U20 ເອກົວດໍ ສ້າງປະຫວັດສາດເຂົ້າຮອບ 8 ທີມສຸດທ້າຍ U20 ຊິງແຊ້ມໂລກ 2019
ການແຂ່ງຂັນເຕະບານ ຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມໂລກ ຄັ້ງທີ 22 ທີ່ປະ ເທດ ໂປໂລຍ ໃນວັນທີ 23 ພຶດສະພາ ຫາ ວັນທີ 15 ມິຖຸນາ 2019 ຮອບ 16 ທີມ ສຸດທ້າຍ ໃນຄືນວັນຈັນທີ 3 ມິຖຸນາ ຜ່ານມາ, ເອກົວດໍ ແຊ້ມອາເມຣິກາ ໃຕ້ 2019 ສ້າງປະຫວັດສາໜ້າ ໃໝ່ໃຫ້ ຕົນເອງດ້ວຍການເຂົ້າ ຮອບ 8 ທີມສຸດທ້າຍຄັ້ງທຳອິດຫລັງຊະນະ ອູຣູໄກວ ເພື່ອນ ຮ່ວມທະວີບ ອະດີດ ຮອງແຊ້ມ ໂລກ U20 ປີ ສອງສະໄໝ 3-1 ໃນນີ້ ອາເລັກຊານເດີ ອາວອາຣາໂດ້ (Alexander Alvarado) ກອງໜ້າຈາກ ເລັສເຕີ ຊີຕີ້ ຍິງໜຶ່ງປະຕູຊ່ວຍ ເອກົວດໍ ເຂົ້າຮອບ 8 ທີມສຸດທ້າຍລໍຖ້າພົບຜູ້ຊະນະ ລະຫວ່າງຝຣັ່ງ ຫລື ສະຫະລັດ ອາເມຣິກາ ຈະແຂ່ງຂັນ ໃນ ຄືນວັນອັງຄານທີ 4 ມິຖຸນານີ້.
ຂະນະທີ່ອຸແກຣນ ກໍ່ສ້າງ ປະຫວັດສາດເຂົ້າສູ່ຮອບ 8 ທີມສຸດທ້າຍເປັນຄັ້ງທຳອິດ ຫລັງ ຊະນະ ປານາມາ 4-1 ຮອບ 8 ທີມໄປພົບກັບ ໂຄໂລມບີ້ ທີ່ຊະນະ ດ້ວຍ ຈຸດໂທດ ນຸແວນເຊລັງ 5-4 ເວລາປົກກະຕິກັບການຕໍ່ ເວລາພິເສດສະເໝີກັນ 1-1.
ທາງດ້ານ ເຊເນການ ເອົາຊະນະ ນິເຊຣີ ເພື່ອນ ຮ່ວມທະ ວີບອາຟຣິກກາ 2-1 ຮອບ 8 ທີມສຸດທ້າຍ ໄປລໍຖ້າພົບກັບ ຜູ້ຊະນະລະ ຫວ່າງ ຍີ່ປຸ່ນ ຫລື ສາທາ ລະນະລັດເກົາຫລີ ທີ່ແຂ່ງ ຂັນໃນ ຄືນວັນອັງຄານທີ 4 ມິຖຸນານີ້.
ສຳລັບ 3 ຄູ່ຈະແຂ່ງຂັນ ໃນ ຄືນວັນທີ 4 ມິຖຸນານີ້: ຍີ່ປຸ່ນພົບສາທາລະນະລັດ ເກົາຫລີ, ຝຣັ່ງພົບສະຫະລັດອາເມຣິກາ ແຂ່ງພ້ອມກັນເວລາ 22:30 ສ່ວນ ອາກຊັງຕີນພົບມາລີ ເວລາ 01:30.