ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ

- 041505 2019 - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ
- kitchen vibe - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ

   ໂຊກດີ ສ້າງໄດ້ : ຜູ້ຄົນສ່ວນຫລາຍຫາກເຮັດຫຍັງແລ້ວລົ້ມເຫລວ, ບໍ່ປະສົບຄວາມສຳເລັດ ກໍມັກຈະອ້າງວ່າເປັນຍ້ອນໂຊກຊະຕາກຳໜົດ ໂດຍທີ່ໃນຄວາມເປັນຈິງແລ້ວ ໂຊກຈະດີຫລືບໍ່ ເຮົາສາມາດສ້າງ ຫລື ກຳໜົດຂຶ້ນໄດ້ດ້ວຍໂຕເອງ.

     ສາດສະດາຈານ ຣິຊາດ ໄວແມນ ແຫ່ງສະຖາບັນຈິດຕະວິທະຍາ ມະຫາວິທະຍາໄລເຮີດຟອດເຊຍ (University of Hertfordshire) ອັງກິດ ຜູ້ສຶກສາວິໄຈ ເລື່ອງຄວາມໂຊກດີມາເປັນເວລານັບ 10 ປີ ໄດ້ຂໍ້ສະຫລຸບວ່າ : ຄວາມໂຊກດີບໍ່ໄດ້ເກີດຂຶ້ນກັບທຸກຄົນ, ແຕ່ມັກຈະເກີດຂຶ້ນກັບຄົນທີ່ມີລັກສະນະພິເສດ.

- Visit Laos Visit SALANA BOUTIQUE HOTEL - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ

    ຄົນລັກສະນະພິເສດທີ່ເວົ້າເຖິງໄດ້ແກ່ : ຜູ້ທີ່ມີທັກສະໃນການສ້າງໂອກາດ ແລະ ເບິ່ງເຫັນໂອກາດ, ຜູ້ທີ່ຕັດສິນໃຈຢ່າງຊານສະຫລາດ ໂດຍບໍ່ຕ້ອງອາໄສພຽງແຕ່ບັນທັດ ຖານຂອງຕົນເອງພຽງຢ່າງດຽວ, ມີຄວາມຄາດຫວັງໃນດ້ານບວກ ແລະ ມີທັດສະນະຄະຕິທີ່ຫົດຢືດ. ນອກຈາກນັ້ນຍັງພົບວ່າຜູ້ຄົນທີ່ບໍ່ມີໂຊກມັກເປັນຄົນເຄັ່ງຄຽດ, ເບິ່ງໂລກໃນແງ່ຮ້າຍ, ບໍ່ກ້າເປີດໃຈຮັບ ສິ່ງໃໝ່ໆ, ສົນໃຈແຕ່ເລື່ອງເກົ່າໆ ສິ່ງເຫລົ່ານີ້ເອງທີ່ເຮັດໃຫ້ພວກເຂົາມັກຈະພາດໂອກາດຕ່າງໆໄປຢ່າງໜ້າເສຍດາຍ.

     ເມື່ອສາດສະດາຈານ ຣິຊາດ ທົດລອງໃຫ້ຜູ້ຄົນທີ່ບໍ່ມີໂຊກເຂົ້າຮັບ ການຝຶກຝົນຄຸນລັກສະນະຕ່າງໆຂອງຄົນທີໂຊກດີເປັນເວລາດົນ 1 ເດືອນ ຜົນການທົດລອງກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າອາສາສະໝັກ 80% ຮູ້ສຶກວ່າຕົນເອງເລີ່ມໂຊກດີຫລາຍຂຶ້ນ.

     10 ອຸປະນິໄສແຫ່ງຄວາມໂຊກດີ : ດັກລາສ ມິລເລີ ນັກຂຽນ, ນັກເວົ້າ, ນັກຝຶກອົບຮົມ ແລະ ຄູຝຶກດ້ານອາຊີບຊື່ດັງ ເປັນອີກຄົນໜຶ່ງທີ່ເຊື່ອວ່າ ໂຊກດີບໍ່ແມ່ນແຕ່ເລື່ອງບັງເອີນ ລາວຂຽນໜັງສື “THE LUCK HABIT” ເຊິ່ງລະບຸເຖິງປັດໄຈແຫ່ງຄວາມໂຊກດີໄວ້ດັ່ງນີ້ :

     1. ຮູ້ຈັກຕົນເອງ : ຮູ້ວ່າແມ່ນຫຍັງທີ່ສຳຄັນກັບຊີວິດແດ່ ເພື່ອຈະໄດ້ທຸ້ມເທໃຊ້ຊີວິດໄປໃຫ້ຖືກທາງ.

     2. ມີເປົ້າໝາຍ : ທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອໃຫ້ເກີດແຮງຈູງໃຈ ແລະ ມີທິດທາງໃນການໃຊ້ຊີວິດຢ່າງຈະແຈ້ງ.

     3. ກະຕືລືລົ້ນ : ສົດຊື່ນຫ້າວຫັນຢູ່ສະເໝີ, ເອົາໃຈໃສ່ກັບທຸກສິ່ງທີ່ເຮັດ, ຢາກຮູ້ຢາກເຫັນ, ສົນໃຈເປີດຮັບຮຽນຮູ້ສິ່ງໃໝ່ໆສະເໝີ.

 4. ເຊື່ອໝັ້ນວ່າ ເຮັດໄດ້ ແລະ ຈະເຮັດ : ການມີຄວາມຮູ້ ແລະ ທັກສະຕ່າງໆ ເຖິງຈະກໍ່ໃຫ້ເກີດຄວາມໝັ້ນໃຈ, ແຕ່ຍັງບໍ່ພໍ ຕ້ອງສ້າງແຮງຈູງໃຈວ່າ ຢາກເຮັດຕື່ມນຳ ເພາະ ຄວາມເຊື່ອໝັ້ນ ແລະ ແຮງຈູງໃຈ ຈະຊ່ວຍໃຫ້ປະສົບຄວາມສຳເລັດໃນຊີວິດ.

     5. ຢ່າກຽດຄ້ານ : ຕ້ອງເຮັດວຽກໜັກ, ການເຮັດວຽກໜັກໝາຍເຖິງການດຸໝັ່ນກວດສອບໂຕເອງຢູ່ສະເໝີວ່າມີຫຍັງທີ່ຕ້ອງປັບປຸງ ຫລື ພັດທະນາ ຈາກນັ້ນຈຶ່ງຝຶກຝົນທັກສະໃໝ່ໆນັ້ນໃຫ້ຊ່ຽວຊານ.

     6. ຢ່າຢ້ານ ຢ່າກັງວົນກັບສິ່ງທີ່ຍັງບໍ່ເກີດ : ເພາະຄວາມກົດດັນອາດເຮັດໃຫ້ເກີດຄວາມຜິດພາດໄດ້ ຄິດໄວ້ສະເໝີວ່າ ທຸກບັນຫາສາມາດແກ້ໄຂໄດ້ໂດຍການຈັດການຢ່າງມີສະຕິ ແລະ ເປັນຂັ້ນເປັນຕອນ.

     7. ລົ້ມແດ່ກໍໄດ້, ແພ້ແດ່ກໍດີ : ຮຽນຮູ້ຈາກຄວາມລົ້ມເຫລວ ຫລື ຄວາມພ່າຍແພ້ເພື່ອບໍ່ໃຫ້ເກີດຊຳ້ອີກ.

     8. ເປີດກ້ວາງຮັບຟັງຄວາມຄິດເຫັນ : ໃຫ້ຄິດວ່າທັງຄຳຍ້ອງຍໍຊົມເຊີຍ ແລະ ຄຳຕຳໜິວິຈານ ຖືເປັນຂອງຂັວນ ແລະ ໂອກາດ ໃນການພັດທະນາຕົນເອງ.

     9. ສຳພັນທະພາບເປັນສິ່ງສຳຄັນ : ບໍ່ພຽງແຕ່ໝັ່ນສ້າງໃຫ້ເພີ່ມຂຶ້ນ ແຕ່ຕ້ອງໝັ່ນຮັກສາສິ່ງທີ່ມີຢູ່ບໍ່ໃຫ້ຂາດຫາຍ ຍິ່ງທ່ານຮູ້ຈັກຜູ້ຄົນຫລາຍເທົ່າໃດ ກໍຍິ່ງເປັນປະໂຫຍດຫລາຍເທົ່ານັ້ນ.

     10. ແນມເຫັນໂອກາດ : ບໍ່ລໍຖ້າໃຫ້ໂອກາດມາຫາ, ແຕ່ຄວນຂົນຂວາຍສ້າງໂອກາດໃຫ້ໂຕເອງ. ຂະນະດຽວກັນຕ້ອງກຽມຄວາມພ້ອມໃນດ້ານຕ່າງໆຢູ່ສະເໝີ ເຊັ່ນ : ພັດທະນາຄວາມຮູ້ ຄວາມສາມາດ ແລະ ທັກສະເພື່ອສ້າງໂອກາດນັ້ນໃຫ້ເປັນຈິງ ຢ່າສ້າງອຸປະສັກປອມໆມາບັ່ນທອນຄວາມໝັ້ນໃຈຂອງຕົນເອງ ເຊັ່ນ : ຂ້ອຍເຮັດບໍ່ໄດ້ດອກ, ຂ້ອຍບໍ່ເກັ່ງ.

     ຄົນທີ່ມີອຸປະນິໄສແຫ່ງຄວາມໂຊກດີຈະໃຫ້ຄວາມສຳຄັນກັບການສ້າງຄວາມໂຊກດີສະເໝີ ແລະ ບໍ່ປ່ອຍໃຫ້ໂອກາດຫລຸດລອຍໄປໂດຍບໍ່ໄດ້ເຮັດຫຍັງເລີຍຢ່າງແນ່ນອນ.

- 4 - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ
- 5 - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ
- 3 - ໂຊກດີສ້າງໄດ້ ບໍ່ຕ້ອງລໍຖ້າໂຊກຊະຕາ