4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ວຽກມີສັກກະຍະພາບຫລາຍຂຶ້ນ

- 040606 2019 - 4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ວຽກມີສັກກະຍະພາບຫລາຍຂຶ້ນ
- kitchen vibe - 4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ວຽກມີສັກກະຍະພາບຫລາຍຂຶ້ນ

    ຫລາຍຄົນແນະນຳໃຫ້ເອົາໃຈຫົວໜ້າຈະໄດ້ມີໜ້າທີ່ວຽກງານທີ່ດີຂຶ້ນ ເຊິ່ງວິທີນີ້ເປັນວິທີລ້າສະໄໝຫລາຍ ເພາະປະຈຸບັນມີຫົວໜ້າຫລາກຫລາຍຮູບແບບ ອາດຈະບໍ່ໄດ້ເປັນຫົວໜ້າທີ່ມັກການຍ້ອງຍໍປະຈົບປະແຈງໄປໝົດທຸກຄົນ ດັ່ງນັ້ນ ຈຶ່ງຂໍນຳສະເໜີ 4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ເຮັດວຽກມີສັກກະຍະພາບຫລາຍຂຶ້ນ :

     1. ການເຮັດວຽກຕາມແນວທາງ ແລະ ຄວາມມັກຂອງຫົວໜ້າ ບໍ່ແມ່ນຫົນທາງສູ່ຄວາມສຳເລັດໃນການເຮັດວຽກ : ແມ່ນຢູ່ທີ່ເຮົາຕ້ອງເຮັດວຽກຕາມຄຳສັ່ງຂອງຫົວໜ້າ, ແຕ່ຖ້າຫົວໜ້າບໍ່ມີຄວາມແນ່ນອນໃນໂຄງການເຫລົ່ານັ້ນ ຫລື ວຽກທີ່ສັ່ງລົງມາ, ບໍ່ມີໄລຍະເວລາທີ່ຈະແຈ້ງ, ບໍ່ມີເປົ້າໝາຍທີ່ຈະແຈ້ງ ເທົ່າກັບວ່າທ່ານຕ້ອງເຮັດວຽກແບບລູ່ລົມໄປເລື້ອຍໆ ເຊິ່ງການປັບໂຕໃຫ້ເຮັດວຽກຕາມຄວາມມັກຂອງຫົວໜ້າເປັນຜົນດີທີ່ຈະເຮັດໃຫ້ທ່ານຢູ່ໃນອົງກອນໄດ້ກໍແມ່ນ ແຕ່ການເຮັດວຽກທີ່ບໍ່ຫົດຢືດຕາມໃຈຜູ້ບັງຄັບບັງຊາກໍເປັນສິ່ງຈຳເປັນ ເຮົາມີເຫດຜົນພຽງພໍທີ່ຈະຖາມເຖິງວຽກທີ່ບໍ່ຈະແຈ້ງ ບໍ່ດັ່ງນັ້ນວຽກຈະດຳເນີນໄປໂດຍບໍ່ມີຈຸດໝາຍ.

- Visit Laos Visit SALANA BOUTIQUE HOTEL - 4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ວຽກມີສັກກະຍະພາບຫລາຍຂຶ້ນ

     2. ການຜູກມິດກັບຫົວໜ້າ ບໍ່ແມ່ນການເມືອງທີ່ສະຫລາດເລີຍ : ມິດຕະພາບໃນຫ້ອງການເປັນເລື່ອງຂອງມາຍາ ໃຜໆກໍຮູ້ກັນດີ, ແຕ່ວ່າມິດຕະພາບທີ່ດີຈະຫາບໍ່ໄດ້ເລີຍຈາກຫ້ອງການ ດ້ວຍຄວາມເປັນມາຍານີ້ ຈຶ່ງຄວນເອົາໃຈໃສ່ກັບການສ້າງຜົນງານຫລາຍກ່ວາບຸກຄົນ. ການຜູກມິດກັບຫົວໜ້າໃນຖານະກັນລະຍານິມິດ ຫລື ເປັນໝູ່ທີ່ສາມາດຮັບຟັງ ຫລື ໃຫ້ຄຳປຶກສາເລື່ອງສ່ວນໂຕ ນັ້ນເປັນໄປໄດ້ຍາກ ເຖິງຈະເປັນໄປໄດ້ແຕ່ຍ້ອນສະຖານະຂອງຄວາມເປັນຫົວໜ້າທີ່ສູງກ່ວາ ຫລື ບາງເທື່ອເກີດຄວາມເຄັ່ງຄຽດຂຶ້ນທັງ 2 ຝ່າຍໃນການເຮັດວຽກ ມິດຕະພາບທີ່ມີມາແບບບໍ່ໝັ້ນຄົງອາດພັງລົງ ແລ້ວຄວນເຮັດແນວໃດໃຫ້ມິດຕະພາບລະຫ່ວາງລູກນ້ອງກັບຫົວໜ້າດຳເນີນໄປໄດ້ດ້ວຍດີ ມັນກໍພໍມີທາງ ຄື ຕ້ອງເອົາເລື່ອງສ່ວນໂຕແບບໝູ່ອອກໄປ ແລ້ວປ່ຽນເອົາເລື່ອງວຽກມາລົມກັນແທນ. ນອກຈາກການປຶກສາຫາລືເລື່ອງວຽກຈະເຮັດໃຫ້ຫົວໜ້າເຫັນວ່າທ່ານໃສ່ໃຈວຽກຫລາຍໜ້ອຍປານໃດແລ້ວ ຍັງເຮັດໃຫ້ການເຮັດວຽກຂອງທ່ານຄືບໜ້າ ສົ່ງຜົນຕໍ່ອົງກອນໃຫ້ຂັບເຄື່ອນໄປໄດ້ນຳອີກ.

3. ການໜີບັນຫາບໍ່ແມ່ນທາງອອກທີ່ຄວນຫລີກເວັ້ນ : ຫລາຍຄົນມັກເລືອກປົກປິດຄວາມຜິດພາດ ແລະ ບັນຫາໃນການເຮັດວຽກ ເພາະຢ້ານຈະຖືກໃສ່ໂທດ ຫລື ຖືກເບິ່ງວ່າເປັນຄົນເຮັດວຽກໄຮ້ປະສິດທິພາບ ຫລື ບໍ່ມີຄວາມພະຍາຍາມທີ່ຈະແກ້ໄຂບັນຫາ, ແຕ່ທ່ານຮູ້ຫລືບໍ່ວ່າການປົກປິດຄວາມຜິດພາດ ຫລື ບັນຫາແບບນີ້ມັນບໍ່ແມ່ນທາງອອກທີ່ດີເລີຍ ຫາກຢ້ານວ່າຫົວໜ້າຈະກາຍຮ່າງເປັນຍັກແລ້ວຈັບທ່ານໄປຕົ້ມກິນ ກໍຂໍຢ່າຢ້ານເຖິງຂະໜາດນັ້ນ ເມື່ອປົກປິດຄວາມຜິດໄປດົນໆມັນຈະກາຍເປັນເລື່ອງໃຫຍ່ລະດັບ ອົງກອນ ບໍ່ຕ່າງຈາກຊີ້ນຮ້າຍທີ່ທ່ານຕ້ອງຕັດມັນຖິ້ມພາຍຫລັງຢູ່ດີ ຫາກເກີດຄວາມຜິດພາດແລ້ວຂໍຄວາມຊ່ວຍເຫລືອຈາກເພື່ອນຮ່ວມງານ, ຂໍຄຳປຶກສາ ຫລື ເລື່ອງຮູ້ໄປເຖິງຫົວໜ້າແລ້ວເພິ່ນຕັກເຕືອນ, ອາດຈະຮ້າຍແດ່, ສອນແດ່, ເຮັດໃຫ້ທ່ານອັບອາຍ ແຕ່ຢ່າງໜ້ອຍບັນຫາ ຫລື ຄວາມຜິດພາດນີ້ຈະຫາຍໄປ ກາຍເປັນບົດຮຽນ ແລະ ຄູທີ່ສອນໃຫ້ເຮົາເຮັດວຽກໄດ້ຢ່າງມີປະສິດທິພາບ.

     4. ການເປັນທີ່ຮັກຂອງເພື່ອນຮ່ວມງານຕ່າງຫາກແມ່ນຫົນທາງສູ່ຄວາມສຳເລັດ : ເປັນຫຍັງຈຶ່ງຕ້ອງບອກແບບນີ້ ເຮົາບໍ່ຄວນຍຶດຖື ຫລື ເລືອກທີ່ຈະເຮັດດີສະເພາະກັບຫົວໜ້າຄົນດຽວ, ເຮົາບໍ່ສາມາດເຮັດວຽກຄົນດຽວໃຫ້ສຳເລັດໄດ້ໃນສັງຄົມມະນຸດຫ້ອງການ, ເຮົາມີຄົນອື່ນທີ່ເຮັດວຽກຢູ່ຮ່ວມອົງກອນດຽວກັບເຮົາ ເຖິງທ່ານຈະເປັນຄົນເກັ່ງທີ່ສາມາດຕັ້ງຮັບກະແສຂອງວຽກທີ່ ໄຫລເຂົ້າມາໄດ້ ໂດຍການຈັດການ ແລະ ປະສົບການທີ່ດີ, ແຕ່ຄົນເກັ່ງທີ່ແທ້ຈິງແມ່ນການເກັ່ງທີ່ຈະເຂົ້າຫາ ແລະ ປັບໂຕຢູ່ກັບສະພາບແວດລ້ອມອ້ອມໂຕນຳ. ການເປັນກັນລະຍານິມິດຕໍ່ເພື່ອນຮ່ວມງານ ເຖິງຈະຫາມິດແທ້ໄດ້ຍາກໃນການເຮັດວຽກ ດ້ວຍເຫດຜົນທາງການເມືອງ  ແຕ່ມັນແມ່ນພາບລັກພາຍນອກທີ່ຄົນອື່ນສຳຜັດໄດ້ ແລ້ວຈະໄດ້ຮັບການຊື່ນຊົມຈາກຄົນອື່ນ.

- 5 - 4 ສິ່ງທີ່ຄົນເຮັດວຽກຫ້ອງການບໍ່ຄວນເຮັດ ເພື່ອໃຫ້ວຽກມີສັກກະຍະພາບຫລາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!