ເຮັດແນວໃດ ຈຶ່ງຈະຊະນະການເລືອກຕັ້ງ ແລະ ໄດ້ເປັນປະທານາທິບໍດີ


ມີຜູ້ລົງສະໝັກຮັບເລືອກຕັ້ງຊີງໄຊປະທານາທິບໍດີຈາກພັກ ສາທາລະນະລັດ 20 ຄົນກຳລັງກະກຽມໂຕ້ວາທີ ກັນ ເພື່ອລົງຊີງໄຊປະທານາ ທິບໍດີຂອງສະຫະລັດ ອາເມລິກາໃນປີ 2020. ການໂຕ້ວາທີເກີດຂຶ້ນພາຍ ຫຼັງ ປະທານາທິບໍດີ ດໍໂນທຼຳ ໄດ້ປະກາດຢ່າງເປັນທາງ ການໃນເວລາລົງໄປໂຄສະ ນາຫາສຽງຢູ່ Florida ວ່າ: ຈະລົງຊີງປະທານາທິບໍດີອີກຄັ້ງໜຶ່ງ.
ເປັນອັນແນ່ນອນວ່າ, ການລົງໂຄສະນາຊີງໄຊປະ ທານາທິບໍດີສະຫະລັດໄດ້ ເລີ່ມຕົ້ນຂຶ້ນແລ້ວ, ແຕ່ເຮັດ ແນວໃດຈຶ່ງຈະຍາດຊີງໄດ້ ອຳນາດສູງສຸດຂອງໂລກໜ່ວຍນີ້ ?
ຜູ້ຈະລົງສະໝັກຮັບເລືອກຕັ້ງ ເປັນປະທານາ ທິບໍດີຕ້ອງມີອາຍຸ ແຕ່ 35 ປີຂຶ້ນໄປ, “ເປັນ ພົນລະເມືອງຂອງ ອາເມລິກາ ແລະ ກຳເນີດຢູ່ ສະຫະລັດ ອາເມລິກາເທົ່ານັ້ນ ” ແລະ ດຳລົງຊີວິດຢູ່ອາເມລິກາຢ່າງໜ້ອຍທີ່ສຸດ ຕ້ອງ ແມ່ນ 14 ປີຂຶ້ນໄປ ຕາມລັດຖະທຳມະນູນຂອງສະຫະລັດອາເມລິກາ.
ຜູ້ລົງສະໝັກຮັບເລືອກ ຕັ້ງຕ້ອງໄດ້ຜ່ານການປະ ຕິບັດໜ້າທີ່ການເມືອງ ແລະ ໄດ້ຮັບຜິດຊອບວຽກງານ ໃດໜຶ່ງໂດຍຜ່ານການເລືອກ ຕັ້ງ ເຊັ່ນ: ສະມາຊິກສະພາ, ເຈົ້າຄອງ ຫຼື ຮອງປະທານາ ທິບໍດີ.
ແຕ່ມີບາງກໍລະນີກໍມາ ຈາກຝ່າຍທະຫານ, ເຊັ່ນ ອະດີດນາຍພົນ Dwight Eisenhower ຫຼື ນັກທຸລະກິດ ດັ່ງ ດໍໂນທຼຳ, ນັກທຸລະກິດ ດ້ານອະສັງຫາລິມະຊັບ ຫຼື ດາຣາ ໂທລະພາບ.
ຜູ້ລົງສະໝັກຮັບເລືອກ ຕັ້ງປັດຈຸບັນແມ່ນຜູ້ທີ່ມີໃບ ປະກາສະນິຍະບັດຂັ້ນມະຫາວິທະຍາໄລຂຶ້ນໄປເກືອບໝົດ ແລະ ຫຼາຍກ່ວາເຄີ່ງໜື່ງຂອງ ປະທານາທິບໍດີຂອງສະຫະ ລັດຜ່ານມາແມ່ນຮຽນໃນຂະແໜງກົດໝາຍອອກມາ.
ໃນປະຫວັດສາດຂອງ ສະຫະລັດ ອາເມລິກາ ບໍ່ທັນ ເຄີຍມີເລືອກປະທານາທິບໍ ດີຈາກຜູ້ທີ່ຖື ສາສະໜາ ຄຣິດ ສະຕຽນ ແລະ ເພດ ຍິງຈັກເທື່ອເລີຍ ແລະ ມີປະທານາທິບໍດີພຽງຄົນດຽວ Barack Obama ເທົ່ານັ້ນ ທີ່ບໍ່ແມ່ນຄົນຜິວຂາວ.
ຮຽບຮຽງໂດຍ: ລູກເມືອງພວນ

