ທຼຳ ມີແຜນຈະຫລຸດການສົ່ງອອກສິນຄ້າເທັກໂນໂລຢີສູງໄປຈີນ
ຮຽບຮຽງໂດຍ: ລູກເມືອງພວນ
ອຳນາດການປົກຄອງ ທຼຳ ກຳລັງດຳເນີນການ ແຕ່ ລະບາດກ້າວເພື່ອໃຫ້ຈີນ ບໍ່ສາມາດເຂົ້າເຖິງເທັກໂນໂລ ຢີ ຂອງສະຫະລັດໄດໃນສະ ຖານະການສົງຄາມການຄ້າປີນຂັ້ນໄດນີ້.
ສອງແຫຼ່ງຂ່າວໃນວັນທີ 23 ພຶດສະພາໃຫ້ຮູ້ວ່າ: ປະທາ ນາທິບໍດີ ທຼຳຮຽກຮ້ອງໃຫ້ ກະຊວງການຄ້າເບິ່ງຄືນການຈັດຕັ້ງປະຕິບັດ ຢ່າງໜ້ອຍ 4 ການດຳເນີນງານທີ່ຖືກ ຕ້ອງຕາມກົດໝາຍການສົ່ງ ອອກເພື່ອແນໃສ່ສະກັດກັ້ນ ບໍ່ໃຫ້ ຈີນ ເຂົ້າເຖິງເທັກໂນໂລ ຢີຂອງສະຫະລັດ. ໜຶ່ງໃນ ທາງເລືອກນັ້ນ ແມ່ນໃຫ້ເບິ່ງ ຄືນບັນດາບໍລິສັດຂອງສະຫະ ລັດ ໄດ້ຮັບອະນຸຍາດໃຫ້ສົ່ງ ເທັກໂນໂລຢີໄປຈີນນັ້ນລຸດລົງ.
ບັນດາບໍລິສັດຂອງສະ ຫະລັດຈະບໍ່ເຫັນດີກັບຄຳ ຮຽກຮ້ອງດັ່ງກ່າວ, ການ ສົ່ງ ອອກຂອງພວກເຂົາແມ່ນ ແນໃສ່ເພື່ອຮັບໃຊ້ທາງພົນ ລະເຮືອນ ແລະ ກໍແມ່ນສິນ ຄ້າທີ່ໄດ້ຮັບອະນຸຍາດໃຫ້ສົ່ງ ອອກໄປ ຈີນ ເຊິ່ງເປັນປະເທດ ພັນທະມິດຂອງ ສະຫະລັດ ອາເມລິກາ.
ທາງເລືອກໜຶ່ງອີກ ແມ່ນ ການການເກືອດຫ້າມທຸກສິນຄ້າໃດໆຂອງສະຫະລັດ ທີ່ຮັບ ໃຊ້ການທະຫານ ແມ່ນບໍ່ໃຫ້ ສົ່ງອອກໄປຈີນຢ່າງເດັດ ຂາດ. ເສັ້ນທາງເລືອກສຸດ ທ້າຍໃຫ້ກະຊວງການຄ້າປັບປ່ຽນນະໂຍບາຍການສົ່ງ ອອກສິນຄ້າເພື່ອພົນລະເຮືອນກໍໃຫ້ລຸດລົງ.
ການດຳເນີນການດັ່ງ ກ່າວຈະເຮັດໃຫ້ຈີນເຂົ້າເຖິງ ເທັກໂນໂລຢີຂອງສະຫະລັດ ຍາກຂຶ້ນ. ໂຄສົກກະຊວງ ການຄ້າໃຫ້ຮູວ່າ: ການ ຈະປະ ຕິບັດມາດຕະການດັ່ງກ່າວ ແມ່ນວັນທີ 10 ມິຖຸນາທີ່ຈະ ມາເຖິງ, ແຕ່ການປະຕິບັດ ລະອຽດແນວໃດນັ້ນ ຍັງເປັນ ການພິຈາລະນາກັນຢູ່.
ການກະທຳດັ່ງກ່າວ ເປັນ ການຕອກຢໍ້າຊ່ວຍການທີ່ກະຊວງການຄ້າໄດ້ຈັດໃຫ້ຫົວ ເຫວີຍ ແລະ 70 ສາຂາຂອງ ມັນເຂົ້າຢູ່ໃນບັນຊີຫ້າມຊື້ຜະ ລິດຕະພັນ ແລະ ອຸປະກອນ ຈາກບໍລິສັດຂອງສະຫະລັດ ອາເມລິກາ ຖ້າຫາກບໍ່ໄດ້ຮັບ ອະນຸຍາດ. ຖ້າຫົວເຫວີຍຕ້ອງ ການຊື້ຕ້ອງໄດ້ຮັບໃບອະນຸ ຍາດຈາກວໍຊິງຕັນກ່ອນ.
ກະຊວງການຄ້າຍັງພິ ຈາລະນາການດຳເນີນການຕໍ່ ບໍລິສັດອື່ນໆຂອງຈີນຕື່ມອີກ, ຊຶ່ງລວມມີ: Hikvision, Dahua Technology ແລະ ບໍລິສັດຜະລິດ ວີດິໂອຕ່າງໆ.