ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່

- 9527 - ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່
- kitchen vibe - ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່

ຮຽບຮຽງໂດຍ: ລູກເມືອງພວນ

ປະທານ ສີຈິນຜິງຂອງ ຈີນໄດ້ເຂົ້າຮ່ວມພິທີເປີດນຳ ໃຊ້ຂົວຂ້າມທະເລຍາວທີ່ສຸດ ຂອງໂລກ ຕໍ່ຈາກຮົ່ງກົງໄປຫາ ແຜ່ນດິນໃຫຍ່ຜ່ານການກໍ່ສ້າງ ມາໄດ້ ເກືອບໜຶ່ງທົດສະວັດ.

- Visit Laos Visit SALANA BOUTIQUE HOTEL - ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່

ພິທີເປີດນຳໃຊ້ຂົວດັ່ງ ກ່າວໄດ້ຈັດຂຶ້ນຢູ່ທີ່ທ່າກຳປັ່ນ ໃໝ່ແຫ່ງໜຶ່ງຂອງນະຄອນ ເຈົາຫາຍ, ແຂວງ ກວາງດົງ, ຊຶ່ງມີການນຳຂອງແຜ່ນດິນ ໃຫຍ່, ຮົ່ງກົງ ແລະ ມາເກົ້າເຂົ້າຮ່ວມ.

ຂົວແຫ່ງນີ້ ມີຄວາມຍາວ 55 ກມ, ຕາມແຜນແມ່ນຈະໃຫ້ໄດ້ນຳໃຊ້ໃນປີ 2016 ແຕ່ກໍຖືກໂຈະການກໍ່ສ້າງໄປຫຼາຍຄັ້ງ, ຊຶ່ງຂົວແຫ່ງນີ້ ລວມມີທັງເສັ້ນທາງລົດຄົດໂງເງຢູ່ທາງ ເບື້ອງເທິງຂອງຕົວຂົວ ແລະ ອຸມຸງຢູ່ໃຕ້ພື້ນທະເລຂອງຂົວ, ຊຶ່ງຕໍ່ຈາກນະຄອນ ເຈົາຫາຍ ຂອງແຜ່ນດິນໃຫ່ຍໄປຫານະຄອນລານເດົາຂອງຮົ່ງກົງ ແລະ ມາເກົ້າ.

ຕົວຂົວສາມາດຮັບຄວາມ ສັ່ນສະເທືອນຂອງແຜ່ນດິນໄຫວໄດ້ທີ່ 8 ຣິກເຕີ, ຕ້ານທານກັບລົມພະຍຸຂະໜາດ ໃຫ່ຍ ແລະ ຮັບແຮງປະທະ ຂອງ ເຮືອ ໄດ້ເປັນຢ່າງດີ.  ຂົວແຫ່ງນີ້ຖືກສ້າງຂຶ້ນດ້ວຍເຫຼັກ 400.000 ໂຕນ, ທົບ 4,5 ເທື່ອຂົວປະຕູໂຂງຄຳຢູ່ San Francisco ຂອງສະຫະລັດອາເມລິກາ.

ນີ້ແມ່ນໂຄງການໃຫຍ່ທີສອງຕໍ່ຈາກໂຄງການທາງລົດໄຟດ່ວນ Danyang-Kunshan ຊຶ່ງຫາກໍເປີດການ ກໍ່ສ້າງໃນເດືອນແລ້ວນີ້.

ບັນດາໂຄງການດັ່ງກ່າວ ແມ່ນແຜນຍຸດທະສາດຂອງ ປັກກິ່ງ ທີ່ແນໃສ່ເປີດກ້ວາງສູນກາງການຄ້າ ແລະ ເສດຖະກິດຂອງຈີນ ແລະ ຫລຸດ ຜ່ອນການເສຍເວລາໄປມາ ຫາສູ່ກັນຂອງສອງຝາກຝັ່ງທະເລ.

ໂຄງການດັ່ງກ່າວແມ່ນສ່ວນໜຶ່ງຂອງແຜນການ ຂອງຈີນທີ່ຈະເປີດກ້ວາງເຂດ Greater Bay Area ໃຫ້ ກ້ວາງອອກເຖິງ 56.500 km2 , ມີພົນລະເມືອງ 68 ລ້ານຄົນ, ລວມມີ 11 ຕົວ ເມືອງ, ໃນນັ້ນລວມທັງ ຮົ່ງກົງ ແລະ ມາເກົ້າ ຢູ່ດ້ວຍ.

- 9527 1 - ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່

- 4 - ສປ ຈີນ ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ ​ໃນ​ໂລກ​ຕໍ່​ຈາກ​ຮົ່ງກົງ​ໄປ​ຫາ​ແຜ່ນດິນ​ໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!