ປກສ ກຸ່ມໜອງໜ້ຽວ ສຶກສາອົບຮົມເປົ້າໝາຍມົ້ວສຸມຢາເສບຕິດ
ເມື່ອທ້າຍອາທິດຜ່ານມານີ້, ປກສ ກຸ່ມໜອງໜ້ຽວ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ນຳເອົາກຸ່ມມົ້ວສຸມຢາເສບຕິດກວ່າ 10 ຄົນ, ມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງທ່ານ ພັນຕີ ທອງເວດ ຫອມພວງພັນ ຮອງຫົວໜ້າ ປກສ ກຸ່ມໜອງໜ້ຽວ, ມີທ່ານ ຄຳເຜີຍ ຄົມນາວັນ ຮອງນາຍບ້ານນາເລົ່າ ຜູ້ຮັບຜິດຊອບວຽກງານ ປກຊ-ປກສ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງຫົວໜ້າ ປກສ ກຸ່ມໜອງໜ້ຽວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍທີ່ຖືກເຊີນມາສຶກສາອົບຮົມເທື່ອນີ້ມີທັງໝົດ 15 ຄົນ, ເຊິ່ງພວກເຂົາໄດ້ຮ່ວມກັນມົ້ວສຸມ-ເສບຢາເສບຕິດປະເພດຢາບ້າ ຢູ່ຕາມຮ້ານເກມ ຫລື ຮ້ານ ອິນເຕີເນັດຕ່າງໆໃນຕົວເມືອງ, ໃນນັ້ນ, ລວມທັງກຸ່ມທີ່ເຄື່ອນໄຫວພຶດຕິກຳບໍ່ດີສ້າງປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ການສຶກສາອົບຮົມນີ້ ເພື່ອ ໃຫ້ເຂົາເຈົ້າເຂົ້າໃຈຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດ, ທີ່ເປັນສານກະຕຸ້ນ ລະງັບລະບົບປະສາດ ເມື່ອເສບເຂົ້າໄປແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ ພ້ອມທັງມີຄວາມຕ້ອງການເສບເພີ່ມຂຶ້ນເລື້ອຍໆ.