ສີຈີ້ນຜິງ ຈະໄປຢຽມ ສປປ ເກົາຫລີ ໃນອາທິດນີ້
ການຢ້ຽມຢາມຢ່າງເປັນທາງການຈະເກີດຂຶ້ນໃນລະ ຫວ່າງເດີນທາງໄປຮ່ວມ ກອງປະຊຸມສຸດຍອດ G20 ຈັດຂຶ້ນຢູ່ທີ່ຍີ່ປຸ່ນ, ເພື່ອເພີ່ມ ທະວີການພົວພັນລະຫ່ວາງ ປັກກິງ ກັບ ພຽງຢາງ.
ປະທານປະເທດຈີນ ສີຈິ້ນຜິງ ຈະໄປຢ້ຽມຢາມ ພຽງຢາງຢ່າງເປັນທາງການເປັນເວລາ 2 ວັນ ຕາມ ຄຳເຊື່ອເຊີນຂອງຜູ້ນຳ ກີມ ຈອງອຸນ, ຊຶ່ງຈະເລີ່ມແຕ່ ວັນທີ 20 ມິຖຸນານີ້. ນີ້ເປັນເທື່ອທຳອິດທີ່ການນຳຂອງຈີນ ໄປຢາມ ສປປ ເກົາຫຼີ ໃນ ລະຫວ່າງ 10 ປີທີ່ຜ່ານມາ.
ການໄປຢ້ຽມຢາມຈະເກີດຂຶ້ນກ່ອນການເຂົ້້າຮ່ວມ ກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນ ໜຶ່ງອາທິດ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ປະທານປະເທດຂອງ ຈີນ ມີແຜນຈະພົບປະກັບປະທານາທິບໍດີ ດໍໂນທຼຳ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາ, ໃນນັ້ນມີບັນຫາການຄ້າລະຫ່ວາງປະເທດ ອີກດ້ວຍ.
ການພົວພັນລະຫ່ວາງ ຈີນ ແລະ ສປປ ເກົາຫຼີ ຫລຸດ ໜ້ອຍຖອຍລົງໃນຊຸມປີຜ່ານມານີ້, ຍ້ອນການທົດລອງອາວຸດນິວເຄຼຍຂອງ ພຽງຢາງ, ແຕ່ກໍກັບຄືນມາ ອົບອຸ່ນອີກຄັ້ງ ໃນເມື່ອພຽງ ຢາງໄດ້ເລີ່ມມີສາຍພົວພັນທີ່ ດີກັບ ເຊອຸນ ແລະ ລໍຊິງຕັນ. ກີມຈອງອຸນໄປຢ້ຽມຢາມ ຈີນຢູ່ຕະຫຼອດເວລາ ກ່ອນຈະມີການພົບປະກັບຜູ້ນຳ ສະຫະລັດ ແລະ ສປປ ເກົາຫຼີ.
ຈີນເປັນຄູ່ຮ່ວມມືດ້ານ ການຕ່າງປະເທດ ແລະ ການຄ້າທີ່ສຳຄັນຂອງ ສປປ ເກົາ ຫຼີເຖິງແມ່ນວ່າ ປັກກິງຈະບໍ່ພໍໃຈ ຕໍ່ການທົດລອງລູກ ສອນໄຟນຳຫົວວິຖີ ແລະ ທົດລອງນິວເຄຼຍຂອງພຽງ ຢາງກໍຕາມ, ແຕ່ຈີນກໍຍັງມີ ບົດບາດສຳຄັນໃນການພົບ ປະສຸດຍອດລະຫ່ວາງ ສະຫະລັດອາເມລິກາ- ສປປ ເກົາຫຼີ ແລະ ຈີນຍັງໄດ້ໃຫ້ ສປປ ເກົາຫຼີຢືມເຮືອບິນບິນໄປສິງ ກະໂປຕື່ມອີກດ້ວຍ.
ຮຽບຮຽງໂດຍ: ລູກເມືອງພວນ