ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ

ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ - 22 5 1 - ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ
ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ - kitchen vibe - ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ

ໃນວັນທີ 11 ກໍລະກົດນີ້, ທ່ານ ນາງ ມະນີຈັນ ທອງຊະນະ ຫົວໜ້າພະແນກຊຶມເຊື້ອ ໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ລາວພັດທະນາ ວ່າ: ນັບ​ແຕ່ຕົ້ນປີມາ​ນີ້​ຜູ້​ຕິດ​ເຊື້ອ​ພະຍາດໄຂ້ຍຸງລາຍເຂົ້າມາປິ່ນປົວຢູ່ໂຮງໝໍ​ແຫ່ງ​ນີ້​ຫລາຍ​ກວ່າ 2.500 ກໍລະນີ ​ແລະ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຫລາຍ. ​ແຕ່ທາງໂຮງໝໍກໍໄດ້ກຽມພ້ອມຮັບມືກັບສະພາບ​ດັ່ງກ່າວ​ນັບ​ແຕ່ດ້ານສະຖານທີ່, ບຸກຄະລາກອນ, ອຸປະກອນການແພດ, ຢາ​ປິ່ນປົວ​ພະຍາດ ແລະ ອື່ນໆ ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຜູ້​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ຮັບ​ການຢ່າງມີປະສິດທິ ພາບ ​ແລະ ປອດ​ໄພ. ​ເຖິງ​​ວ່າທາງໂຮງໝໍຍັງມີຂໍ້ຫຍຸງ​ຍາກ​ຫລາຍ​ຢ່າງ ​ໂດຍ​ສະ​ເພາະ​​ແມ່ນສະຖານທີ່ຂອງພະແນກຊຶມເຊື້ອ ຄັບແຄບມີຕຽງນອນພຽງແຕ່ 15 ຕຽງ, ເຊິ່ງວ່າ​ແຕ່​ຈໍານວນ​ຄົນເຈັບເພີ່ມຂຶ້ນຫລາຍ, ດັ່ງ​ນັ້ນ​ທາງ​ໂຮງໝໍ​ໄດ້ແບ່ງ ຫ້ອງປະຊຸມ ​ເພື່ອເພີ່ມຕຽງໄມ້ເສີມຕື່ມ​ອີກ​ຈໍານວນ 28 ຕຽງ ​ໃຫ້​ສາມາດ ຮັບຮອງຄົນເຈັບໄດ້ຫລາຍຂຶ້ນ.

ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ - 22 2 - ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ

ທ່ານຫົວໜ້າພະແນກຊຶມເຊື້ອໃຫ້ຮູ້ຕື່ມວ່າ:  ພາຍຫລັງເກີດການລະບາດ ພະຍາດດັ່ງກ່າວ, ທາງແພດໝໍກໍໄດ້ເພີ່ມທະວີຄວາມ​ເອົາ​ໃຈ​ໃສ່ປະຕິບັດໜ້າທີ່ຂອງ​ຕົນຢ່າງບໍ່ຮູ້​ອິດ​ຮູ້​ເມື່ອຍ ແລະ ເຝົ້າລະວັງຕິດຕາມອາການຄົນເຈັບຕະຫລອດ 24 ຊົ່ວໂມງ ​ແລະ​ ທັງຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ປະຕິບັດ ຫລັກການ 5 ປ ຢ່າງ​ເຂັ້ມ​ງວດຄື: 1). ປິດຝາພາຊະນະເກັບນໍ້າ​ໃຫ້​ດີ ເພື່ອບໍ່ໃຫ້ຍຸງລາຍມາ ໄຂ່ໃສ່; 2). ປ່ຽນນໍ້າ ແລະ ຜັດຖູພະຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ; 3). ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າ; 4). ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ່ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ອື່ນໆ; 5). ປະຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍຫລືສຸກສາລາຕ່າງໆ.

ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ - Visit Laos Visit SALANA BOUTIQUE HOTEL - ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ
ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ - 4 - ໂຮງໝໍມິດຕະພາບ 150 ຕຽງ ເປັນເຈົ້າການປິ່ນປົວຜູ້ເປັນໄຂ້ຍຸງລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!