ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້

ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - 2257 - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້
ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - kitchen vibe - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້

ຄາດວ່າ ທຣຳ ແລະ ກີມ ຈະພົບປະກັນເປັນຄັ້ງທີສາມ ໃນລະຫ່ວາງ 2-3 ອາທິດຂ້າງໜ້ານີ້ ທີ່ຊາຍແດນລະຫ່ວາງ ສ ເກົາຫຼີ ແລະ ສປປ ເກົາຫຼີ.

ວັນທີ 30 ມິຖຸນາຜ່ານມານີ້, ທຣຳ ແລະ ກີມ ຈັບມືກັນຢູ່ທີ່ເຂດປອດຄວາມສະຫງົບຂອງສອງພາກເກົາຫຼີ ທາງພາກໃຕ້ຂອງເສັ້ນຊາຍແດນ. ມື້ວານນີ້ ທີ 30 ມິຖຸນາ, ປະທານາທິບໍດີ ດໍໂນ ທຣຳ ໄດ້ມີການພົບປະຄັ້ງປະຫວັດສາດກັບຜູ້ນຳ ກີມຈອງອູນ ຢູ່ທີ່ເຂດປອດທະຫານ(DMZ) ເສັ້ນແບ່ງແດນລະຫວ່າງ ສ. ເກົາຫຼີ ແລະ ສປປ. ເກົາຫຼີ, ຊຶ່ງ ທຣຳ ໄດ້ເຊື່ອເຊີນ ກີມ ດ້ວຍທາງ ທະວິດເຕີ.

ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - Visit Laos Visit SALANA BOUTIQUE HOTEL - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້
ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - Visit Laos Visit SALANA BOUTIQUE HOTEL - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້

ທ່ານ ທຣຳ ແລະ ປະທານາທິບໍດີຂອງ ສ. ເກົາຫຼີ  Moon Jae-in ໄດ້ພ້ອມກັນໄປທີ່ເຂດປອດທະຫານຂອງສອງປະເທດ (DMZ) ເພື່ອພົບປະທະຫານຂອງສອງປະເທດທີ່ເຮັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ຊາຍແດນ, ເປັນເວລາໜຶ່ງຊົ່ວໂມງ, ກ່ອນທີ່ຈະໄປເຂດປອດຄວາມສະຫງົບລວມຂອງເສັ້ນແບ່ງແດນສອງພາກເພື່ອພົບກັບ ກີມຈອງອູນ.

ຜູ້ນຳຂອງ ສປປ. ເກົາຫຼີ ໄດ້ສະແດງທ່າທີດ້ວຍຮອຍຍິ້ມອອກມາ ແລະ ໄດ້ກ້າວໄປຫາປະທານາທິບໍດີຂອງສະຫະລັດອາເມລິກາ. ສອງຄົນໄດ້ຈັບມືກັນຢູ່ເສັ້ນແບ່ງແດນຂອງສອງພາກ. ກີມເວົ້າດ້ວຍພາສາອັງກິດວ່າ: “ ດີໃຈທີ່ໄດ້ພົບທ່ານອີກຄັ້ງ ”, ຫຼັງຈາກນັ້ນກໍ່ໄດ້ເຊີນທ່ານ ທຣຳ ຢ່າງຂ້າມເສັ້ນແບ່ງແດນໄປຟາກຂອງ ສປປ. ເກົາຫຼີ.

ທ່ານ ທຣຳ ໄດ້ຢ່າງຂ້າມເສັ້ນແບ່ງແດນໄປຟາກຂອງ ສປປ. ເກົາຫຼີ, ເປັນປະທານາທິບໍດີຄົນທຳອິດຂອງສະຫະລັດອາເມລິກາທີ່ໄດ້ຢຽບແຜ່ນດິນຂອງ ສປປ. ເກົາຫຼີ. ທ່ານ ທຣຳຍ່າງໄປປະມານ 20 ບາດກ້າວກໍ່ເຖິງເສັ້ນແບ່ງເຂດແດນ ແລະ ຈັບມືກັບທ່ານ ກີມຈອງອູນ. ນີ້ແມ່ນບາດກ້າວທີ່ຈົບງາມໃນການພົວພັນຂອງສອງປະເທດ.

ຫຼັງຈານັ້ນ, ຜູ້ນຳສອງປະເທດກໍ່ໄດ້ພ້ອມກັນຍ່າງກັບຄືນມາ ເພື່ອເຂົ້າພົບປະກັນຢູ່ທີ່ເຮືອນ “ ເສລີພາບ ” ຢູ່ທາງທິດໃຕ້ຂອງເສັ້ນແບ່ງແດນ. ປະທານາທິບໍດີຂອງສະຫະລັດອາເມລິກາໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ເວົ້າວ່າ: ການຢ່າງຂ້າມເສັ້ນແບ່ງແດນໄປຝັ່ງຂອງ ສປປ. ເກົາຫຼີນັ້ນ “ ແມ່ນຄວາມຮູ້ສຶກເປັນກຽດທີ່ຍິ່ງໃຫ່ຍ ”, ໃນຂະນະດຽວກັນຜູ້ນຳ ກີມຈອງອູນ ກໍ່ຍົກຍ້ອງວ່າ: ການກະທຳແບບນີ້ແມ່ນສະແດງໃຫ້ເຫັນຄວາມຈິງໃຈຂອງ ທຣຳ ໃນການ “ ລືມເບື້ອງຫຼັງທີ່ເປັນອາຄາດ ແລະ ເປີດອະນາຄົດໃໝ່ ” . ທຣຳ ແລະ ກີມ ລ້ວນແຕ່ຢືນຢັນວ່າ: “ ການພົວພັນຂອງສອງຝ່າຍແມ່ນຈົບງາມທີ່ສຸດ ” ພ້ອມດຽວກັນນັ້ນ, ຕ່າງຝ່າຍຕ່າງກໍ່ເຊີນກັນໄປຢ້ຽມຢາມຊຶ່ງກັນ ແລະ ກັນ.

ຫຼັງຈາກນັ້ນ, ທັງສອງຝ່າຍກໍ່ໄດ້ເຈລະຈາປິດລັບນຳກັນ ປະມານ 50 ນາທີ, ກ່ອນທີ່ປະທານາ ທິບໍດີ ສະຫະລັດ ແລະ ປະທານາທິບໍດີ ສ. ເກົາຫຼີ ຈະສົ່ງທ່ານ ກີມ ກັບຄືນຟາກນັ້ນຂອງເສັ້ນແບ່ງແດນ. ທ່ານ ກີມ ໃຫ້ສັນຍານວ່າ: ນັບແຕ່ນີ້ຕໍ່ໄປ “ ອາດຈະພົບປະກັນເວລາໃດກໍ່ໄດ້ ” .

ຮຽບຮຽງໂດຍ: ລູກເມືອງພວນ

ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - 2257 - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້

ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - 4 - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້
ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - 3 - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້
ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້ - 5 - ທຣຳ ແລະ ກີມ ພົບກັນຢູ່ເສັ້ນແບ່ງແດນສອງພາກເກົາຫຼີ ໃນວັນທີ 30 ມິຖຸນານີ້