ກອງຂີ້ເຫຍື້ອຢູ່ອິນເດຍສູງກວ່າ 65 ແມັດກວ້າງເທົ່າກັບ 40 ເທື່ອເດີ່ນເຕະບານ


ອາດຈະເອີ້ນວ່າ ພູຂີ້ເຫຍື້ອ New Delhi ແລະ ປີໜ້ານີ້ຍັງຈະສູງກວ່າ ຫໍ Taj Mahal ເຊີ່ງຈະກາຍເປັນ “ສັນຍາລັກ” ນະຄອນຫລວງ ມົນລະພິດຂອງໂລກພູຂີ້ເຫຍື້ອດັ່ງກ່າວ, ຕັ້ງຢູ່ຊານຂອງພາກ ຕາເວັນອອກຂອງ New Delhi, ມີເນື້ອທີ່ກ້ວາງເທົ່າກັບ 40 ເທື່ອເດີ່ນເຕະບານ, ສູງ 65ມ ແລະ ຈະສູງເພີ່ມຂຶ້ນໃນ ແຕ່ລະປີ 10 ແມັດ.
ຖ້າລະດັບການເພີ່ມຂຶ້ນ ຂອງຂີ້ເຫຍື້ອຄືທຸກວັນນີ້, ພູຂີ້ ເຫຍື້ອດັ່ງກ່າວຈະສູງກວ່າຫໍ Taj Mahal ທີ່ມີຊື່ສຽງ ຄວາມສູງ 73ມ ໃນປີ 2020. ປີກາຍນີ້ສານສູງຂອງອິນ ເດຍໄດ້ປະກາດວ່າ ຈະຕິດຕັ້ງເສົາໄຟສັນຍານເຕືອນໃສ່ພູ ຂີ້ເຫຍື້ອດັ່ງກ່າວ ເພື່ອບໍ່ໃຫ້ ເຮືອບິນບິນຜ່ານໄປມາເຂດນີ້.
ສະໝາມຂີ້ເຫຍື້ອ Ghazipur ເລີ່ມເປີດ ນຳໃຊ້ ໃນປີ 1984, ຕາມທຳມະດາ ແລ້ວ, ສະໝາມຂີ້ເຫຍື້ອແຫ່ງ ດັ່ງກ່າວຈະປິດການນຳໃຊ້ໃນປີ 2002. ແຕ່ໃນຄວາມເປັນ ຈິງແລ້ວ, ຂີ້ເຫຍື້ອຍັງຫລັ່ງໄຫລເຂົ້າມາລຽນຕິດ, ແຕ່ລະວັນມີລົດບັນທຸກຂີ້ເຫຍື້ອມາຖີ້ມຫລາຍຮ້ອຍຄັນ.
ເຈົ້າໜ້າທີ່ Delhi ຜູ້ໜຶ່ງໃຫ້ຮູ້ວ່າ: “ ແຕ່ລະວັນມີຂີ້ເຫຍື້ອປະມານ 2.000 ໂຕນ ເອົາມາຖິ້ມໄວ້ທີ່ນີ້ ”
ປີ 2017 , ສ່ວນໜຶ່ງ ຂອງພູຂີ້ເຫຍື້ອແຫ່ງນີ້ ຖືກເສາະເຈື່ອນລົງຍ້ອນມີຝົນຕົກໜັກ, ເຮັດໃຫ້ມີຜູ້ເສຍຊີວິດສອງຄົນ. ຫຼັງຈາກນັ້ນ, ອຳນາດການປົກຄອງໄດ້ ສັ່ງຫ້າມບໍ່ໃຫ້ເອົາຂີ້ເຫຍື້ອມາຖອກໄວ້ທີ່ນີ້ອີກ. ແຕ່ກໍໄດ້ ພຽງແຕ່ 2-3 ວັນ ກໍເອົາມາຖອກອີກຍ້ອນບໍ່ມີບ່ອນຖອກ.
Chitra Mukherjee, ຫົວໜ້າອົງກອນເຄື່ອນໄຫວ ເພື່ອສະພາບແວດລ້ອມເວົ້າວ່າ: “ ທຸກສິ່ງທຸຢ່າງຕ້ອງ ຢຸດຕິເພາະການຖອກຂີ້ເຫຍື້ອ ຢ່າງລຽນຕິດແບບນີ້, ຈະສ້າງມົນລະພິດຢ່າງຮ້າຍ ແຮງໃຫ້ແກ່ບໍ່ນໍ້າຢູ່ໃຕ້ດິນ ແລະ ອາກາດ ”
ຮຽບຮຽງໂດຍ:ລູກເມືອງພວນ

