ສົງຄາມການຄ້າໜຸນອາເມລິການຳເຂົ້າສິນຄ້າຫວຽດນາມ 40%
ອາເມລິການຳເຂົ້າສິນຄ້າຈາກຫວຽດນາມເພີ່ມ 40% ໄລຍະໄຕມາດທຳອິດ ຂອງປີນີ້, ຫລັງຈາກປະກາດສົງຄາມການຄ້າກັບຈີນ ແລະ ຈີນຕອບໂຕ້ດ້ວຍມາດຕະການພາສີໃນອັດຕາເທົ່າທຽມກັນ ອາດເຮັດໃຫ້ຫວຽດນາມກາຍເປັນຜູ້ສະຫນອງ ລາຍໃຫຍ່ຂອງອາເມລິກາ ແຊງຫນ້າສະຫະຣາຊະອານາຈັກ, ອີຕາລີ ແລະ ຝຣັ່ງ.
ເວັບໄຊຂ່າວ ບລູມເບິກ ລາຍງານວ່າ: ໃນໄລຍະໄຕມາດ ທຳອິດຂອງປີນີ້ອາເມລິກາໄດ້ສັ່ງນຳເຂົ້າສິນຄ້າ ຈາກຫວຽດນາມເພີ່ມ 40% ຫລັງປະກາດສົງຄາມການ ຄ້າກັບຈີນ ຕອບໂຕ້ດ້ວຍມາດຕະການພາສີໃນອັດຕາເທົ່າ ທຽມກັນ, ຖ້າອາເມລິກາຍັງ ສັ່ງສິນຄ້ານຳເຂົ້າຈາກຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງຫວຽດນາມຈະກ້າວຂຶ້ນເປັນຜູ້ສະຫນອງລາຍໃຫຍ່ຂອງ ອາເມລິກາ ແຊງຫນ້າສະຫະຣາຊະອານາຈັກ, ອິຕາລີ ແລະ ຝຣັ່ງ.
ທັງນີ້, ສຳນັກງານ ສຳມະໂນປະຊາກອນອາເມລິກາລະບຸວ່າ: ໃນໄຕມາດທຳ ອິດຂອງປີນີ້ ອາເມລິການຳເຂົ້າສິນຄ້າຈາກຫວຽດນາມ ເພີ່ມຂຶ້ນ 40,2% ເມື່ອທຽບ ໃສ່ປີກ່ອນຫນ້ານີ້, ສ່ວນຄຳສັ່ງຊື້ສິນຄ້າຈາກ ສ.ເກົາ ຫລີ ເພີ່ມຂຶ້ນ 18,4%, ແຕ່ໃນໄລຍະເວລາດຽວກັນ ອາເມລິກາສັ່ງນຳເຂົ້າສິນຄ້າຈາກຈີນຫລຸດລົງ 13,9% ທ່າມ ກາງສົງຄາມການຄ້າລະຫວ່າງອາເມລິກາ ແລະ ຈີນ ທີ່ຍັງຮ້ອນຢູ່.
ຖ້າການສົ່ງ ອອກສິນຄ້າເຂົ້າໄປອາເມລິກາຂອງ ຫວຽດນາມຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມີໂອກາດສູງ ທີ່ການາງອອກຂອງຫວຽດນາມໄປອາເມລິກາຈະຂະ ຫຍາຍຕົວຕໍ່ເນື່ອງ ຫວຽດ ນາມຈະແຊງຫນ້າອິຕາລີ, ຝຣັ່ງ, ສະຫະຣາຊະອານາຈັກ ຫລື ອິນເດຍ ກ້າວຂຶ້ນເປັນ ຜູ້ສົ່ງອອກລາຍໃຫຍ່ຂອງ ອາເມລິກາ.
ສ່ວນອິນເດຍອາດເລື່ອນຂຶ້ນໄປສອງອັນດັບໃນຖານະຜູ້ສົ່ງອອກສີນຄ້າລາຍ ໃຫຍ່ໄປອາເມລິກາ ເຊັ່ນ ດຽວກັບຝຣັ່ງທີ່ເລື່ອນຂຶ້ນ 1 ອັນດັບຖ້າຍັງຮັກສາອັດຕາການເຕີບໃຫຍ່ຂອງການສົ່ງ ອອກໄປອາເມລິກາໄວ້ໄດ້ໃນລະດັບທີ່ຫນ້າພໍໃຈຕະຫລອດໄລຍະທີ່ເຫລືອຂອງປີ ເຊິ່ງຈະສວນທາງກັບອຽກລັງ ທີ່ຫລຸດລົງມາ 4 ອັນດັບ ເພາະການສົ່ງອອກໄປອາເມລິກາຫລຸດລົງ, ເຊັ່ນດຽວກັບ ສະຫະຣາຊະອານາຈັກ ແລະ ອິຕາລີ ທີ່ຫລຸດລົງມາ ປະເທດລະ 2 ອັນດັບ.
ຫວຽດນາມເປັນປະເທດທີ່ໄດ້ຮັບຜົນປະໂຫຍດຈາກການເຮັດສົງຄາມການ ຄ້າລະຫວ່າງອາເມລິກາ ແລະ ຈີນ ໂດຍການສົ່ງອອກໃນເດືອນເມສາຂອງຫລາຍ ປະເທດໃນອາຊີຫລຸດລົງເພາະຜົນກະທົບຈາກສົງຄາມການຄ້າທັງການສົ່ງ ອອກ ຂອງຍີ່ປຸ່ນ, ສ.ເກົາຫລີ, ສິງກະໂປ ແລະ ໄຕ້ຫວັນ, ແຕ່ການສົ່ງອອກຂອງຫວຽດນາມພັດຂະຫຍາຍຕົວ 7,5%.

