດໃນທຸກໆສິ່ງຄົນດຽວ ຫລື ແມ່ນແຕ່ຮັບຜິດຊອບຄວາມຜິດພາດນັ້ນນຳ ເປັນສັນຍານບົ່ງບອກວ່າ ທ່ານເປັນຜູ້ໃຫຍ່ທີ່ສາມາດຮັບຜິດຊອບຄວາມຜິດພາດເຫລົ່ານັ້ນໄດ້.


– ເປັນການໄດ້ຮັບຄວາມໄວ້ວາງໃຈ : ນອກຈາກນີ້ ຄົນອື່ນຍັງເທຄວາມຜິດພາດ ຫລື ສິ່ງທີ່ພວກເຂົາເຮັດບໍ່ໄດ້ ນັ້ນໝາຍຄວາມວ່າທ່ານຮັບຜິດຊອບຫລາຍເກີນໄປແລ້ວຄວາມຮັບຜິດຊອບທີ່ຫລາຍເກີນໄປ ສະແດງວ່າທ່ານໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມຊື່ນຊົມນຳອີກ. ໂຕຢ່າງ ຈາກການສຶກສາຂອງ Harvard Business School ເຜີຍວ່າ : ເຮົາຈະຮູ້ສຶກຜິດ ແລະ ຮູ້ສຶກຮັບຜິດຊອບໄດ້ບໍ່ດີໃນສິ່ງທີ່ບໍ່ແມ່ນຄວາມຜິດຂອງເຮົານຳນັ້ນ ເປັນຍ້ອນທ່ານຄິດຫລາຍເກີນໄປ.
– ການທົດລອງຈາກກຸ່ມໂຕຢ່າງ ນັກວິໄຈໄດ້ສຸ່ມຫາໂຕຢ່າງ ໂດຍຈ້າງນັກສະແດງຈຳລອງສາກວ່າພວກເຂົາກຳລັງໄປວຽກທີ່ພວກເຂົາຕ້ອງໄປສະແດງບໍ່ທັນ ຈຶ່ງຂໍຢືມໂທລະສັບມືຖືກັບນັກທ່ອງທ່ຽວ ເຊິ່ງ 47% ຂອງນັກທ່ອງທ່ຽວສະເໜີໃຫ້ໂດຍບໍ່ໄດ້ຄິດຫຍັງ, ແຕ່ 9% ທີ່ຍອມຮັບກ່ຽວກັບຄວາມຮັບຜິດຊອບທີ່ນັກສະແດງຈະໄປບໍ່ທັນການສະແດງທີ່ພວກເຂົາຮັບວຽກເອົາໄວ້ ເຊິ່ງສອດຄ່ອງກັບວຽກວິໄຈວ່າຄົນທີ່ສະແດງຄວາມຮັບຜິດຊອບຕ່າງໆອອກມາ ຄວາມຈິງແລ້ວເປັນຄົນທີ່ມີຄວາມເຫັນອົກເຫັນໃຈຜູ້ອື່ນ.
– ໂຕຢ່າງຂອງຄົນທີ່ມີຄວາມຮູ້ສຶກນີ້ : ແຕ່ວ່າເມື່ອເຖິງຈຸດໜຶ່ງທີ່ເຮົາມີຄວາມຮັບຜິດຊອບທີ່ເກີນກ່ວາເຮົາຈະຮັບໄຫວ ເຊັ່ນ : ອາສາສະໝັກຄົນທີ 1 ຮູ້ສຶກຜິດຢ່າງຫລາຍເມື່ອເຂົາເຄີຍຂັບລົດຕຳຄົນ ເຊິ່ງເວລາຂັບລົດກໍຈະມີຄວາມຄິດກັງວົນ ຄົນທີ່ຍ່າງຢູ່ແຄມທາງ ຫລື ທາງເຂົ້າ ເຊິ່ງເຂົາມີຄວາມເຊື່ອວ່າ ເຂົາບໍ່ໄດ້ຕັ້ງໃຈ, ແຕ່ອາສາສະໝັກຄົນທີ່ 2 ເຊື່ອວ່າຕ້ອງຮັບຜິດຊອບ 100%.
– ເປັນຫຍັງເຮົາຈຶ່ງຄິດວ່າເຮົາຕ້ອງຮັບຜິດຊອບທຸກສິ່ງຕະຫລອດເວລາ ?ການທີ່ເຮົາມີຄວາມຮັບຜິດຊອບທຸກສິ່ງຕະຫລອດເວລານັ້ນ ສິ່ງທີ່ບົ່ງບອກໄດ້ຄື ໃນເມື່ອເຮົາເປັນເດັກນ້ອຍຖືກຕຳໜິຕະຫລອດ ເຮັດໃຫ້ເຮົາຮູ້ສຶກວ່າຕ້ອງເຮັດທຸກຢ່າງໃນຊີວິດໃຫ້ດີຂຶ້ນໆໃນທຸກໆມື້ເພື່ອລຶບປົມດ້ອຍໃນໃຈໃນໄວເດັກ.
– ການແກ້ບັນຫາ : ເຊິ່ງທາງແກ້ບັນຫານີ້ກໍຄື 1. ລອງຖອຍອອກມາເບິ່ງສະຖານະການ ແລ້ວພິຈາລະນາວ່າ ເຮົາຄວນເທໃຈໄປຮັບຜິດຊອບໃນສິ່ງທີ່ເຮົາບໍ່ຜິດ ຫລື ບໍ່ໄດ້ຮັບຜິດຊອບສິ່ງໆນັ້ນຕັ້ງແຕ່ທຳອິດ ແລະ 2 ກໍແມ່ນປ່ອຍວາງແດ່. ລອງປ່ອຍວາງກັບທຸກສິ່ງທີ່ເປັນປັດໄຈເຮັດໃຫ້ເຮົາເຄັ່ງຄຽດ ເຊິ່ງການທີ່ເຮົາຮູ້ສຶກຮັບຜິດຊອບຫລາຍເກີນໄປ ເຮັດໃຫ້ເຮົາມີຄວາມເຄັ່ງຄຽດສະສົມ ແລະ ກົດດັນໂຕເອງຫລາຍເກີນໄປ ຫາກໃຜທີ່ກຳລັງພະເຊີນຄວາມຮູ້ສຶກນີ້ຢູ່ ແນະນຳໃຫ້ຖອຍອອກມາຈາກບັນຫາກ່ອນ ແລ້ວຈຶ່ງ ໃຊ້ໃຈ 100%ເພື່ອກຽມຮັບກັບຄວາມຮັບຜິດຊອບໃນເທື່ອນີ້.