ສະຫະລັດຢຶດຢາເສບຕິດໄດ້ 16 ໂຕນ, ມູນຄ່າຫລາຍກວ່າ 1 ຕື້ໂດລາ
June 21, 2019 - 11:49 AM


ເຈົ້າໜ້າທີ່ຂອງ ສະຫະລັດ ອາເມລິກາ ໃຫ້ຮູ້ວ່າ: ນີ້ເປັນການຢຶດໄດ້ຢາເສບຕິດເປັນຄັ້ງໃຫ່ຍທີ່ສຸດໃນປະຫວັດ ສາດຂອງສະຫະລັດ.
ວັນທີ 18 ມິຖຸນານີ້, ສະຫະລັດ ອາເມລິກາ ສາມາດ ຢຶດໄດ້ 16 ໂຕນ cocaine, ມູນຄ່າ 1 ຕື້ໂດລາ, ໃນຄອນ ແຕນເນີອັນໜຶ່ງ ໃນກຳປັ່ນບັນທຸກສິນຄ້າ MSC Gayane ທີ່ທຽບທ່າ ຢູ່ທ່າກຳປັ່ນ Packer Marine Terminal ປະເທດ Philadelphia, ໃນຂະນະ ທີ່ກຳປັ່ນລຳດັ່ງກ່າວກຳລັງ ຈະອອກເດີນທາງໄປຍັງ ທະວີບ ຍູຣົບ. ກຳປັ່ນລຳດັ່ງ ກ່າວໄດ້ຜ່ານທ່າເຮືອ Chile, Panama ແລະ Bahamas ມາແລ້ວ.
“ການຢຶດ ຢາເສບຕິດ ໃນຄັ້ງນີ້ເປັນການຢຶດຄັ້ງ ໃຫຍ່ໃນປະຫວັດສາດຂອງສະຫະລັດ ອາເມລິກາ”, ທ່ານ William McSwain ທະນາຍຄວາມ ປະຈຳຢູ່ Philadelphia ໄດ້ຂຽນລົງໃນທະວິດເຕີວ່າ: “ເຈົ້າໜ້າທີ່ໃນກຳປັ່ນຖືກກັກຕົວ ທັງໝົດ ເພື່ອສືບສວນສອບ ສວນ ” .
ຮຽບຮຽງໂດຍ: ລູກເມືອງພວນ

