ຖ່ານຂາວ ຄຳມ່ວນ ເປັນທີ່ຕ້ອງການຂອງຕະຫລາດຍີ່ປຸ່ນ


ເມື່ອບໍ່ດົນມານີ້, ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນ, ໄດ້ລົງຕິດຕາມຂະບວນການຜະລິດຖ່ານຂາວຢູ່ໂຮງງານຜະ ລິດຖ່ານຂາວງໍໄຊຍະວົງ ສ່ວນບຸກຄົນຢູ່ບ້ານໂພນເຮຍນ້ອຍ ເມືອງທ່າແຂກ ແຂວງ ຄໍາມ່ວນ ແລະ ໄດ້ຮັບຟັງລາຍ ການຈາກເຈົ້າຂອງໂຮງງານວ່າ: ສ້າງຕັ້ງຂຶ້ນໃນປີ 2007 ໂດຍໄດ້ຮ່ວມທຶນກັບຄົນຕ່າງປະເທດ, ຈົນຮອດປັດຈຸບັນ ມີທັງໝົດ 73 ເຕົາເຜົາ ແລະ ຈົດທະບຽນ 800 ລ້ານກີບ.


ວັດຖຸດິບໄມ້ຕິ້ວ ທີ່ສະໜອງໃຫ້ໂຮງງານແມ່ນໄດ້ ຮັບໂຄຕາຈາກຂະແໜງການກ່ຽວຂ້ອງຂອງແຂວງທີ່ຂຸດ ຄົ້ນ ຢູ່ເຂດເມືອງເຊບັ້ງໄຟ ນອກນີ້ກໍຈະຊື້ຈາກປະຊາຊົນຈຳນວນໜຶ່ງ, ເຊິ່ງໃນຮອບໜຶ່ງສາມາດຜະລິດຖ່ານຂາວໄດ້ 52 ໂຕນ ໂດຍປີໜຶ່ງ ຜະລິດຢູ່ 8-9 ເດືອນນອກນັ້ນ ແມ່ນເປັນລະດູຝົນເຊິ່ງ ເຮົາບໍ່ສາມາດຈະເອົາໄມ້ເຂົ້າໂຮງງານໄດ້.


ສໍາລັບຕະຫຼາດຈໍາໜ່າຍ ຫຼັກໆແມ່ນສົ່ງໄປປະເທດຢີ່ ປຸ່ນປະມານ 26 ໂຕນຕໍ່ຄັ້ງ ຄືໃນລາຄາ 800 ໂດລາສະຫະລັດຕໍ່ໂຕນ ແລະ ໃນອະນາ ຄົດທາງໂຮງງານແມ່ນຍັງ ຈະຮັກສາຄຸນນະພາບ ແລະ ປະລິມານເດີມໄວ້ຢູ່ເນື່ອງ ຈາກວ່າ ລູກຄ້າຫຼັກໆຍັງ ແມ່ນປະເທດຢີ່ປຸ່ນທີ່ເຊື່ອໝັ້ນຕໍ່ຄຸນນະພາບຖ່ານຂາວ ຂອງພວກເຮົາເນື່ອງຈາກ ວ່າເວລາດັງແມ່ນບໍ່ມີຄວັນ, ບໍ່ມີກິ່ນ,ປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດ ລ້ອມນຳດ້ວຍ./.

