ລາວຫາລືການເຂົ້າຫາແຫລ່ງທຶນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ


ກອງປະຊຸມປຶກສາຫາລືພາກທຸລະກິດຂອງຂະແໜງການເງິນ ແລະ ທະນາຄານ ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້ຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໂດຍການເປັນປະທານຂອງທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາດັ່ງກ່າວ, ມີຜູ້ປະກອບການຈາກສະຖາບັນການເງິນຈຸລະພາກ, ທະນາຄານ, ບໍລິສັດສິນເຊື່ອ ເຂົ້າຮ່ວມເປັນຈໍານວນຫລາຍ.
ໃນກອງປະຊຸມໄດ້ຮັບຟັງບົດສະເໜີຈາກຊ່ຽວຊານດ້ານການເງິນ ແລະ ທະນາຄານສາກົນ ກ່ຽວກັບບັນຫາບຸລິມະສິດຂອງຂະແໜງການ ແລະ ຂໍ້ສະເໜີ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ມີຄໍາເຫັນເປັນເອກະພາບກັນເພື່ອຈະນຳໄປສະເໜີໃນກອງປະຊຸມທຸລະກິດລາວໃນຂັ້ນຕໍ່ໄປ.
ທ່ານນາງ ວາລີ ເວດສະພົງ ໃຫ້ຮູ້ວ່າ: ປັດຈຸບັນ ລັດຖະບານໄດ້ມີນະໂຍບາຍສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຂົ້າຫາແຫລ່ງທຶນໄດ້ສະດວກ, ຍ້ອນວ່າໃນຜ່ານມາການສະໜອງທຶນດັ່ງກ່າວຍັງມີບັນຫາຫຍຸ້ງຍາກຫລາຍຢ່າງ ແລະ ເຮັດໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍປະສົບບັນຫາເປັນຕົ້ນແມ່ນບໍ່ມີທຶນເພື່ອຈະນໍາມາພັດທະນາທຸລະກິດຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວ ຫລື ຮ້າຍແຮງກວ່ານັ້ນ ກໍໄດ້ຢຸດກິດຈະການໄປກໍມີຫລາຍ, ດັ່ງນັ້ນການເຂົ້າຫາແຫລ່ງທຶນໄດ້ສະດວກຈະເປັນເງື່ອນໄຂອັນດີເພື່ອສົ່ງເສີມ SME ໃນລາວເຮົາຂະຫຍາຍຕົວດີຂຶ້ນ.