ເຢຍລະມັນໃຊ້ກົດໝາຍເຫຼັກຕໍ່ຂ່າວປອມໃນສື່ອອນລາຍ

- german flag11 - ເຢຍລະມັນໃຊ້ກົດໝາຍເຫຼັກຕໍ່ຂ່າວປອມໃນສື່ອອນລາຍ
- kitchen vibe - ເຢຍລະມັນໃຊ້ກົດໝາຍເຫຼັກຕໍ່ຂ່າວປອມໃນສື່ອອນລາຍ

ຮຽບຮຽງໂດຍ: ລູກເມືອງພວນ

ນັບແຕ່ວັນທີ່ 1 ມັງກອນ ເປັນຕົ້ນມາ, ເຢຍລະມັນໄດ້ນຳໃຊ້ກົດໝາຍເພື່ອ ຮຽກຮ້ອງໃຫ້ບັນດາສື່ສັງຄົມອອນລາຍທັງຫຼາຍ ລຶບເນື້ອໃນທີ່ເປັນປໍລະປັກ ແລະ ຂ່າວປອມໃນສື່ສັງຄົມຂອງຕົນອອກໄປໃຫ້ໝົດ

- Visit Laos Visit SALANA BOUTIQUE HOTEL - ເຢຍລະມັນໃຊ້ກົດໝາຍເຫຼັກຕໍ່ຂ່າວປອມໃນສື່ອອນລາຍ

ບັນດາສື່ສັງຄົມອອນລາຍໃນເຢຍລະມັນ ມີຜູ້ຊົມໃຊ້ຫຼາຍກ່ວາສອງລ້ານຄົນ ໄດ້ນອນຢູ່ພາຍໃຕ້ການຄວບຄຸມຂອງກົດໝາຍວ່າດ້ວຍຕ້ານຂ່າວປອມ.

ກົດໝາຍສະບັບດັ່ງກ່າວ ໄດ້ຜ່ານການຮັບຮອງຈາກສະພາໃນເດືອນ 6 ປີ 2017 ແລະ ມີຜົນບັງຄັບໃຊ້ໄດ້ແຕ່ ເດືອນ 10/2017 ເປັນຕົ້ນມາ. ເຈົ້າໜ້າທີ່ຂອງເຢຍລະມັນໄດ້ໃຫ້ກຳນົດເວລາສື່ສັງຄົມອອນລາຍມີເວລາກະກຽມຮອດທ້າຍປີ 2017 ກ່ອນຈະນຳໃຊ້ກົດໝາຍຢ່າງເປັນທາງການ.

ກົດໝາຍສະບັບນີ້ລະບຸໄວ້ວ່າ: ບັນດາບໍລິສັດຄຸ້ມຄອງສື່ສັງຄົມອອນລາຍ ອາດຈະຖືກປັບໄໝເປັນເງິນເຖິງ 60 ລ້ານໂດລາສະຫະລັດ ພາຍໃນ 24 ຊົ່ວໂມງ, ຖ້າຫາກບໍ່ລຶບຂໍ້ມູນຂ່າວສານທີ່ເຫັນວ່າ “ ຜິດກົດໝາຍຢ່າງຈະແຈ້ງ ” ນັ້ນຖິ້ມ, ນັບແຕ່ມື້ປະກາດນຳໃຊ້ເປັນຕົ້ນມາ. ກໍລະນີທີ່ມີຄວາມສັບສົນ ຈະຕໍ່ໄດ້ອີກ 7 ວັນ.

Facebook, Twitter, YouTube ແມ່ນ 3 ສື່ສັງຄົມຕົ້ນຕໍ ນອນຢູ່ພາຍໃຕ້ການຄວບຄຸມຂອງກົດໝາຍສະບັບໃໝ່ ອາດຈະຖືກປະຕິບັດຄືກັນກັບ Reddit,  Tumblr ຫຼື VK. Vimeo ແລະ Flickr

ກະຊວງຍຸດຕິທຳເຢຍລະມັນ ໃຫ້ຄຳໝັ້ນສັນຍາວ່າຈະປະກອບ ຮ່າງ(ແບບຟອມ) ລ່ວງລະເມີດ ເວບໄຊ ຂອງກະຊວງໃຫ້ປະຊາຊົນຮັບຊາບ. ກົດໝາຍສະບັບດັ່ງກ່າວ ຍັງຮຽກຮ້ອງໃຫ້ ສື່ສັງຄົມອື່ນໆ ເປັນຕົວຊ່ວຍໃຫ້ຜູ້ຊົມໃຊ້ສາມາດລາຍງານຕໍ່ຜູ້ຄຸ້ມຄອງໄດ້ໃນກໍລະນີຫາກມີການລ່ວງລະເມີດກົດໝາຍ.

Facebook ຖືວ່າເປັນສື່ໃຫ່ຍ, ອາດຈະມີພະນັກງານນັບຮ້ອຍຄົນເພື່ອຄອຍແກ້ໄຂບັນຫາບົດລາຍງານການລ່ວງລະເມີດກົດໝາຍ ແລະ ຕິດຕາມຂໍ້ມູນຂ່າວສານຂອງຜູ້ຊົມໃຊ້ ໂພສ ລົງໃນສື່ສັງຄົມອອນລາຍ.

ກົດໝາຍສະບັບໃໝ່ຂອງ ເຢຍລະມັນເກີດຂຶ້ນແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກວດກາຄຸ້ມຄອງ ຂ່າວປອມ, ການເປັນປໍລະປັກເຊື້ອຊາດ ທີ່ເກີດຂຶ້ນໃນສື່ສັງຄົມທຸກວັນນີ້.

ເຢຍລະມັນ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມພະຍາຍາມ ກວດກາ ຄຸ້ມຄອງຂ່າວປອມໃນສື່ສັງຄົມອອນລາຍ. ຢູ່ອັງກິດ, ບັນດານັກການເມືອງ ໄດ້ຕຳນິຕິຕຽນຢ່າງໜັກຕໍ່ການຄຸ້ມຄອງຂ່າວປອມ. ຄະນະກຳມະການເອີຣົບ ໄດ້ອອກຮຽກຮ້ອງໃຫ້ບັນດາບໍລິສັດຫຼັກ ຈົ່ງໄດ້ມີການຄຸ້ມຄອງ ຢ່າງເຄັ່ງຄັດ ແລະ ຕ້ອງລຶບບັນດາເນື້ອໃນຂ່າວສານທີ່ເປັນຄູ່ອາຄາດບາດໝາງກັນ.

- 4 - ເຢຍລະມັນໃຊ້ກົດໝາຍເຫຼັກຕໍ່ຂ່າວປອມໃນສື່ອອນລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!