ຈີນສົ່ງກຳປັ່ນສອດແນມຕິດຕາມການຊ້ອມຮົບອາເມລິກາ-ອົດສະຕາລີ
ກຳປັ່ນສອດແນມລຳໜຶ່ງ ຂອງຈີນ ໄດ້ປະກົດຕົວຢູ່ເຂດ ຊາຍຝັ່ງທະເລຂອງອົດສະ ຕາລີ ເພື່ອຕິດຕາມການຊ້ອມ ຮົບຮ່ວມ Talisman Sabre.
ວັນທີ 9 ກໍລະກົດ, ນາຍທະຫານຄົນໜຶ່ງ ຂອງອົດ ສະຕາລີ Greg Bilton ໃຫ້ຮູວ່າ: “ພວກເຮົາກຳລັງ ຕິດຕາມກຳປັ່ນສອດແນມ ລຳໜຶ່ງຂອງຈີນ, ບໍ່ທັນ ຮູ້ວ່າ ຈຸດໝາຍປາຍທາງຂອງ ມັນຈະໄປໃສ, ແຕ່ມີຄວາມ ເປັນໄປໄດ້ທີ່ມັນຈະໄປປະກົດຕົວຢູ່ຊາຍຝັ່ງທະເລຂອງລັດ Queensland. ພວກເຮົາ ຈະປະຕິບັດການທີ່ເໝາະສົມກັບມັນ ”
Bilton ໃຫ້ຮູ້ວ່າ: ກຳປັ່ນ ລຳດັ່ງກ່າວ ຂອງຈີນ ອາດ ຈະທຽບທ່າຢູ່ທີ່ຊາຍຝັ່ງທະ ເລຂອງ ອົດສະຕາລີ ເພື່ອ ຕິດຕາມການຊ້ອມຮົບຮ່ວມ Talisman Sabre ລະຫວ່າງ ກອງທັບເຮືອຂອງ ສະຫະລັດ ອາເມລິກາ ແລະ ອົດສະຕາລີ.
ການຊ້ອມຮົບຮ່ວມ Talisman Sabre 2019 ຈະຈັດຂຶ້ນຢູ່ທີ່ ຊາຍຝັ່ງທະເລ Queensland ແຕ່ກາງ ເດືອນກໍລະກົດ ຫາກາງເດືອນ ສິງຫາ ທີ່ຈະມາເຖິງ, ມີທະ ຫານເຂົ້າຮ່ວມ 25.000 ຄົນ, ມີກຳປັ່ນ ແລະ ຍົນຮົບ ຫຼາຍລຳ.
ການຊ້ອມຮົບຮ່ວມ Talisman Sabre ນີ້ ຈັດຂຶ້ນ ສອງປີຕໍ່ຄັ້ງ ເພື່ອເພີ່ມທະວີການ ປະສານສົມທົບລະຫ່ວາງກຳລັງຂອງສະຫະລັດອາເມລິກາ ແລະ ກຳລັງຂອງ ອົດສະຕາລີ ເພື່ອກະກຽມໃຫ້ແກ່ການປະ ເຊີນໜ້າທາງທະຫານລະ ຫວ່າງຊາດມະຫາອຳນາດ.
ກອງທັບອົດສະຕາລີ ບໍ່ ໄດ້ໃຫ້ຮູ້ລາຍລະອຽດວ່າກຳ ປັ່ນທີ່ຈີນສົ່ງໄປສອດແນມນັ້ນ ແມ່ນກຳປັ່ນປະເພດໃດ, ຜ່ານມາຈີນເຄີຍໃຊ້ກຳປັ່ນ ແບບ Type-815 ເພື່ອຕິດ ຕາມການຊ້ອມຮົບຮ່ວມກັບພັນທະມິດຂອງ ວໍຊິງຕັນມາແລ້ວ.
ກຳປັ່ນແບບ Type-815 ຖືກອອກແບບມາ ເພື່ອເກັບກຳຂໍ້ມູນການທົດລອງລູກສອນໄຟຂອງບັນດາ ຊາດໃນໂລກ, ໃນນັ້ນໄດ້ຕິດຕັ້ງ radar, camera ເພື່ອຕິດຕາມທາງໄກ. ມີເສົາ radar ເພື່ອຈັບເອົາຂໍ້ມູນ ຂອງຝ່າຍກົງກັນຂ້າມພ້ອມທັງຕິດຕັ້ງອາວຸດເບົາ ແລະ ປືນກົນຈຳນວນໜຶ່ງ.
ຮຽບຮຽງໂດຍ: ລູກເມືອງພວນ