ລັດເຊຍຈະຜະລິດລູກສອນໄຟປ້ອງກັນອາກາດ S-500


ເຈົ້າໜ້າທີ່ລັດເຊຍໃຫ້ຮູ້ວ່າ: ລະບົບ S-500 ໄດ້ສຳເລັດການເຮັດທົດລອງແລ້ວ ແລະ ກະກຽມໃຫ້ແກ່ການ ຜະລິດຕົວຈິງ.
ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກຳ ລັດເຊຍ Denis Manturov ກ່າວໃນວັນທີ 25 ມິຖຸນານີ້ ວ່າ: “ການພັດທະນາລູກສອນໄຟ S-500 ໄດ້ເຂົ້າສູ່ໄລ ຍະສຸດທ້າຍ, ພາຍຫຼັງແຕ່ລະ ພາກສ່ວນຂອງລູກສອນໄຟ ໄດ້ມີການທົດລອງຮຽບຮ້ອຍມາແລ້ວ. ປັດຈຸບັນແມ່ນກຳ ລັງສຸມໃສ່ກວດກາເບິ່ງສະມັດຕະພາບຂອງລະບົບ S-500 ທີ່ສົມບູນແບບເທົ່ານັ້ນ ”
Manturov ໄດ້ໃຫ້ຮູ້ ຕື່ມອີກວ່າ: ທັງໝົດລະບົບ S-500 ໄດ້ຜ່ານລະບົບການ ກວດກາເປັນທີ່ຮຽບຮ້ອຍ ແລະ ຜ່ານການທົດລອງແລ້ວ, ປັດຈຸບັນພ້ອມແລ້ວທີ່ຈະທຳ ການຜະລິດອອກມາເທົ່ານັ້ນ.
ລະບົບ S-500 Prometey ແມ່ນສືບທອດມາຈາກ ຈຸດພິເສດຂອງລະບົບ S- 300 ແລະ S-400 ໂດຍມີຄຸນ ສົມບັດໃໝ່ ດີກ່ວາ ລູກສອນ ໄຟລຸ່ນ ດຽວກັນໃນໂລກ.
ລະບົບ S-500 ຖືກອອກ ແບບມາເພື່ອປະຕິບັດສອງ ໜ້າທີ່ຄື້: ເຮັດໜ້າທີ່ປ້ອງກັນ ອາກາດ ແລະ ໜ້າທີ່ ດັກສະ ກັດລູກສອນໄຟຕິດຫົວຮົບ ນຳວິຖີ,ເຊິ່ງມີຄຸນສົມບັດ ທຽບເທົ່າກັບລະບົບ S-400 ແລະ A-135 ຂອງລັດເຊຍ ໃນປັດຈຸບັນ.
ລະບົບ S-500 ສາມາດ ຍິງໄກໄດ້ເຖິງ 400 ກມ ແລະ ສາມາດສັງຫານເປົ້າໝາຍ ຢູ່ໃນຄວາມສູງ 40 ກມ ດ້ວຍ ຄວາມໄວ 25.200 ກມ/h. ໃນລະດັບໄວຄືແນວນີ້, ສາ ມາດດັບສູນເຮືອບິນສູ້ຮົບທີ່ມີຄວາມໄວເໜືອສຽງໄດ້.
ຮຽບຮຽງໂດຍ: ລູກເມືອງພວນ

