ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ

- 22577441233 1 - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ
- kitchen vibe - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ

ໂດຍ: ທ່ຽງ​ທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ເມື່ອໄດ້ຍິນຂ່າວ ນີ້ໃຜໆ ກໍອາດຈະດີໃຈຍ້ອນວ່າ ບ້ານເມືອງເຮົາຈະບໍ່ໄດ້ຮັບໄພຄຸກຄາມຈາກສວນກ້ວຍເປັນພິດ ຂອງນັກລົງທຶນ ຕ່າງຊາດອີກແລ້ວພາຍຫລັງນາຍົກລັດຖະມົນຕີໄດ້ມີແຈ້ງການໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ສົມທົບແໜ້ນ ກັບອຳນາດການປົກຄອງທ້ອງຖິ່ນກ່ຽວຂ້ອງເພື່ອສະກັດກັ້ນ ແລະ ເດັດຂາດໃຫ້ຜູ້ລົງທຶນປູກກ້ວຍ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ  ບໍ່ປະຕິບັດຕາມລະບຽບຄວບຄຸມການນຳໃຊ້ ສານເຄມີເຂົ້າ ໃນການປູກກ້ວຍດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ

ເຊິ່ງຜ່ານມາມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ສະ ພາບແວດລ້ອມ ແລະ ສັງຄົມຕະຫລອດຮອດຊີວິດຂອງຄົນ ເປັນຈຳນວນຫລາຍມາແລ້ວຢູ່ບັນດາແຂວງພາກເໜືອນ ລາວນັບແຕ່ຫລວງນ້ຳທາ,  ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີລາມລົງມາຈົນຮອດແຂວງວຽງຈັນ ແລະ ນະຄອນຫລວງເຮົາກໍເລີ່ມລະບາດຂຶ້ນຢ່າງໜ້າວິຕົກຄື: ຢູ່ເຂດເມືອງສັງທອງ, ນາຊາຍທອງກໍເກີດມີຂຶ້ນ, ໂດຍ ຜູ້ລົງທຶນໄດ້ເຂົ້າມາເຊົ່າດິນຂອງປະຊາຊົນເອງໂດຍ ບໍ່ໄດ້ຂໍອະນຸຍາດການລົງທຶນໃດໆ ນຳເບື້ອງລັດຖະບານ  ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍແຕ່ຢ່າງໃດ.

ເບິ່ງຢ່າງໜຶ່ງກໍຄືເໝືອນພາໂລ ຢາກທຳລາຍສະພາບ ແອວລ້ອມ ແລະ ຄວາມສະຫງົບງຽບຂອງບ້ານເມືອງ ເຮົາແຕ່ກໍເປັນຈັ່ງບຸນທີ່ຂະແໜງກ່ຽວຂ້ອງ ແລະ ອຳນາດການປົກຄອງນະຄອນຫລວງໄດ້ຮີບຮ້ອນກວດກາ ແລະ  ສັ່ງໃຫ້ຢຸດຕິຕໍ່ການລົງທຶນທີ່ບໍ່ຖືກຕ້ອງ ແລະ  ຂາດຄວາມສະຫງົບປອດໄພດັ່ງກ່າວ.

ແຕ່ເຖິງແນວໃດກໍດີມັນ ເປັນບົດຮຽນອັນເລິກເຊິ່ງໃຫ້ແກ່ລາວເຮົາໃນການເອົາໃຈໃສ່ຄຸ້ມຄອງລົງທຶນຂອງຕ່າງປະເທດໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ຈິ່ງຈະນຳຜົນປະໂຫຍດອັນແທ້ຈິງມາສູ່ປະເທດຊາດ ບ້ານເມືອງກໍ ດັ່ງການນຳຮຸ້ນກ່ອນເພິ່ນເຄີຍເຕືອນໄວ້ວ່າ: “ເມື່ອເປີດປະຕູແລ້ວກໍໃຫ້ລະມັດລະວັງໃນ ການສະກັດກັ້ນຮິ້ນຍຸງທີ່ຈະເຂົ້າມາດູດກິນເລືອດກິນຊີ້ນ ປະຊາຊົນເຮົາ”./.

- 22577441233 1 - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ

- 3 - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ
- 5 - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ
- 4 - ດີ​ໃຈ​ຈະ​ບໍ່​ເຫັນ​ສວນ​ກ້ວຍ​ ​ເປັນ​ພິດ​ອີກ​ແລ້ວ