ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ

- 223 - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ
- kitchen vibe - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ

​ສຸກອາພອນ ວົງຈຽງຄໍາ (ເມັສຊີ້ລາວ) ສ້າງຄວາມ ປະທັບໃຈໃຫ້ແຟນບານອີກຄັ້ງ ຫລັງລະເບີດຟອມເດັ່ນຊ່ວຍ ຕົ້ນສັງກັດ ໄຊນາດ ຮ້ອນບິວ ທີມໃນລີກສູງສຸດຂອງ ປະ ເທດໄທ (ໄທລີກ 1) ລົ້ມແຊ໋ມ ເກົ້າ ບຸຣີຣຳ ຢູໄນເຕັດ 2-1  ໃນແລງວັນທີ 29 ພຶດສະພາ ຜ່ານມາ, ທີ່ສະຫນາມເຂົ້າ ພອງ ຂອງຂຸນພົນນົກແດງ  ໄຊ ນາດ ຮ້ອນບິວ.

ນັດນີ້ ສຸກອາພອນ ໄດ້ລົງສະຫນາມເປັນຕົວຈິງ ຊີງຈັງ ຫວະປະທະຄູ່ແຂ່ງຢ່າງໂດດ ເດັ່ນລວມທັງຄວາມຂະຫຍັນ- ຫ້າວຫັນ ແລະ ການທຸ້ມເທ ເພື່ອທີມທັງເກມຮັບ ແລະ ເກມ ບຸກ ເຖິງວ່າຍິງປະຕູບໍ່ໄດ້ແຕ່ຊະນະໃຈເເຟນບານ ແລະ ເພື່ອນຮ່ວມທີມ ນຳມາ ສູ່ການຄວ້າລາງວັນນັກເຕະດີເດັ່ນ ໃນນັດນີ້, ກ່ອນຫນ້ານີ້ ສຸກອາ ພອນ ສະປະຫວັດສາດ ເປັນ ນັກເຕະຈາກລາວຄົນທໍາອິດ ໄດ້ລາງວັນປະຕູດີເດັ່ນ (ງົດງາມ) ປະຈໍາເດືອນ ເມສາ  ຂອງໄທລີກ  ປີນີ້ ຈາກ ການໂຫວດຂອງແຟນບານ.

- Visit Laos Visit SALANA BOUTIQUE HOTEL - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ

ການນໍາທີມພົບກັບ ບູຣີຣໍາ ໃນຄັ້ງນີ້ ໄຊນາດ ຮ້ອນບິວ ຂຶ້ນນໍາກ່ອນຈາກ ຈະຕຸຣະພັດ ສັດທໍານາທີ 18′ ບຸຣີຣຳ ຕີ ສະເຫມີ1-1 ໃນນາທີ 45+1′ ຈາກ ອັນເດັສ ຕຸ. ເນັຊ, ເຄິ່ງ ຫລັງໄຊນາດ ມາໄດ້ປະຕູໄຊ ໄລຍະຕໍ່ເວລາບາດເຈັບນາທີ 90+3” ຈາກຣິຄາໂດ້ ຊານ ໂຕສ. ໄຊນາດ ເກັບໄຊເປັນ ນັດທີ 3 ຈາກ 13 ເທົ່າກັບພີ ທີທີ ຣະຢອງ ຫນີຈາກພື້ນທີ່ ຕົກຊັ້ນມາຢູ່ອັນດັບທີ 13 ຫ່າງ ຈາກພື້ນທີ່ຕົກຊັ້ນ 1 ຄະແນນ, ຂະນະທີ່ ບູຣີຣໍາ ຢູໄນເຕັດ ແຊ້ມເກົ່າ ມີ 22 ຄະແນນ ຈາກ 11 ນັດ, ເທົ່າກັບບາງ ກອກຢູໄນເຕັດ, ສະມຸດປຣາ ການ ຊິຕີ້ ແລະ ຊຽງຣາຍ ຢູ ໄນເຕັດ ຕາມຫລັງ ການທ່າ ເຮືອທີມນ້ໍາ 6 ຄະແນນ, ແຕ່ ບຸຣີຣໍາແຂ່ງຫນ້ອຍກວ່າ   2 ນັດ.

ສໍາລັບ ສຸກອາພອນ ວົງ ຈຽງຄໍາ ມັກສ້າງຜົນງານ ໄດ້ ດີເມື່ອພົບກັບ ບູຣີຣໍາ ປີຜ່ານ ມາຢູ່ກັບສະໂມສອນ ສີສະເກດ ຍິງປະຕູສຸດງາມໃສ່ບຸຣີຣຳ ໃນຮອບ 4 ທີມສຸດທ້າຍ ເຕະ ບານເອໂອຄັບຂອງໄທ ປະຈໍາ ປີ 2018 ຊຶ່ງນັດນັ້ນ ບຸຣີຣໍາ ຊະນະ 2-1 ນອກຈາກນີ້ ເຄີຍ ນຳສັງກັດເກົ່າ ລ້ານຊ້າງ ຢູໄນ ເຕັດ ລາວ ຊະນະ ບູຣີຣຳ 1-0 ເຕະບານ ໂຕໂຢຕ້າ ແມ່ຂອງ ຄັບ 2016 ຮອບຊີງຊະນະ ເລີດນັດທີ1 ກ່ອນນັດທີ 2 ບຸຣີ ຣໍາຊະນະຄືນ 2-0.

ສຸກອາພອນ ພ້ອມກັບນັກ ເຕະ ຊາວລາວທີ່ຫລິ້ນ ໃນ ລີກປະເທດໄທ ຈະກັບມາຮັບ ໃຊ້ທີມຊາດລາວ ອຸ່ນເຄື່ອງ ປະທະກັບທີມຊາດສີລັງກາ ນັດທີ 2 ໃນວັນທີ 31 ພຶດສະພານີ້ ທີ່ສະຫນາມກິລາ ແຫ່ງ ຊາດຫລັກ 16 ນະ ຄອນຫລວງວຽງຈັນ ເວລາ 18:30. ເຊີນຊວນແຟນບານ ແລະ ປະຊາຊົນລາວ ຮ່ວມເຊຍຕິດຂອບສະຫນາມ  ເພື່ອໃຫ້ກໍາລັງໃຈນັກ ເຕະ ທຸກຄົນຄວ້າໄຊຊະນະໃນ ຄັ້ງນີ້./.

- 223 - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ
- 446 - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ

- 3 - ເມັສຊີ້ລາວ ​ໄດ້​ຮັບ​ລາງວັນ MAN OF THE MATCH ຫລັງ​ລົ້ມ​ແຊ້ມ​ເກົ່າ ບູຣິຣຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!