10 ຕົວເມືອງທີ່ມີມົນລະພິດອາກາດຮ້ອນແຮງທີ່ສຸດຂອງໂລກ
ຮຽບຮຽງໂດຍ: ລູກ ເມືອງພວນ
- Delhi ອິນເດຍ.
ອາກາດຢູ່ Delhi ມີປະ ລິມານ ຝຸ່ນລະອອງ PM2.5 ຢູ່ທີ່ 153 µg/m3. ມົນລະ ພິດອາກາດຢູ່ທີ່ນີ້ຕົ້ນຕໍແມ່ນ ມາຈາກຄວັນ ຂອງໂຮງຈັກ ໂຮງງານ ແລະ ລົດລາງພາ ຫະນະຕ່າງໆ, ເຊີ່ງໄດ້ປ່ອຍ ທາດ CO, NO2, SO2 ອອກສູ່ອາກາດເປັນຈຳນວນຫຼວງຫຼາຍ ແລະ ທາດທີ່ເປັນ ພິດອື່ນໆຈຳນວນໜຶ່ງອີກ. ອີງຕາມແຫຼ່ງຂ່າວ CNN ໃຫ້ຮູ້ວ່າ: ຢູ່ໃນຕົວເມືອງ Delhi ພາຫະນະຄົມມະນາຄົມມີ ປະມານ 8,5 ລ້ານຄັນ
2. Patna ອິນເດຍ
ຢູ່ທີ່ນີ້ ປະລິມານຝຸ່ນລະ ອອງ PM2.5 ຢູ່ທີ່ 149 µg/m3, Patna ເປັນຕົວ ເມືອງໃຫຍ່ທີສອງ ຂອງອິນ ເດຍ, ມີພົນລະເມືອງປະມານ 1.68 ລ້ານຄົນ(2011). ເມືອງນີ້ເປັນສູນກາງການ ຄ້າດ້ານຜະລິດຕະພັນກະ ສິກຳ, ຕົ້ນຕໍແມ່ນ ການສົ່ງ ອອກ ເຂົ້າບາເລ, ນໍ້າຕານ, ໝາກງາ ແລະ ເຂົ້າ.
3. Gwalior ອິນເດຍ
ປະລິມານຝຸ່ນລະອອງ PM2.5 ຢູ່ທີ່ 144 µg/m3. ເປັນຕົວເມືອງໃຫຍ່ທີ່ສຸດຢູ່ ທາງພາກກາງຂອງອິນເດຍ ເຊີ່ງຖືກອ້ອມລ້ອມໄປດ້ວຍ ໂຮງງານອຸດສາຫະກຳ ແລະ ເຂດການຄ້າຂະໜາດໃຫຍ່ ເຊັ່ນ: Sitholi, Banmore ແລະ Malanpur.
ຕົວເມືອງ New Dehli ຖືກປົກຄຸມໄປດ້ວຍຄວັນ ແລະ ຝຸ່ນລະອອງ ຈົນມືດມົວ ໄປໝົດ, ວິໄສທັດມອງ ເຫັນ ແມ່ນຕໍ່າທີ່ສຸດ.
4. Raipur ອິນເດຍ
ປະລິມານຝຸ່ນລະອອງ PM2.5 ຢູ່ທີ່ 134 µg/m3. Raipur ເປັນສູນການຄ້າ ຂະໜາດໃຫຍ່ ແລະ ເຂດອຸດ ສາຫະກຳຖ່ານຫີນ, ພະລັງ ງານ, ອຸດສາຫະກຳຫຼອມ ເຫຼັກ, ອາລູມີນຽມ ແລະ ຕະ ຫຼາດຄ້າເຫຼັກ ທີ່ໃຫ່ຍທີ່ສຸດ ຂອງ ອິນເດຍ.
5. Karachi ປາກິສ ຖານ.
ປະລິມານຝຸ່ນລະອອງ PM2.5 ຢູ່ທີ່ 117 µg/m3. ກາຍເປັນມົນລະພິດທາງ ອາກາດ ແມ່ນມາຈາກຂາດ ພື້ນຖານໂຄງລ່າງໃນການ ກຳຈັດສິ່ງເສດເຫຼືອທີ່ບໍ່ຖືກ ຕ້ອງ. ມົນລະພິດທາງນໍ້າ ແມ່ນສາຍເຫດຕົ້ນຕໍເຮັດໃຫ້ ຕົວເມືອງ Karachi ເປັນພິດ ທີ່ຮ້າຍແຮງ. ມົນລະພິດທາງ ອາກາດຂອງຕົວເມືອງແຫ່ງນີ້ແມ່ນອອກມາຈາກ ພາຫະ ນະຄົມມະນາຄົມ, ຄວັນຈາກ ໂຮງຈັກໂຮງງານອຸດສາຫະກຳ ແລະ ການເຜົາຂີ້ເຫຍື້ອ ກໍຄືການເຄື່ອນໄຫວດຳລົງຊີວິດຂອງຄົນເອງ.
6. Peshawar ປາກິສ ຖານ
ປະລິມານຝຸ່ນລະອອງ PM2.5 ຢູ່ທີ່ 111 µg/m3, ຕົ້ນຕໍແມ່ນມາຈາກພາຫະ ນະຄົມມະນາຄົມ, ການຜະລິດ ອຸດສາຫະກຳ, ເຕົາເຜົາດິນ ຈີ່, ການເຜົາຂີ້ເຫຍື້ອ, ການ ໃຊ້ພາຫະນະຄົມມະນາຄົມ ທີ່ເກົ່າແກ່ ອັນພາໃຫ້ເກີດ ມົນລະພິດໃນຕົວເມືອງຢ່າງ ຮ້າຍແຮງ.
7.Rawalpindi ປາກິສ ຖານ
ປະລິມານຝຸ່ນລະອອງ PM2.5 ຂອງເມືອງ Rawal pindi ຢູ່ທີ່ 107 µg/m3. ນີ້ເປັນຕົວເມືອງທີ່ມີການພັດ ທະນາໄວ, Rawalpindi ເປັນສູນກາງອຸດສາຫະກຳ ການຜະລິດແຜ່ນແພ. ຄວັນ ຈາກພາຫະນະຄົມະນາຄົມ ເປັນສາຍເຫດຕົ້ນຕໍພາໃຫ້ ເກີດມົນລະພິດທາງອາກາດຢູ່ຕົວເມືອງແຫ່ງນີ້.
8.Khorramabad ອີຣານ
ປະລິມານຝຸ່ນລະອອງ PM2.5 ຢູ່ທີ່ 102 µg/m3. ອີງຕາມຂໍ້ມູນຈາກກະຊວງ ສາທາລະນະສຸກຂອງ ອີຣານ ປີ 2012 ໃຫ້ຮູ້ວ່າ: ມົນລະພິດ ສະພາບແວດລ້ອມເປັນສາຍ ເຫດຕົ້ນຕໍພາໃຫ້ 4.500 ຄົນອາໄສຢູ່ ເຕເຮຣານຕາຍ ກ່ອນໄວ ແລະ ປະມານ 80.000 ຄົນ ໃນທົ່ວປະເທດ ອີຣານ.
9.Ahmedabad ອິນເດຍ
ປະລິມານຝຸ່ນລະອອງ PM2.5 ຂອງ Ahmedabad ຢູ່ທີ່ 100 µg/m3. ປັດຈຸບັນນີ້ ຕົວເມືອງແຫ່ງນີ້ ໄດ້ກາຍເປັນສູນກາງທາງ ດ້ານເສດຖະກິດ ແລະ ເຂດ ອຸດສາຫະກຳຂອງອິນເດຍ, ເປັນບ່ອນຜະລິດຝ້າຍໃຫຍ່ ອັນດັບສອງຂອງປະເທດ. ໂຄງການກໍ່ສ້າງອາຄານສະຖານທີ່, ຖະໜົນຫົນທາງ ແລະ ພື້ນຖານໂຄງລ່າງອື່ນໆ ເປັນສາຍເຫດພາໃຫ້ເກີດມົນລະພິດທີ່ຮ້າຍແຮງໃຫ້ແກ່ອາກາດໃນຕົວເມືອງແຫ່ງນີ້.
10.Locknow ອິນເດຍ
ປະລິມານຝຸ່ນລະອອງ PM2.5 ໃນຕົວເມືອງແຫ່ງ ນີ້ຢູ່ທີ່ 96 µg/m3. ລັດ Uttar Pradesh ເປັນລັດທີ່ມີມົນ ລະພິດຮ້າຍແຮງກ່ວາໝູ່ໝົດ ຢູ່ ໃນອິນເດຍ. ພື້ນຖານໂຄງ ລ່າງຄົມະນາຄົມ ຂີ້ຮ້າຍທີ່ ສຸດ, ພາຫະນະຄົມະນາຄົມ ນັບມື້ເພີ່ມຂຶ້ນ ອັນເປັນສາເຫດ ພາໃຫ້ເກີດມົນລະພິດຢ່າງ ຮ້າຍແຮງນີ້.