ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ

- 012905 2019 - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ
- kitchen vibe - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ

     ຄວາມຮັກໃນບ່ອນເຮັດວຽກສາມາດເກີດຂຶ້ນໄດ້ ແຕ່ກໍບໍ່ແມ່ນທຸກຄົນທີ່ຈະມີຄວາມສຸກກັບສະຖານະການນີ້ ບາງເທື່ອເຮົາອາດຕ້ອງພົບກັບ ຄົນເຈົ້າຊູ້ທີ່ເຝົ້າຕາມກວນໃຈເຮັດໃຫ້ ເຮົາຮູ້ສຶກອຶດອັດ ລຳບາກໃຈ ໄປຈົນ ເຖິງຮູ້ສຶກຢ້ານຈົນເຮັດໃຫ້ບໍ່ມີຄວາມ ສຸກກັບການເຮັດວຽກ ຍິ່ງຖ້າເລື່ອງຮ້າຍແຮງໄປຈົນກາຍເປັນຂ່າວຊ່າລືຜິດໆໃນຫ້ອງການ ຫລື ເກີດການເຂົ້າໃຈຜິດໃນເລື່ອງຊູ້ສາວ ຍິ່ງເຮັດໃຫ້ຊີວິດການເຮັດວຽກຂອງເຮົາວຸ້ນວາຍຂຶ້ນຕື່ມ. ສະນັ້ນມາເບິ່ງວິທີການຮັບມືກັບຄົນເຈົ້າຊູ້ໃນບ່ອນເຮັດວຽກ ເພື່ອທີ່ຈະຫາທາງຫລີກເວັ້ນ ແລະ ປ້ອງກັນໂຕໄດ້.

     1. ນິ້ງເສີຍ ບໍ່ສົນໃຈ : ຖ້າບຸກຄົນນີ້ຍັງມີພຶດຕິກຳທີ່ບໍ່ຮ້າຍແຮງຫລາຍ (ສຳລັບເຮົາ) ມີຢອກລໍ້ແດ່, ກວນແດ່, ແຕ່ຍັງບໍ່ເຖິງຂັ້ນຮຸກຮານ ຫລື ເຮັດໃຫ້ເຮົາຮູ້ສຶກລຳຄານໃຈ ລອງນິ້ງເສີຍ, ມິດງຽບ, ບໍ່ສົນໃຈ, ບໍ່ຕອບຮັບ, ບໍ່ຫລິ້ນນຳ, ສະແດງໃຫ້ເຂົາເຫັນຢ່າງຈະແຈ້ງວ່າເຮົາບໍ່ພໍໃຈກັບການກະທຳນີ້ ແລ້ວສັງເກດເບິ່ງທ່າທີຂອງເຂົາ ຖ້າເຂົາຖອດໃຈ ເຊົາເຮັດພຶດຕິກຳແບບນີ້ກໍຈະດີຫລາຍ.

- Visit Laos Visit SALANA BOUTIQUE HOTEL - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ

     2. ຫລີກເວັ້ນການພົບປະ ຕິດຕໍ່ແບບສອງຕໍ່ສອງ : ຢ່າເປີດໂອກາດໃຫ້ເຂົາໂດຍການຫລີກເວັ້ນການພົບກັນສອງຕໍ່ສອງຕາມລຳພັງ ການເຂົ້າໄປຢູ່ໃນສະຖານະການທີ່ສຸ່ມສ່ຽງທີ່ຈະເກີດອັນຕະລາຍ ໝັ່ນລະມັດລະວັງໂຕຢູ່ສະເໝີ ນອກຈາກຈະເປັນການປ້ອງກັນໂຕເອງແລ້ວ ຍັງສາມາດປ້ອງກັນ ແລະ ຫລຸດອັດຕາສ່ຽງທີ່ຈະເກີດຂ່າວຊ່າລືບໍ່ດີຂຶ້ນໄດ້.

     3. ໂຕຕິດກັບໝູ່ : ຫາກຈຳເປັນຕ້ອງຢູ່ກັບບຸກຄົນນັ້ນໃນສະຖານະການທີ່ບໍ່ໜ້າໄວ້ວາງໃຈ ຊວນໝູ່ທີ່ໄວ້ໃຈໄດ້ໄປນຳກັນ ເພື່ອຄວາມອຸ່ນໃຈ ການໄປກັນຫລາຍໆຄົນ ຊ່ວຍກັນຄິດ ຊ່ວຍກັນເຮັດວຽກ ຈະໄດ້ເຮັດວຽກແລ້ວໄວໆ.

     4. ປະຕິເສດໂດຍກົງ : ຫາກພະຍາຍາມຫລີກເວັ້ນຢ່າງສຸດພະລັງແລ້ວ ເຂົາຜູ້ນັ້ນກໍຍັງບໍ່ຍອມເຊົາຕິດຕາມເຮົາ ຈົນເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈ ເຮົາສາມາດປະຕິເສດອອກໄປໂດຍກົງ ໃຫ້ເຂົາຮູ້ຄວາມຮູ້ສຶກ ແລະ ຄວາມຄິດເຫັນຂອງເຮົາ ເພື່ອທີ່ເຂົາຈະໄດ້ເຊົາເຮັດພຶດຕິກຳແບບນັ້ນອີກ.

     5. ແຈ້ງຫົວໜ້າ : ຫາກສະຖານະການເລີ່ມບານປາຍ ເຂົາມີທ່າທີຮຸກຮານ ສ້າງຄວາມລຳບາກໃຈວຸ້ນວາຍກັບຊີວິດຂອງເຮົາຫລາຍເກີນໄປຈົນກະທົບກັບການເຮັດວຽກ, ເສຍບັນຍາກາດໃນການເຮັດວຽກ ເຮົາສາມາດແຈ້ງໄປຍັງຫົວໜ້າ ຫລື ຜູ້ບັງຄັບບັນຊາຂອງເຮົາ ເພື່ອໃຫ້ຊ່ວຍຈັດການເລື່ອງນີ້ໄດ້ ຢ່າລືມເກັບຫລັກຖານຕ່າງໆໄວ້ນຳ ເພາະອາດຕ້ອງໃຊ້ໃນກໍລະນີສຸກເສີນ.

     ລະມັດລະວັງໂຕ, ໝັ່ນສັງເກດຄົນອ້ອມຂ້າງ ແລະ ສະຖານະການອ້ອມຂ້າງ ເພື່ອຄວາມປອດໄພຂອງເຮົາ. ສ່ວນໃຜທີ່ກຳລັງມີພຶດຕິກຳແບບນີ້ຢູ່ບ່ອນເຮັດວຽກ ຂໍໃຫ້ເຊົາເຮັດເພື່ອບັນຍາກາດທີ່ດີໃນການເຮັດວຽກດີກ່ວາ.

- 3 - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ
- 5 - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ
- 4 - ວິທີຮັບມືກັບຄົນເຈົ້າຊູ້ຢູ່ບ່ອນເຮັດວຽກ