ນັກເຕະ ລີເວີພູລ ຮັບຂອງຂວັນມືຖືເຮັດດ້ວຍຄຳ ຫລັງຄວ້າຈາກແຊ້ມ ຢູຟາ ແຊມປ້ຽນລີກ
ບັນດານັກເຕະທີມ ລີເວີ ພູລ 28 ຄົນ ແລະຄູຝຶກ ເຈເກັ້ນ ຄອບ ໄດ້ຮັບຂອງຂວັນ ພິເສດ ເປັນ ໂທລະສັບມືຖືຍີຫໍ້ ໄອ ໂຟນ ເອັກ ທີ່ຜະລິດໃນມູນຄ່າ 3.500 ປອນ (ສະກຸນເງິນ ອັງກິດ) ຫຼັງຈາກທີ່ທີມປະ ສົບຜົນສຳເລັດໄດ້ແຊ້ມ ຢູ ຟາ ແຊມປ້ຽນລີກ ລະດູການ ທີ່ຜ່ານມາ, ລີເວີພູ ໄດ້ສ້າງ ຜົນງານໂດດເດັ່ນໂດຍການ ເອົາຊະນະທີມ ທ໊ອຕແນ່ມ ຮ໊ອສເປີ 2-0 ປະຕູ ໃນຮອບ ຊິງຊະນະເລີດທີ່ ນະຄອນ ມາດຣິດ ປະເທດສະເປນເມື່ອວັນທີ 1 ມິຖຸນາ 2019 ຜ່ານມາ.
ໂທລະສັບ ໄອໂຟນ ເອັກ ທີ່ນັກເຕະລີເວີພູລໄດ້ຮັບນີ້ ແມ່ນອອກແບບໂດຍ ໄອດີ ຊາຍໂກລ ເຊີ່ງມີການອອກ ແບບສະເພາະສຳລັບນັກ ເຕະແຕ່ລະຄົນຢູ່ທາງດ້ານຫຼັງ ແລະ ມີເຄື່ອງ ໝາຍສັນ ຍາລັກ ຢູຟາແຊມປ້ຽນລີກ ເພື່ອໃຫ້ ລີເວີພູລ ໄດ້ລະລຶກ ເຖິງຄວາມຍິ່ງໃຫຍ່ຂອງ ພວກເຂົາ.