ອາຫານທີ່ມີທາດເຫລັກຫລາຍ ຊ່ວຍເສີມສ້າງເມັດເລືອດແດງ
ທາດເຫລັກ ເປັນສານອາຫານທີ່ຈຳເປັນຕໍ່ການສ້າງຮີໂມໂກລບິນ ຜູ້ຊ່ຽວຊານດ້ານສຸຂະພາບເຜີຍວ່າ : ຮີໂມໂກລບິນຊ່ວຍໃຫ້ແຊນເມັດເລືອດແດງນຳເອົາອົກຊີແຊນໄປສູ່ອະໄວຍະວະຕ່າງໆ. ດັ່ງນັ້ນ, ທາດເຫລັກຈຶ່ງສຳຄັນຕໍ່ຮ່າງກາຍຫລາຍ ນັກໂພຊະນາການແນະນຳໃຫ້ໃຊ້ທາດເຫລັກ 8 ມິນລີກຣາມຕໍ່ມື້ສຳລັບຜູ້ຊາຍ. ໃນຂະນະທີ່ຄວາມຕ້ອງການທາດເຫລັກສຳລັບແມ່ຍິ່ງແມ່ນ ປະມານ 18 ມິນລີກຣາມຕໍ່ມື້.
1. ຖົ່ວຊະນິດຕ່າງໆຈະໃຫ້ທາດເຫລັກສູງເຖິງ 3,5 ມິນລີກຣາມ, ມີໂພລີຟິນອນຊ່ວຍຫລຸດຄວາມສ່ຽງພະຍາດຫົວໃຈ ແລະ ເລືອດຈາງ.
2. ມັນຝຣັ່ງອົບ ມີທາດເຫລັກຫລາຍກ່ວາ 3 ມິນລີກຣາມ.
3. ຜັກຫົມມີທາດເຫລັກ 6,5 ມິນລີກຣາມ, ມີໂປຕັສຊຽມ ແລະ ທາດການຊຽມໃນລະດັບສູງ.
4. ແກ່ນໝາກອຶ ແລະ ແກ່ນໝາກມ່ວງຫິມະພານ ມີທາດເຫລັກ 2 ມິນລີກຣາມ.
5. ຊັອກໂກແລັດດຳ ມີທາດເຫລັກ 3,4 ມິນລີກຣາມ.
6. ປາທູນ່າກະປ໋ອງ ມີທາດເຫລັກ 2,5 ມິນລີກຣາມ.
7. ຫອຍນາງລົມ 6 ໂຕໃຫ້ທາດເຫລັກເຖິງ 4 ມິນລີກຣາມ.